ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Rousseff ຍ້າຍອອກຈາກ ທຳນຽບ ປະທານາທິບໍດີ


ສອງຄົນ ຍ່າງຜ່ານຮູບພາບທີ່ເປັນທາງການ ຂອງປະທາ ນາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ທີ່ໄດ້ ຖືກປົດອອກຈາກໜ້າທີ່ຊົ່ວຄາວ, ໂດຍມີຂໍ້ຄວາມພາສາ Portuguese ຂຽນລົງໃສ່ ທີ່ອ່ານວ່າ "Dilma ປະທານາທິບໍດີ ຂອງພວກເຮົາ," ຢູ່ທີ່ຄ້າຍໃນນະຄອນຫຼວງ Brasilia ຂອງ Brazil, ວັນອາທິດ ທີ 28 ສິງຫາ 2016.
ສອງຄົນ ຍ່າງຜ່ານຮູບພາບທີ່ເປັນທາງການ ຂອງປະທາ ນາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ທີ່ໄດ້ ຖືກປົດອອກຈາກໜ້າທີ່ຊົ່ວຄາວ, ໂດຍມີຂໍ້ຄວາມພາສາ Portuguese ຂຽນລົງໃສ່ ທີ່ອ່ານວ່າ "Dilma ປະທານາທິບໍດີ ຂອງພວກເຮົາ," ຢູ່ທີ່ຄ້າຍໃນນະຄອນຫຼວງ Brasilia ຂອງ Brazil, ວັນອາທິດ ທີ 28 ສິງຫາ 2016.

ອະດີດປະທານາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ໄດ້ຍົກຍ້າຍອອກໄປ ຈາກທຳນຽບປະທານາທິບໍດີ ເປັນຄັ້ງສຸດທ້າຍ ໃນວັນອັງຄານວານນີ້ ພຽງແຕ່ 6 ມື້ ຫຼັງ ຈາກສະພາສູງຂອງປະເທດ ໄດ້ລົງຄະແນນສຽງ ປົດທ່ານນາງອອກຈາກຕຳແໜ່ງ.

ພວກສະໜັບສະໜູນ ປະມານ 100 ຄົນ ໄດ້ໄປສະຖານທີ່ແຫ່ງດັ່ງກ່າວ ເພື່ອສົ່ງ ນັກການເມືອງ ທີ່​ມີ​ຊື່​ສຽງ​ບໍ່ຄອຍ​ດີ ໂດຍການຫວ່ານກີບດອກໄມ້ສີແດງ ແລະ ເຫຼືອງ ໃສ່ພື້ນດິນ ໃນຂະນະທີ່ທ່ານນາງ Rousseff ໄດ້ອອກມາຈາກລົດຂອງທ່ານນາງ ເພື່ອ ທັກທາຍກັບພວກເຂົາເຈົ້າ.

ຫຼັງຈາກທີ້ໄດ້ອອກ​ໄປຈາກທຳນຽບປະທານາທິບໍດີແລ້ວ ທ່ານນາງ Rousseff ໄດ້ຂຶ້ນ ເຮືອບິນກອງທັບອາກາດ ເພື່ອບິນໄປຍັງເມືອງ Porto Alegre ບ່ອນທີ່ທ່ານນາງ ຈະໄດ້ ຖືກຕ້ອນຮັບອີກເທື່ອໜຶ່ງ ໂດຍພວກສະໜັບສະໜູນ ໃນເວລາເຮືອບິນຂອງທ່ານນາງ ໄດ້ລົງຈອດ.

ອະດີດຮອງປະທານາທິບໍດີ ຂອງທ່ານນາງ Rousseff ​ເຊິ່ງ​ເປັນ ປະທານາທິບໍດີ ຮັກສາ ການ ໃນປັດຈຸບັນ ທ່ານ Michel Temer ແມ່ນເບິ່ງຄືວ່າ ຈະຍ້າຍເຂົ້າໄປໃນທຳນຽບ ປະທານາທິບໍດີ ໃນສອງສາມມື້ຈະມາເຖິງນີ້.

ການຍ້າຍອອກໄປ ຂອງທ່ານນາງ Rousseff ນັ້ນ ​ແມ່ນ​ງຽບສະຫງົບງຽບຫຼາຍກ ວ່າ ການເດີນຂະບວນປະທ້ວງ ທົ່ວປະເທດ ເມື່ອບໍ່ດົນມານີ້ ທີ່ໄດ້ພົບເຫັນການປະທະກັນ ຢ່າງຮຸນແຮງ ລະຫວ່າງພວກປະທ້ວງ ກັບຕຳຫຼວດ.

ຕະຫຼອດທ້າຍສັບປະດາຜ່ານມາ ຫຼາຍສິບພັນຄົນ ໄດ້ອອກມາລວມຕົວກັນຢູ່ຖະໜົນ Paulista ເຊິ່ງເປັນທາງຫຼວງສາຍໜຶ່ງ ທີ່ມີການສັນຈອນ​ໄປມາໜາແໜ້ນທີ່ສຸດ ຂອງ ບຣາຊີລເພື່ອປະທ້ວງຕໍ່ຕ້ານລັດຖະບານໃໝ່ ຂອງທ່ານ Temer.

ເຈົ້າໜ້າທີ່ຕຳຫຼວດ ໄດ້ກ່າວວ່າ ການປະທ້ວງ ຢູ່ໃນນະຄອນ Sao Paulo ໃນເບື້ອງຕົ້ນ ສະຫງົບຫງຽບ ແຕ່ໃນທີ່ສຸດ ບັນດາເຈົ້າໜ້າທີ່ໄດ້ຍິງລະເບີດແກັສ, ລະເບີດສົ່ງສຽງດັງ ແລະ ໃຊ້ທໍ່​ສີດ​ນ້ຳ​ຂະໜາດ​ໃຫຍ່ ສີດ​ເຂົ້າໃສ່ພວກ​ປະ​ທ້ວງ ຫຼັງຈາກກຸ່ມດັ່ງກ່າວ ໄດ້ກໍ່ ຄວາມຮຸນແຮງທີ່ສະຖານີລົດໄຟໃຕ້ດິນແຫ່ງໜຶ່ງ ດ້ວຍການມ້າງປະຕູໝູນ ແລະ ແກວ່ງ ກ້ອນຫີນໃສ່ ເຈົ້າໜ້າທີ່ປາບປາມຈະລາຈົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG