ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມະເຮັງເຕົ້ານົມ: ຄວນຈະຜ່າຕັດ ເອົາອອກໝົດ ທັງສອງເບື້ອງ ຫລືບໍ່? (ວີດີໂອ 3 ເລື້ອງ)


A Breast Cancer Patient Explains Her Decision to Have A Preventative Double Mastectomy
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

​ເວລາ Angelina Jolie ປະກາດ​ໃຫ້​ຮູ້​ວ່າ ນາງ​ໄດ້​ຜ່າຕັດ​ນົມ
​ອອກ​ທັງ​ສອງ​ເບື້ອງ​ ເພື່ອຫລຸດ​ຜ່ອນໂອກາດ​ທີ່ຈະ​ເປັນ​ໂຣກ
ມະ​ເຮັງເຕົ້ານົມ​ນັ້ນ ​ນາງ​ໄດ້ ​ເຮັດໃຫ້​ມີ​ການ​ຕັ້ງ​ຄໍາ​ຖາມຂຶ້ນ​ມາ​
ກ່ຽວ​ກັບການຜ່າຕັດ​ເພື່ອ​ປ້ອງ​ກັນລ່ວງ​ໜ້າ. ການ​ກວດເຊື້ອ​
ກໍາມະພັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ດາລາ​ຮູບ​ເງົາ​ຊື່​ດັງ​ຄົນ​ນີ້
ມີຄວາມ​ສ່ຽງ​ຫຼາຍ​ຂຶ້ນ​ ຕໍ່​ການ​ເປັນ​ໂຣກມະ​ເຮັງ​ເຕົ້ານົມ ​ແລະ
ມະ​ເຮັງໃນ​ຮວຍ​ໄຂ່. ອະດີດ​ຜູ້​ສື່​ຂ່າວ​ວີ​ໂອ​ເອ Zulima Palacio ທີ່ເຮົາ​ໄດ້​ຕິດ​ຕາມເລື້ອງ
ລາວ​ມາສະ​ເໜີ​ທ່ານ ຫຼາຍ​ຕອນ​ແລ້ວນັ້ນ ກໍ​ເປັນ​ມະ​ເຮັງ​ໃນ​ເຕົ້ານົມ​ເບື້ອງ​ນຶ່ງ ແຕ່​ຜູ້ກ່ຽວ
ໄດ້ຕັດສິນ​ໃຈ​ຜ່າຕັດ​ນົມ ອອກ​ທັງສອງ​ເບື້ອງ​ເຊັ່ນ​ກັນ. ດາຣາມີ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ
ຈາກລາຍ​ງານ​ຂອງ Carol Pearson.


ທຸກ​ມື້​ນີ້ Zulima Palacio ​ໃຊ້​ເວລາ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ ນຳ​ອຸບປະກອນ​ເຮັດເຄື່ອງ​ປັ້ນ
ດິນ​ເຜົາ​ຂອງ​ນາງ ​ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ເພີດ​ເພີນ​ແລະ​ບໍ່​ຄິດ​ຫລາຍ.

​Zulima ເວົ້າ​ວ່າ ການ​ເຮັດ​ເຄື່ອງປັ້ນດິນ​ເຜົາ​ໄດ້​ເປັນ​ການ​ບຳບັດ​ທາງ​ຈິດ​ໃຈ
​ແລະ​ທາງ​ຮ່າງກາຍ​ຂອງ​ຂ້ອຍ ມາ​ໄດ້ 15 ປີ​ແລ້ວ. ມັນ​ເປັນການ​ພັກຜ່ອນ​ຢ່ອນ​ສະໝອງຫຼາຍ​ທີ່​ສຸດ ​ແລະ​ເປັນ​ການ​ປະດິດ​ຄິດ​ສ້າງ​ດີຫຼາຍ ​ແລະ​ພາ​ໃຫ້​ຈິດ​ໃຈ​
ລືມ​ເລື້ອງ​ທີ່ຫຍຸ້ງຍາກຕ່າງໆ.”


Zulima Palacio ​ໄດ້​ຖືກ​ກວດ​ເຫັນ​ວ່າ​ເປັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມເມື່ອ​ເດືອນ​ມີນາປີ​ນີ້​ເອງ
ແລະ​ໄດ້​ຜ່ານ​ການ​ບຳບັດໃສ່​ຢາ​ຄີ​ໂມ​ມາ​ແລ້ວ ​ແລະ​ມາ​ບັດ​ນີ້ ລາວ​ໄດ້​ຕັດສິນ​ໃຈຜ່າຕັດນົມ
ອອກທັງ​ສອງເບື້ອງ ​ເຖິງ​ແມ່ນ​ລາວເປັນມະ​ເຮັງ​ຢູ່​ເຕົ້ານົມ​ເບື້ອງ​ດຽວ ຄື​ເບື້ອງຊ້າຍ​ເທົ່າ​ນັ້ນ​ກໍຕາມ.

ລາວກ່າວ​ວ່າ “ຂ້ອຍໄດ້​ຕັດສິນ​ໃຈ​ເອງ ທີ່​ຈະ​ຜ່າຕັດ​ເອົາ​ນົມ​ອອກ​ ທັງ​ສອງ​ເບື້ອງ ​
ແລະ​ມັນ​ກໍ​ມີເຫດຜົນ​ຫຼາຍ​ຢ່າງ.”


​ໃນ​ນັ້ນ ກໍຮວມທັງ​ເຫດຜົນ​ທີ່​ວ່າ ໂຣກມະ​ເຮັງມີ​ໂອກາດທີ່​ຈະ​ກັບ​ຄືນ​ມາ​ອີກ​ໄດ້ ຊຶ່ງ​ Zulima ​
ເວົ້າ​ວ່າ ລາວ​ທົນ​ບໍ່​ໄດ້​ກັບ​ແນວ​ຄິດ​ທີ່​ໃຊ້​ເວລາ​ຊົ່ວ​ຊີວິດ​ຂອງ​ລາວທີ່​ຍັງ​ເຫຼືອ​ນັ້ນ​ ຫລິ້ນ​ເກ​ມ
ຍິງ​ປືນ​ທີ່​ເອີ້ນ​ວ່າ Russian roulette ແບບສ່ຽງ​ກັບ​ການ​ຂ້າ​ໂຕ​ເອງ​ຕາຍ ເພາະ​ບໍ່​ຮູ້​ວ່າ​
ນັດ​ໃດ​ມີ​ລູກປືນ​ ກໍ​ຄື​ກັນ​ກັບ​ເຮັດ​ໃຫ້ລາວ​ຕ້ອງ​ວິຕົກຢູ່​ເລື້ອຍໆວ່າ ​ເວລາ​ໃດ​ນົມ​ເບື້ອງ​ຂວາ​
ຂອງ​ລາວ ຈະ​ເປັນ​ມະ​ເຮັງ.

ວີດີໂອ ການສະແດງລະຄອນໃຫ້ຄວາມຮູ້ແກ່ ຜູ້ຄົນກ່ຽວກັບໂຣກມະເຮັງເຕົ້ານົມ:

Theater Helps Doctors, Nurses Empathize with Breast Cancer Patients
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

ເຫດຜົນ​ທີ່​ພາ​ໃຫ້​ Zulima ​ຕັດສິນ​ໃຈ​ແນວ​ນັ້ນ ​ເອີ້ນ​ກັນ​ວ່າ Angelina Jolie effect ຫລື
ຜົນກະທົບ​ຂອງ​ Angelina Jolie ນັບ​ແຕ່​ທີ່​ດາລາ​ຮູບ​ເງົາ​ຄົນ​ນີ້ ໄດ້​ຜ່າຕັດ​ນົມ​ອອກ​ທັງສອງ​
ເບື້ອງ ຫຼັງ​ຈາກ​ການກວດ​ເຊື້ອ​ກໍາມະພັນ ພົບເຫັນ​ວ່າ ນາງ​ມີ​ຄວາມ​ສ່ຽງສູງຕໍ່​ການ​ເປັນ​ໂຣກ
ມະ​ເຮັງ​ເຕົ້ານົມແລະ​ມະ​ເຮັງ​ຮວຍ​ໄຂ່ນັ້ນ. ​ແຕ່​ວ່າແນວ​ຄິດ​ຜ່າ​ຕັດ​ອອກ ​ເພື່ອ​ປ້ອງ​ກັນ​ລ່ວງ​
ໜ້າ​ນີ້ ເປັນ​ບັນຫາ​ທີ່ໂຕ້​ແຍ້​ງກັນ.

Dr. Marc Boisvert ທີ່​ໂຮງໝໍ Medstar Washington ບໍ່​ແນະນຳ​ໃຫ້​ເຮັດ​ແນວ​ນັ້ນ

Dr. Boisvert ກ່າວ​ວ່າ: “ຂ້າພະ​ເຈົ້າ​ຄຶດ​ວ່າ ການ​ສຶກສາ​ແມ່ນ​ສຳຄັນ ກ່ຽວ​ກັບ​
ເລື້ອງ​ນີ້. ຂ້າພະເຈົ້າ​ຄຶດ​ວ່າ ​ທ່ານ​ສາມາດ​ມີ​ຈິດ​ໃຈ​ທີ່​ສະຫງົບໄດ້ ຖ້າ​ຮູ້ຈັກ​ວ່າ
ທ່ານ​ໄດ້​ຖືກ​ຕິດຕາມ​ດູ​ແລ​ເບິ່ງຢ່າງ​ລະມັດລະວັງ​ຫຼາຍ​ທີ່​ສຸດ ​ແລະ​ຮູ້ຈັກ​ວ່າ ​
ໂຕ​ເລກ​ຢູ່​ໃນ​ຂັ້ນ​ຮ້າຍ​ແຮງ​ສໍ່າ​ໃດ ​ແລະ​ໂອກາດ​ທີ່​ໂຣກມະ​ເຮັງຈະ​ກັບ​ຄືນ​
ມາ​ນັ້ນ ມີ​ໜ້ອຍ​ຫຼາຍ​ສໍ່າ​ໃດ​.”


ບັນດາ​ນາຍ​ແພດ​ປະ​ຈໍາຂອງ Zulima ກ່າວ​ວ່າ ການຜ່າຕັດ​ນົມ​ອອກ​ທັງ​ສອງ​ເບື້ອງ
ແມ່ນບໍ່​ຈຳ​ເປັນ ​ແຕ່​ພວກ​ນາງ​ໝໍ​ແລະ​ພວກ​ເປັນ​ໂຣກມະ​ເຮັງເຕົ້ານົມ​ຄົນອື່ນໆ​ບອກ​
ນາງວ່າ ​ເຮັດ​ໂລດ.

Zulima ກ່າວ​ວ່າ “ຂ້ອຍ​ມີ​ເພື່ອນ 3 ຄົນ ທີ່​ໄດ້​ຜ່າຕັດ​ນົມ​ອອກ ​ແລະ​ໃນ​ເວລາ
ສອງ​ສາມ​ປີຕໍ່​ມາ ໂຣກມະ​ເຮັງ​ໄດ້​ກັບ​ຄືນມາເປັນ​ຢູ່ໃນ​ນົມ​ອີກເບື້ອງ​ນຶ່ງ ຊຶ່ງ​
ເຂົາ​ເຈົ້າ​ຕ້ອງ​ໄດ້​ໄປ​ຜ່າຕັດ​ອີກເປັນ​ເທື່ອ​ທີ​ສອງ. ​ເຂົາ​ເຈົ້າ​ເວົ້າ​ວ່າ ​ມັນເປັນ​
ປະສົບ​ປະການ​ທີ່​ທໍລະມານ​ໃຈ​ທີ່​ສຸດ ​ແລະ​ເຂົາ​ເຈົ້າ​ບອກ​ຂ້ອຍ​ວ່າ ‘Zuli ​
ຜ່າຕັດ​ນົມ​ທັງ​ສອງເບື້ອງ​ອອກດຽວ​ນີ້​ໂລດ ​ແລະ​ບໍ່​ຕ້ອງ​ລໍຖ້າ​ໄປ​ອີກດອກ.’ ”


​ເຖິງ​ແມ່ນ​ມີ​ຄວາມ​ຄິດເຫັນ​ແຕກ​ຕ່າງ​ກັນ​ໃນ​ເລື້ອງນີ້​ກໍ​ຕາມ ​ແຕ່ພວກ​ນາຍ​ແພດ​ສ່ວນ​ຫຼາຍ
ກໍ​ເຫັນ​ພ້ອມ​ນຳ​ກັນ​ວ່າ ຄົນ​ເຈັບ​ຈະ​ຕ້ອງ​ຮູ້ສຶກ​ສະບາຍ​ໃຈແລະ​ພໍ​ໃຈ ນຳການ​ປິ່ນປົວ​ຂອງ​
ເຂົາ​ເຈົ້າ ບໍ່​ວ່າມັນ​ຈະພົວພັນກັບ​ການ​ຮັກສາ ​ທີ່ມີ​ການຕິດ ຕາມ​ດູ​ແລ​ຢ່າງ​ລະມັດລະວັງ ມີ​
ການ​ປິ່ນປົວຢ່າງ​ແຂງ​ຂັນ ຫຼື​ວ່າການຜ່າຕັດ​ກໍ​ດີ.

ວີດີໂອພາສາລາວ ກ່ຽວກັບ Angelina Jolie:

XS
SM
MD
LG