ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ບຣາຊິລ ປະຕິເສດ ທີ່ຈະລາ ອອກຈາກຕຳແໜ່ງ ຍ້ອນຂ່າວນອງນັນ ການ ສໍ້ລາດບັງຫຼວງ


ປະທານາທິບໍດີ ບຣາຊິລ ທ່ານ Michel Temer ກ່າວຄຳປາໄສຢູ່ທຳນຽບ Planalto ໃນນະຄອນຫຼວງ Brasilia. 20 ພຶດສະພາ, 2017.
ປະທານາທິບໍດີ ບຣາຊິລ ທ່ານ Michel Temer ກ່າວຄຳປາໄສຢູ່ທຳນຽບ Planalto ໃນນະຄອນຫຼວງ Brasilia. 20 ພຶດສະພາ, 2017.

ປະທານາທິບໍດີ ປະເທດ ບຣາຊິລ ທ່ານ Michel Temer ໄດ້ຢືນຢັນວ່າ ທ່ານຈະບໍ່ລາ ອອກຈາກຕຳແໜ່ງ ແມ່ນກະທັ້ງທີ່ມີຂ່າວນອງນັນ ກ່ຽວກັບ ການສໍ້ລາດບັງຫຼວງ ທີ່ປາກົດ
ວ່າ ຈະກ່ຽວຂ້ອງກັບທ່ານ ຜ່ານການສົນທະນາທີ່ຖືກອັດສຽງໄວ້ນັ້ນກໍຕາມ.

ໃນການກ່າວຄຳປາໄສຕໍ່ປະເທດຊາດ ໃນວັນເສົາວານນີ້, ທ່ານ Temer ກ່າວວ່າ “ປະ
ເທດ ບຣາຊິລ ຈະບໍ່ຖືກທຳລາຍ”
ໂດຍກໍລະນີການສໍ້ລາດບັງຫຼວງ. ທ່ານໄດ້ກ່າວວ່າ ທ່ານຈະຂໍໃຫ້ສານສູງສຸດຂອງປະເທດ ລະງັບການສືບສວນສອບສວນຕໍ່ທ່ານໄວ້ຊົ່ວ
ຄາວ ຈົນກວ່າພວກເຂົາເຈົ້າ ຈະສາມາດຢືນຢັນໄດ້ວ່າ ການກ່າວຫາໃນການບັນທຶກສຽງ ບໍ່ໄດ້ຖືກດັດແປງ.

ທ່ານ Temer ໄດ້ໂຕ້ແຍ້ງວ່າ ການອັດສຽງ “ໄດ້ຖືກດັດແປງ ແລະ ປອມແປງ” ແລະ
ວ່າ ປະເທດຕ້ອງການທ່ານ ໃຫ້ຢູ່ໃນຕຳແໜ່ງຕໍ່ໄປ ເພື່ອນຳປະເທດ ບຣາຊິລ ໄປສູ່ການ
ປະຕິຮູບເສດຖະກິດ.

ໄອຍະການລະດັບສູງຂອງ ບຣາຊິລ ໄດ້ກ່າວຫາທ່ານ Temer ກ່ຽວກັບ ການສໍ້ລາດບັງ
ຫຼວງ ແລະ ໄດ້ຂັດຂວາງຜູ້ພິພາກສາໃນວັນສຸກທີຜ່່ານມາ, ອີງຕາມສຳນວນສານທີ່ຖືກ
ເປີດເຜີຍໂດຍສານສູງສຸດ.

ການກ່າວຫາໂດຍຫົວໜ້າຜູ້ພິພາກສາ ທ່ານ Rodrigo Janot ໄດ້ມີຂຶ້ນລຸນຫຼັງການເປີດ
ເຜີຍການອັດສຽງໃນສັບປະດານີ້ ທີ່ໄດ້ກ່າວວ່າ ໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິ
ບໍດີ ໄດ້ພະຍາຍາມທີ່ຈະເຮັດໃຫ້ການສືບສວນສອບສວນ ການສໍ້ລາດບັງຫຼວງມີຄວາມ
ຊັກຊ້າລົງ ຫຼື ຖືກຢຸດໄວ້, ເຊິ່ງເອີ້ນກັນວ່າເປັນ “ການລ້າງລົດ.”

ການບັນທຶກສຽງຢ່າງເປັນຄວາມລັບນັ້ນ, ໄດ້ຖືກເປີດເຜີຍທຳອິດໂດຍໜັງສືພິມທີ່ມີຊື່ສຽງ ທີ່ສຸດຂອງ ບຣາຊິລ, ຊື່ວ່າ O Globo. ພວກເຂົາເຈົ້າໄດ້ລະບຸໃຫ້ເຫັນວ່າ ທ່ານ Temer ໄດ້ອະນຸມັດການຈ່າຍເງິນປິດປາກໃຫ້ກັບນັກການເມືອງທີ່ຖືກຂັງຄຸກ, ທ່ານ Eduardo
Cunha.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG