ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ບຣາຊິລ ຫຼາຍລ້ານຄົນ ອອກມາປະທ້ວງ ເພື່ອຮຽກ ຮ້ອງໃຫ້ ປະທານາທິບໍດີ ລົງຈາກ ຕຳແໜ່ງ


ພວກປະທ້ວງ ຮຽກຮ້ອງໃຫ້ປົດປະທານາທິບໍດີ ຂອງ ບຣາຊິລ ທ່ານນາງ Dilma Rousseff ອອກຈາກຕຳແໜ່ງ, ໃນລະ
ຫວ່າງການຊຸມນຸມທີ່ມີໂຕກາຕູນອັດລົມຂອງ ອະດີດປະ
ທານາທິບໍດີ Luiz Inacio Lula da Silva ຢືນຢູ່ໃນຊຸດ
ນັກໂທດ ທີ່ນະຄອນຫຼວງ Brasilia, ປະເທດ ບຣາຊິລ.13 ມີນາ, 2016.
ພວກປະທ້ວງ ຮຽກຮ້ອງໃຫ້ປົດປະທານາທິບໍດີ ຂອງ ບຣາຊິລ ທ່ານນາງ Dilma Rousseff ອອກຈາກຕຳແໜ່ງ, ໃນລະ ຫວ່າງການຊຸມນຸມທີ່ມີໂຕກາຕູນອັດລົມຂອງ ອະດີດປະ ທານາທິບໍດີ Luiz Inacio Lula da Silva ຢືນຢູ່ໃນຊຸດ ນັກໂທດ ທີ່ນະຄອນຫຼວງ Brasilia, ປະເທດ ບຣາຊິລ.13 ມີນາ, 2016.

ຕຳຫຼວດ ບຣາຊິລ ກ່າວວ່າ ປະຊາຊົນປະມານ 3​ ລ້ານຄົນໃນທົ່ວ ປະເທດໄດ້ ອອກມາປະທ້ວງຢູ່ກາງຖະໜົນໃນວັນອາທິດວານນີ້ ເພື່ອຮຽກຮ້ອງໃຫ້ປະທາ ນາທິບໍດີ ທ່ານນາງ Dilma Rousseff ລາອອກຈາກຕຳແໜ່ງ.

ປະທານາທິບໍດີ ບຣາຊິລ ທ່ານນາງ Dilma Rousseff ເຂົ້າຮ່ວມໃນການ ປະຊຸມກັບບັນຜູ້ແທນຂອງສະພາແຫ່ງຊາດ ແຫ່ງໂບດຄຣິສຕຽນ ຂອງປະ ເທດ ບຣາຊິລ ທີ່ທຳນຽບ Planalto, ນະຄອນຫຼວງ Brazsillia, 10 ກຸມພາ 2016.
ປະທານາທິບໍດີ ບຣາຊິລ ທ່ານນາງ Dilma Rousseff ເຂົ້າຮ່ວມໃນການ ປະຊຸມກັບບັນຜູ້ແທນຂອງສະພາແຫ່ງຊາດ ແຫ່ງໂບດຄຣິສຕຽນ ຂອງປະ ເທດ ບຣາຊິລ ທີ່ທຳນຽບ Planalto, ນະຄອນຫຼວງ Brazsillia, 10 ກຸມພາ 2016.

ພວກຜູ້ປະທ້ວງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາ ສືບຕໍ່ການ ດຳເນີນການ ກ່າວໂທດທີີ່ກຳລັງປະຕິບັດຢູ່ນັ້ນ ຕໍ່ປະທານາທິບໍດີ ຜູ້ທີ່ຖືກກວດພົບວ່າໄດ້ມີສ່ວນ ຮ່ວມໃນການສໍ້ລາດບັງຫຼວງ ແລະ ນຳພາປະເທດໄປສູ່ການຊຸດໂຊມທາງດ້ານ ເສຖກິດທີ່ຮ້າຍແຮງ ທີ່ສຸດໃນຮອບ 25 ປີ.

ທ່ານ Sergio Praca ນັກວິເຄາະດ້ານການເມືອງ ທີ່ມູນນິທິ Getulio Vargas ໃນນະຄອນ Rio de Janeiro ກ່າວວ່າ ການ ປະທ້ວງ “ແມ່ນຮຸນແຮງຫຼາຍ” ແລະ ເປັນ “ເຫດການທີ່ຮ້າຍແຮງ ທີ່ສຸດສຳລັບລັດຖະບານ.”

ທ່ານນາງ Rousseff ແລະ ພັກກຳມະກອນຂອງທ່ານນາງ ແມ່ນ ກຳລັງຕໍ່ສູ້ເພື່ອ ຮັກສາອຳນາດໄວ້ຄືເກົ່າ ໃນຂະນະທີ່ເຈົ້າໜ້າທີ່ ກຳລັງຄົ້ນຫາຂໍ້ມູນຢ່າງລະອຽດ ໃນການກວດສອບ ກ່ຽວກັບ ການສໍ້ລາດບັງຫຼວງຈຳນວນ ມະຫາສານ ໃນບໍລິສັດ ນ້ຳມັນ Petrobras ທີ່ເປັນຂອງລັດນັ້ນ.

ບັນດາໄອຍະການກ່າວວ່າ ເງິນສິນບົນຫຼາຍກວ່າ 2000 ພັນລ້ານໂດລາໄດ້ຖືກຈ່າ ຍອອກໄປ ແລະ ເງິນທຶນອື່ນໆຂອງບັນດາບໍລິສັດວິສະວະກອນ ແລະ ການກໍ່ສ້າງ ທີ່ໃຫຍ່ທີ່ສຸດຂອງປະ ເທດ ໃນການແລກປ່ຽນກັບການເຮັດສັນຍາຕ່າງໆ ກັບບໍລິ ສັດນ້ຳມັນ Petrobras ທີ່ມີການ ຂະຫຍາຍຕົວຂຶ້ນສູງນັ້ນ.

Brazil Protests
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG