ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Temer ສາບານ​ຕົວ ​ເຂົ້າຮັບ​ຕຳ​ແໜ່​ງ ເປັນປະທານາທິບໍດີ ຄົນໃໝ່ ຂອງ Brazil


ປະທານາທິບໍດີ ບຣາຊິລ ຄົນໃໝ່ ທ່ານ Michel Temer ສະແດງທ່າທີໃນລະຫວ່າງ ພິທີເຂົ້າຮັບຕຳແໜ່ງປະທານຄົນໃໝ່ຂອງບໍລິສັດລັດຖະບານ, ທີ່ທຳນຽບ Planalto ໃນນະຄອນຫຼວງ Brasilia, 1 ມິຖຸນາ, 2016.
ປະທານາທິບໍດີ ບຣາຊິລ ຄົນໃໝ່ ທ່ານ Michel Temer ສະແດງທ່າທີໃນລະຫວ່າງ ພິທີເຂົ້າຮັບຕຳແໜ່ງປະທານຄົນໃໝ່ຂອງບໍລິສັດລັດຖະບານ, ທີ່ທຳນຽບ Planalto ໃນນະຄອນຫຼວງ Brasilia, 1 ມິຖຸນາ, 2016.

ປະທານາທິບໍດີຄົນ​ໃໝ່ ​ຂອງ Brazil ທ່ານ Michel Temer ​ໃຫ້​ຄຳ​ໝັ້ນ​ສັນຍາ​ ກ່ຽວ​ກັບ
“​ຍຸກ​ສະ​ໄໝໃໝ່​” ຂອງ​ລັດຖະບານ ສຳລັບ​ປະ​ເທດທີ່​ເກີດ​ມີ​ວິ​ກິດ​ການຮ້າຍ​ແຮງ​ ​ໃນ​ວັນ​ພຸດ​ວານ​ນີ້ ບໍ່​ດົນ​ຫຼັງ​ຈາກ​ທີ່​ໄດ້ສາບານ​ຕົວ​ເຂົ້າຮັບ​ຕຳ​ແໜ່​ງ ລຸນ​ຫລັງ​ທີ່​ໄດ້​ມີການຟ້ອງ​ຮ້ອງປະ ທານາທິບໍດີ​ຄົນ​ກ່ອນ ​ກໍ​ຄື​ທ່ານນາງ Dilma Rousseff.

ກ່ອນ​ໜ້າ​ນີ້ ສະພາສູງ Brazil ​ໄດ້​ລົງ​ຄະ​ແນນ​ສຽງ 61 ຕໍ່ 20 ທີ່​ຈະ​ປົດ​ທ່ານນາງ Rousseff ອອກ​ຈາກ​ຕຳ​ແໜ່​ງ ໃນ​ຖານະ​ທີ່​ກະທຳ​ຜິດ​ກົດໝາຍ​ງົບ​ປະມານ​ຂອງ​ລັດຖະບານກາງ.

ການ​ຕັດສິນ​ແມ່ນ​ມີ​ຂຶ້ນ ຫຼັງ​ຈາກ​ທີ່ທ່ານນາງ Rousseff ຊຶ່ງ​ເປັນ​ປະທາ​ນາ​ທິບໍດີແມ່ຍິງ​ຜູ້​ທຳ​ອິດຂອງ​ປະ​ເທດ​ໄດ້​ຖືກ​ສອບ​ປາກຄຳດົນ​ກວ່າ 14 ຊົ່ວ​ໂມງ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້. ການ​ໂຕ້
​ແຍ້​ງ​ຮອບ​ສຸດ​ທ້າຍໃນຄະດີຟ້ອງຮ້ອງ​ທ່ານ​ນາງແມ່ນມີ​ຂຶ້ນ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້. ຈາກສະມາ ຊິກ​ສະພາສູງທັງ​ໝົດ 81 ​ທ່ານ ​ແມ່ນ​ຕ້ອງການ​ຢ່າງ​ນ້ອຍ 54 ຄົນ ຈຳ​ເປັນ​ທີ່​ຈະ​ຕ້ອງ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບການ​ຟ້ອງ​ຮ້ອງດັ່ງກ່າວ ​ເພື່ອໃຫ້ການ​ຕັດສິນນີ້​ເປັນ​ທີ່ຜູກ​ມັດ​ໄດ້.

​ໃນການ​ກ່າວ​ຕໍ່ກອງ​ປະຊຸມ​ຄະນະ​ລັດຖະບານ​ທີ່​ມີ​ການຖ່າຍ​ທອດ​ທາງ​ໂທລະພາບ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ສາບານ​ຕົວເຂົ້າຮັບ​ຕຳ​ແໜ່​ງແລ້ວ​ນັ້ນ ທ່ານ Temer ​ໄດ້​ກ່າວ​ວ່າ ບູລິມະ​ສິດ​ຂອງ​ທ່ານ​ ​ແມ່ນປົວ​ແປງເສດຖະກິດ​ຂອງ Brazil ​ດຶງ​ດູດ​ເອົາການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ ຫຼຸດ​ຈຳນວນ​ຄົນ​ຫວ່າງ​ງານ​ລົງ ​ແລະ​ເລີ້ມ​ການປະຕິ​ຮູບ​ລະບົບເບ້ຍບຳນານ.

​ແຕ່ທ່ານ​ກໍເຕືອນວ່າ ຈະ​ບໍ່​ມີ​ການໂຍະຍານໃດໆ ຕໍ່​ການ​ແບ່ງ​ແຍກ​ພາຍໃນ​ລັດຖະບານ​ປະສົມ ​ຂອງ​ທ່ານ. ​ເບິ່ງ​ຄື​ວ່າ ທ່ານ Temer ລຳ​ຄານ ທີ່ພັນທະ​ມິດຂອງ​ທ່ານຈຳນວນ​ນຶ່ງ ​ ໄດ້​ອະນຸ​ມຸດ​ສິດທາງ​ການ​ເມືອງໃຫ້ທ່ານ​ນາງ Rousseff ​ໂດຍ​ປາດ​ສະ​ຈາກ​ປຶ​ກສາຫາລື​ກັບລັດຖະບານຂອງທ່ານ​ແຕ່​ຢ່າງ​ໃດ.

ທ່ານ​ນາງ Rousseff ​ແມ່ນ​ໄດ້​ຖືກ​ກ່າວ​ຫາ ​ໃນ​ຖານະ​ທີ່​ໃຊ້​ເງິນ​ຢ່າງ​ຜິດ​ກົດໝາຍ ຈາກ​ທະ​ນາຄາ​ນລັດຖະບານ ​ເພື່ອ​ຖົມ​ຂຸມ​ງົບ​ປະມານຂອງ​ລັດຖະບານກາງ. ​ໃນ​ຄວາມ​ພະຍາຍາມ ທີ່​ຈະ​ສ້າງ​ຊື່​ສຽງ​ຂອງ​ທ່ານ​ນາງ ​ກ່ອນ​ການເລືອກ​ຕັ້ງ​ປະທານາທິບໍດີໃນປີ 2014. ທ່ານ​ນາງ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາຕ່າງໆ ​ໃນ​ການ​ກະທຳ​ຜິດ​ທີ່​ວ່າ​ນີ້ ​ແລະກັບ​ກ່າວ​ຫາຄູ່​ແຂາງ​ທາງ​ການ​ເມືອງ​ຂອງ​ທ່ານ​ນາງ​ວ່າ ​ໃຊ້​ການ​ດຳ​ເນີນ​ຄະດີ​ນີ້ ​ເພື່ອ​ຈະ​ໂຄ່ນ​ລົ້ມ​ທ່ານ​ນາງ ​ແລະບ່ອນ​ທຳລາຍ​ເສດຖະກິດ​ຂອງ Brazil.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG