ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ບຣາຊິລ ຖືກກ່າວຫາ ມີສ່ວນຮ່ວມ ໃນການສໍ້ລາດບັງຫຼວງ


ປະທານາທິບໍດີຮັກ​ສາການ ປະເທດ ບຣາຊິລ ທ່ານ Michel Temer ໄດ້ມີ​ການ​ພົວພັນ​ກັບການສໍ້ລາດບັງຫຼວງທີ່​ເປັນ​ຂ່າວ​ນອງ​ນັນໃຫຍ່ທີ່ສຸດຂອງປະເທດ ໃນການໃຫ້ການ ໂດຍພິຍານຄົນສຳຄັນ ທີ່ໄດ້ເປີດເຜີຍຕໍ່ສາທາລະນະ ໃນວັນພຸດວານນີ້.
ປະທານາທິບໍດີຮັກ​ສາການ ປະເທດ ບຣາຊິລ ທ່ານ Michel Temer ໄດ້ມີ​ການ​ພົວພັນ​ກັບການສໍ້ລາດບັງຫຼວງທີ່​ເປັນ​ຂ່າວ​ນອງ​ນັນໃຫຍ່ທີ່ສຸດຂອງປະເທດ ໃນການໃຫ້ການ ໂດຍພິຍານຄົນສຳຄັນ ທີ່ໄດ້ເປີດເຜີຍຕໍ່ສາທາລະນະ ໃນວັນພຸດວານນີ້.

ປະທານາທິບໍດີຮັກ​ສາການ ປະເທດ ບຣາຊິລ ທ່ານ Michel Temer ໄດ້ມີ​ການ​ພົວພັນ​ກັບການສໍ້ລາດບັງຫຼວງທີ່​ເປັນ​ຂ່າວ​ນອງ​ນັນໃຫຍ່ທີ່ສຸດຂອງປະເທດ ໃນ ການໃຫ້ການ ໂດຍພິຍານຄົນສຳຄັນ ທີ່ໄດ້ເປີດເຜີຍຕໍ່ສາທາລະນະ ໃນວັນພຸດ ວານນີ້.

ທ່ານ Sergio Machado ອະດີດຜູ້ບໍລິຫານລະດັບສູງ ຂອງບໍລິສັດນ້ຳມັນລັດ ຖະບານ Petrobras ໄດ້ກ່າວວ່າ ທ່ານ Temer ໄດ້ຂໍເງິນຈາກບໍລິສັດ ເພື່ອເປັນ ເງິນທຶນໃນການ ໂຄສະນາຫາສຽງ ສຳລັບທ່ານເອງ ແລະ ສະມາຊິກຄົນອື່ນໆ ຢູ່ໃນພັກຂອງທ່ານ.

ຜູ້ບໍລິຫານຂອງບໍລິສັດນ້ຳມັນໄດ້ກ່າວວ່າ ທ່ານ Temer ໄດ້ພົບປະກັບທ່ານ ເພື່ອຂໍເງິນ 431,000 ໂດລາ ເພື່ອໄປເປັນທຶນໃຫ້ກັບການໂຄສະນາຫາສຽງ ຂອງສະມາຊິກສະພາ ທ່ານ Gabriel Chalita.

ນອກ​ນັ້ນ ທ່ານ Machado ຍັງໄດ້ກ່າວວ່າ ທ່ານໄດ້ຈັດການເງິນສິນບົນສຳລັບ ທ່ານ Temer ແລະ ນັກການເມືອງຄົນອື່ນໆອີກ 10 ຄົນ, ບາງຄົນໃນນັ້ນ ແມ່ນສະມາຊິກພັກ PMDB ທີ່ມີນະໂຍບາຍແນວທາງ​ເປັນກາງອຽງຂວາຂອງ ທ່ານ Temer.

ສ່ວນພິຍານຄົນອື່ນໆໄດ້ກ່າວຫາທ່ານ Temer ໃຊ້ເງິນໜູນຫຼັງບັນດາຜູ້ບໍລິ ຫານຂອງ ບໍລິສັດ Petrobras ສອງ​ຄົນດັ່ງນັ້ນພວກເຂົາເຈົ້າຈຶ່ງສາມາດຄວບ ຄຸມແຜນການໄດ້.

ທ່ານ Temer ໄດ້ປະຕິເສດຕໍ່ທຸກໆການມີສ່ວນຮ່ວມໃນແຜນການຂອງບໍລິສັດ Petrobras ທີ່ເປັນຂ່າວນອງ​ນັນອັນໃຫຍ່ເຊິ່ງພວກພະນັກງານສັນຍາຈ້າງໄດ້ ເກັບເງິນ ຈາກບໍລິສັດເກີນຈຳນວນ ປະມານ 2 ຕື້ໂດລາ. ຫ້ອງການຂອງທ່ານ ໄດ້ກ່າວວ່າ ການໃຫ້ ປາກຄຳຂອງທ່ານ Machado ແມ່ນຂໍ້ຕົກລົງໃນຄະດີອາຊະ ຍາກຳທີ່ໄດ້ຖືກເປີດເຜີຍ ຕໍ່ສາທາລະນາໂດຍສານສູງສຸດໃນວັນພຸດວານນີ້, ເຊິ່ງ “ບໍ່ມີມູນຄວາມຈິງ​ໃດໆ​ເລີຍ.”

ລັດຖະບານ​ປະສົມ​ທີ່ເປັນກາງອຽງຂວາ ຂອງທ່ານ Michel Temer ໄດ້ຖືກຕັດ ສິນເກືອບ ບໍ່ເຖິງ 1 ເດືອນຜ່ານ​ມາ ຫຼັງຈາກມີການຟ້ອງ​ຮ້ອງອະດີດປະທາ ນາທິບໍດີຂອງ ບຣາຊິລ ທ່ານນາງ Dilma Rousseff. ສະມາຊິກສະພາ ບຣາຊິລ ໄດ້ລົງຄະແນນສຽງເພື່ອກ່າວ ໂທດ ຕໍ່ທ່ານນາງ Rousseff ກ່ຽວກັບ ຂໍ້ຫາ ຕ່າງໆທີ່ທ່ານໄດ້ໃຊ້ເລ່ກົນດ້ານ​ບັນຊີເພື່ອ ເຊື່ອງງົບປະມານທີ່ຂາດໄປຂອງ ບຣາ ຊິລ ໃນເວລາທີ່ທ່ານນາງໄດ້ລົງແຂ່ງຂັນ​ເລືອກ​ຕັ້ງ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກໃນປີ 2014.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG