ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານເລີ່ມບຸກເຂດຄົນທຸກ ໃນນະຄອນ Rio


ທະຫານແລະຕໍາຫລວດທໍາການກວດລ້າງພວກຄ້າຢາເສບຕິດໃນເຂດ
ຄົນທຸກຍາກ Alemao ວັນທີ 26 ພະຈິກ.
ທະຫານແລະຕໍາຫລວດທໍາການກວດລ້າງພວກຄ້າຢາເສບຕິດໃນເຂດ ຄົນທຸກຍາກ Alemao ວັນທີ 26 ພະຈິກ.

ພວກ​ທະຫານ​ແລະ​ຕໍາຫລວດ​ໃນ​ນະຄອນ Rio de
Janeiro ​ໄດ້​ເລີ່​ມບຸກ​ເຂົ້າ​ໄປ ​ໃນຄຸ້ມຄົນ​ທຸກ​ຈົນແຫ່ງ​ນຶ່ງ
ທີ່​ນັບ​ມື້ແຜ່​ຂະຫຍາຍ​ກວ້າງອອກໄປໃນ​ນະຄອນ​ດັ່ງ
ກ່າວ ຫລັງ​ຈາກ​ທວງໃຫ້​ພວກ​ຄ້າ​ຢາ​ເສບ​ຕິດ​ໃນ​ເຂດ
ຄຸ້ມ​ນັ້ນ ​ເຂົ້າ​ມອບ​ໂຕຕໍ່​ເຈົ້າ​ໜ້າ​ທີ່​.

ທະຫານ​ແລະ​ຕໍາຫລວດ​ຈໍານວນ​ຫລາຍ​ກວ່າ 2000
ຄົນ​ໄດ້​ເຄື່ອນ​ໄຫວ​ເຂົ້າ​ໄປຍັງ​ບໍລະເວນ​ຄຸ້ມ​ຄົນ​ທຸກ​ຈົນ
Alemao ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ໂດຍ​ມີ​ເຮືອບິນ
ເຮ​ລີ​ຄອບ​ເຕີຈໍານວນນຶ່ງບິນ​ໃນໄລຍະ​ຕໍ່າ ເພື່ອ​ໃຫ້
ການສະໜັບສະໜຸນ​ຄວາມ​ພະຍາຍາມ​ຕ່າງໆໃນຄັ້ງ​ນີ້.

ຟິມຮູບ​ເງົາ​ໂທລະ​ພາບສະ​ແດງ​ໃຫ້​ເຫັນ​ການ​ແລກປ່ຽນ​ຍິງ​ປືນ​ຕໍ່ສູ້​ກັນ​ກັບ​ພວກ​ສະມາຊິກ
ແກ໊ງ ທີ່​ໄດ້​ຄອບ​ຄອງເຂດ​ນີ້​ມາ​ຕັ້ງ​ແຕ່​ດົນ​ນານ​ນັ້ນ. ທາງ​ການ Brazil ກ່າວ​ໃນ​ວັນ​ເສົາ
ວານ​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້ບົ່ງ​ບໍລິ​ເວນຖະໜົນ​ສາຍ​ນຶ່ງ​ໃຫ້ເປັນ​ບ່ອນ​ທີ່​ພວກຄ້າ​ຢາ​ເສບ​ຕິດ​ເຂົ້າ
ມອບ​ໂຕ​ ​ໂດຍ​ໃຫ້​ພາກັນ​ຍ່າງ​ເຂົ້າ​ມາ​ພ້ອມ​ກັບຍົກ​ອາວຸດ​ປືນ​ຂອງ​ພວກ​ເຂົາ ຂຶ້ນ​ເທິງ​ຫົວ.

ຕໍາ​ຫລວງໄດ້​ບຸ​ກລຸກ​ເຂົ້າ​ໄປ​ໃນ​ຄຸ້ມ​ຄົນ​ທຸກ Alemao ​ເພື່ອ​ຂັບ​ໄລ່​ພວກ​ແກ໊ງທີ່​ໄດ້​ຄອບ​ຄອງ
ເຂດ​ດັ່ງກ່າວ ມາເປັນ​ເວລາດົນນານ​ນັ້ນ ​ອອກ​ໄປ.

ການ​ປະ​ເຊີນ​ໜ້າ​ກັນ​ນີ້​ ແມ່ນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປຸກລະດົມ​ທີ່​ເສີມ​ຂະຫຍາຍ​ອອກ ທີ່
ທາງ​ການບຣາຊີ​ລໄດ້​ດໍາ​ເນີນ​ມາ​ເພື່ອ​ປາບ​ການ​ລັກລອບ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ນະຄອນ Rio
ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່ Brazil ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ພະຍາຍາມ​ນໍາ​ເອົາຄວາມ​ສະຫງົບ​ຮຽບ
ຮ້ອຍ​ມາສູ່​ໂຕ​ຕົວ​ເມືອງ ​ກ່ອນ​ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນເຕະບານ​ໂລກ​ຮອບ​ຊະນະ
ເລີດຫລື​ສຸດ​ທ້າຍ​ປະ​ຈໍາປີ 2014 ​ແລະເປັນເຈົ້າພາບ​ຈັດການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ປະ​ຈໍາປີ
2016 ນັ້ນ.

ພວກ​ແກ໊ງຄ້າ​ຢາ​ເສບ​ຕິດໄດ້ຕອບ​ໂຕ້​ຕໍ່​ການ​ປຸກລະດົມ​ຂອງ​ລັດຖະບານ​ນີ້ດ້ວຍ​ຄື້ນຟອງ​ແຫ່ງ
ຄວາມ​ຮຸນ​ແຮງ ​ໂດຍ​ຍິງ​ປືນ​ໃສ່​ຕໍາຫລວດ​ແລະ​ຈູດ​ເຜົາ​ຍານພາຫະນະ​ຈໍານວນ​ຫລາຍ​ກວ່າ
100 ຄັນ​ໃນ​ສັບປະດາ​ຜ່ານ​ມາ ​ແລະເຮັດ​ໃຫ້ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວຢ່າງ​ນ້ອຍ ​35
ຄົນໃນ​ຄວາມຮຸນ​ແຮງດັ່ງກ່າວ.

XS
SM
MD
LG