ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາສູງ ບຣາຊິລ ລົງຄະແນນສຽງ ຟ້ອງປະທານາທິບໍດີ ທ່ານນາງ Rousseff


ປະທານສານສູງສຸດຂອງ ບຣາຊິລ ທ່ານ Ricardo Lewandowski (ນັ່ງຢູ່) ໂອ້ລົມກັບບັນດາສະມາຊິກສະພາສູງ ໃນລະຫວ່າງ ການປຶກສາຫາລື ກ່ອນການ ລົງຄະແນນສຽງວ່າ ປະທານາທາິບໍດີ ທີ່ຖືກສັ່ງພັກວຽກຊົ່ວຄາວ ທ່ານນາງ Dilma Rousseff ຄວນຖືກນຳຕົວຂຶ້ນສານ ສຳລັບການກ່າວໂທດ, ນະຄອນຫຼວງ Brasilia, ບຣາຊິລ, 9 ສິງຫາ, 2016.
ປະທານສານສູງສຸດຂອງ ບຣາຊິລ ທ່ານ Ricardo Lewandowski (ນັ່ງຢູ່) ໂອ້ລົມກັບບັນດາສະມາຊິກສະພາສູງ ໃນລະຫວ່າງ ການປຶກສາຫາລື ກ່ອນການ ລົງຄະແນນສຽງວ່າ ປະທານາທາິບໍດີ ທີ່ຖືກສັ່ງພັກວຽກຊົ່ວຄາວ ທ່ານນາງ Dilma Rousseff ຄວນຖືກນຳຕົວຂຶ້ນສານ ສຳລັບການກ່າວໂທດ, ນະຄອນຫຼວງ Brasilia, ບຣາຊິລ, 9 ສິງຫາ, 2016.

ສະພາ​ສູງ​ບຣາຊີ​ລ ​ໄດ້​ລົງ​ຄະ​ແນນ​ສຽງ​ເລີ້ມການ​ຟ້ອງ​ຮ້ອງ​ປະທານາທິບໍດີ Dil-ma Rousseff ​ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ອາດ​ພາ​ໃຫ້​ມີການ​ໂອນ​ອຳນາດ​ຢ່າງ ​ເປັນ​ທາງ​ການ​ໃຫ້​ແກ່​ອະດີດ​ຮອງ​ປະທານາທິບໍດີ​ຂອງ​ທ່ານ​ນາງ ທ່ານ Michel Temer ​ເຊິ່ງກຳ​ຕຳ​ແໜ່​ງປະທານາທິບໍດີ​ຊົ່ວຄາວ​ຂອງ​ປະ​ເທດ​ໃນ​ເວລາ​ນີ້.

ສະພາ​ສູງ​ໄດ້​ອະພິປາຍ​ກັນ​ມາ​ຈົນ​ຮອດ​ເຊົ້າມືດວັນ​ພຸດ​ມື້ນີ້ ​ແຕ່​ຜົນ​ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ຈະ​ແຈ້ງ ຄື 59​ ຕໍ່ 21 ​ເຫັນ​ພ້ອມ​ໃຫ້​ດຳ​ເນີນ​ການ​ຕໍ່​ໄປ​ໃນ​ການ ຟ້ອງຮ້ອງ​ທ່ານ​ນາງ. ສະພາ​ສູງ​ພຽງ​ແຕ່​ຕ້ອງການ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ແບບ ທຳ​ມະ​ດາ​ເທົ່າ​ນັ້ນ ທີ່​ຈະ​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ຕໍ່​ທ່ານ​ນາງ ​ແຕ່​ຈຳ ​ເປັນ​ຕ້ອງ​ໄດ້​ຮັບ​ຄະ​ແນນສຽງ​ສອງ​ສ່ວນ​ສາມ ​ໃນ​ການ​ລົງ​ມະຕິ​ຂັ້ນສຸດ​ທ້າຍ ຊຶ່ງຈະ​ມີ​ຂຶ້ນຫຼັງຈາກ​ການ​ດຳ​ເນີນ​ຄະດີ​ແລ້ວ​ໃນ​ເດືອ​ນ ສິງຫາ.

ສະພາໄດ້​ປົດ​ທ່ານ​ນາງ Rousseff ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ຫລັງ​ຈາກ​ມີ​ການກ່າວ​ຫາ​ວ່າ ທ່ານ​ນາງ​ໄດ້​ນຳ​ເອົ​າ​ເງິນ​ທີ່​ຜິດ​ກົດໝາຍ​ຈຳນວນ​ນຶ່ງ​ມາສະ​ໜັບ ສະ​ໜຸນ​ຕໍ່​ງົບປະມານ​ຂອງ​ຊາດ ​ເພື່ອ​ໃຫ້​ເບິ່ງ​ຄ້າຍ​ກັບ​ວ່າ ການ​ຫລຸດ​ຖອຍ​ຂອງ ​ເສດຖະກິດ​ແມ່ນ​ບໍ່​ຮ້າຍ​ແຮງດັ່ງ​ກັບ​ທີ່​ເກີດ​ຂຶ້ນ​ໂຕ​ຈິງ ​ໃນ​ລະຫວ່າງ​ການ​ໂຄສະ ນາ​ຫາ​ສຽງ​ເລືອກ​ຕັ້ງ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ​ຂອງ​ທ່ານ​ນາງ​ເມື່ອ​ປີ 2014. ​ໃນ ຕະຫລອດ​ຂັ້ນຕອນ​ການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະດີ​ນັ້ນ ທ່ານ​ນາງ Rousseff ຍັງ ຢືນ​ຢັດ​ວ່າ ທ່ານ​ນາງ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ແລະ​ເອີ້ນການ​ເຄື່ອນ​ໄຫວ​ນີ້ວ່າ ​ເປັນ ການ​ເຮັດ​ລັດຖະປະຫານ.

ທ່ານ​ນາງ Rousseff ​ໄດ້​ປະຕິ​ເສດ​ວ່າ ທ່ານ​ນາງ​ບໍ່​ໄດ້​ລະ​ເມີດ​ກົດໝາຍ​ງົບ ປະມານ​ແລະ​ຢືນຢັນ​ວ່າ ທ່ານ​ນາງ​ແມ່ນ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ສົມຮູ້​ຮ່ວມຄິດ ຂອງ​ພວກ​ຝ່າຍ​ຂວາ ​ເພື່ອໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​ນາງ​ທີ່​ໄດ້​ສ້າງ​ຄວາມ ກ້າວໜ້າ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ພວກ​ຄົນ​ທຸກຊາວບຣາຊີ​ລ.

​ໃນ​ບົດ​ຂຽນ​ຕໍ່ສູ້​ຄະດີ​ເມື່ອ​ເດືອນ​ແລ້ວນີ້ ທ່ານ​ນາງ Rousseff ກ່າວ​ວ່າ ຊາວ ບຣາຊີ​ລຮູ້​ດີ​ວ່າ ​ແມ່ຍິງ​ທີ່​ສັດ​ຊື່ຄົນ​ນຶ່ງ​ກຳລັງ​ຖືກ​ດຳເນີນ​ຄະດີ​ແລະ​ທ່ານ​ນາງ​ເອີ້ນການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະດີ​ນີ້ວ່າ ​ເປັນ​ເລື້ອງຕະຫລົກ ​ແລະ ​ການ​ກ່າວ​ຫາ​ ກ່ຽ​ວກັບ ​ຄວາມ​ຜິດ​ເຫລົ່ານີ້ວ່າ ບໍ່​ມີ​ຫຍັງ​ນອກ​ເໜືອ​ໄປ​ຈາກ​ການ​ເຄື່ອນ​ໄຫວ​ໃນ​ການ ຄຸ້ມ​ຄອງ​ງົບປະມານ​ຕາມ​ທຳ​ມະ​ດາ​ເທົ່າ​ນັ້ນ.

ການ​ຕັດສິນ​ລົງ​ໂທດ​ຈະ​ເຮັດ​ໃຫ້ການ​ປົກຄອງ​ເປັນ​ເວລາ 13 ປີ​ຂອງ​ທ່ານ​ນາງສິ້ນສຸດ​ລົງ ​ແລະ​ປະປ່ອຍ​ໃຫ້​ເສດຖະກິດ​ທີ່​ໃຫຍ່​ສຸດ​ໃນ​ອາ​ເມຣິກາ​ລາ​ຕິນຕົກ​ໄປ ຢູ່​ໃນ​ກຳມື​ຂອງ​ອະ ດີດ​ຮອງ​ປະທານາທິບໍດີ​ຂອງ​ທ່ານ​ນາງ ທີ່​ນິຍົມ​ແນວທາງ​ເດີມນັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Brazil Rouseff
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG