ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບຣາຊີລ ປະຊຸມສຸກເສີນ ຫາລື ກ່ຽວກັບ ການປະທ້ວງ (ສະໄລດ໌/ວີດິໂອ)


ການປະທ້ວງ ການແຂ່ງຂັນເຕະບານ ຊິງຂັນ Confed Cup
ການປະທ້ວງ ການແຂ່ງຂັນເຕະບານ ຊິງຂັນ Confed Cup
ປະທານາທິບໍດີບຣາຊີລ ຮຽກຮ້ອງໃຫ້ເປີດ ກອງປະຊຸມສຸກເສີນ
ຄະນະລັດຖະບານ ເພື່ອປຶກສາຫາລື ກ່ຽວກັບຂະບວນການປະ ທ້ວງທີ່ຂະຫຍາຍວົງກວ້າງອອກຊຶ່ງຍັງບໍ່ທັນມີທ່າທີວ່າຈະມີການ ຊັກຊ້າລົງແຕ່ຢ່າງໃດທັງໆທີ່ລັດຖະບານໄດ້ຍິນຍອມອ່ອນຂໍ້ໃຫ້.

ມີພວກປະທ້ວງຢ່າງໜ້ອຍ 1 ລ້ານຄົນໂຮມຊຸມນຸມກັນຢູ່ໃນຫຼາຍ ສິບຫົວເມືອງທົ່ວປະເທດໃນວັນພະຫັດວານນີ້ຮວມທັງຢ່າງໜ້ອຍ
3 ແສນຄົນທີ່ນະຄອນ Rio de Janeiro ບ່ອນທີ່ຕຳຫຼວດໄດ້ຍິງ
ລະເບີດນໍ້າຕາເຂົ້າໃສ່ ເພື່ອຄວບຄຸມພວກປະທ້ວງ.

ນອກນັ້ນແລ້ວ ພວກປະທ້ວງຍັງໄດ້ບຸກເຂົ້າໄປໃນກະຊວງການ
ຕ່າງປະເທດທີ່ນະຄອນຫຼວງ Brasilia ໂດຍພາກັນແກວ່ງສິ່ງຂອງທີ່ກຳລັງຖືກໄຟໄໝ້ແລະ ໝາກກະໂພກເຂົ້າໄປໃສ່ຕຶກອາຄານກະຊວງການຕ່າງປະເທດກ່ອນທີ່ຈະຖືກຕຳຫຼວດຂັບ ໄລ່ໃຫ້ແຕກພ່າຍໄປ.

ປະທານາທິບໍດີ Dilma Rousseff ຈະພົບປະກັບລັດຖະມົນຕີໃນຄະນະລັດຖະບານຫຼາຍ ທ່ານ ໃນຕອນເຊົ້າຂອງວັນສຸກມື້ນີ້ ເພື່ອປຶກສາຫາລືກ່ຽວກັບວ່າຈະຮັບມືແບບໃດກັບການ ປະທ້ວງ ຊຶ່ງເປັນການໂຮມຊຸມນຸມທີ່ໃຫຍ່ທີ່ສຸດ ຢູ່ໃນປະເທດດັ່ງກ່າວ ໃນຮອບສອງທົດສະ ວັດ. ທ່ານນາງໄດ້ປະກາດໄປແລ້ວທີ່ຈະຍົກເລີກແຜນການເດີນທາງໄປຢ້ຽມຢາມປະເທດ ຍີ່ປຸ່ນ ຊຶ່ງຈະມີຂຶ້ນໃນອາທິດໜ້ານີ້.

ການປະທ້ວງໃນອາທິດນີ້ ແມ່ນມີຕົ້ນຕໍມາຈາກການຂຶ້ນຄ່າລົດເມແລະລົດໄຟໃຕ້ດິນ ແຕ່ ຫຼັງຈາກນັ້ນ ພວກປະທ້ວງແມ່ນເພັ່ງເລັງໃສ່ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ການລະເລີຍ
ບໍ່ເອົາໃຈໃສ່ຂອງລັດຖະບານ ຕໍ່ການບໍລິການຮັບໃຊ້ປະຊາຊົນ ການເກັບພາສີສູງ ແລະ ການສໍ້ລາດບັງຫຼວງທີ່ມີຢູ່ຢ່າງແຜ່ກວ້າງ.



ພວກປະທ້ວງບໍ່ໄດ້ເອົາຫົວຊາຕໍ່ຂ່າວທີ່ວ່າ ນະຄອນ Sao Paulo ແລະ Rio de Janero ໄດ້ຍົກເລີກໄປແລ້ວແຜນການທີ່ຈະຂຶ້ນຄ່າໂດຍສານໄປມາສຳລັບລະບົບຂົນສົ່ງຂອງລັດ ຖະບານ.

ນອກນັ້ນພວກປະທ້ວງຍັງໄດ້ແນເປົ້າໝາຍໃສ່ການໃຊ້ຈ່າຍຫຼາຍພັນລ້ານໂດລາຂອງລັດ ຖະບານ ໃນການເປັນເຈົ້າພາບ ຈັດການແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ປີ 2016 ການເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກຊິງຂັນ World Cup ໃນປີໜ້າ ແລະ ການເປັນເຈົ້າພາບຈັດການແຂ່ງຂັນເຕະບານຊິງຂັນ Confede ration ຂອງອົງການຟີຟາ ໃນປີນີ້.

ຕຳຫຼວດທີ່ນະຄອນ Rio de Janeiro ໄດ້ປິດລ້ອມບໍລິເວນອ້ອມແອ້ມສະໜາມກິລາ Ma- racana ໃນວັນພະຫັດວານນີ້ ຍ້ອນເປັນຫ່ວງວ່າພວກປະທ້ວງອາດຫາທາງລົບກວນການ ແຂ່ງຂັນເຕະບານຊິງຂັນ Confederation ທີ່ພວມດຳເນີນໄປ ຢູ່ຂ້າງໃນສະໜາມກິລາດັ່ງ ກ່າວ.

ເບິ່ງວີດິໂອ ກອງປະຊຸມສຸກເສີນ ຂອງລັດຖະບານບຣາຊິລ:

Rousseff Convenes Brazilian Ministers Over Protests
please wait

No media source currently available

0:00 0:01:31 0:00
ລິງໂດຍກົງ
XS
SM
MD
LG