ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງລົດຖີບ ທີ່ສ້າງເພື່ອແຂ່ງຂັນ ໂອລິມປິກ ຢູ່ ບຣາຊີລ ພັງລົງມາ ເຮັດໃຫ້ 2 ຄົນ ເສຍຊີວິດ


ສ່ວນນຶ່ງຂອງທາງລົດຖີບ ທີ່ຍົກລະດັບ ຢູ່ບຣາຊີລ ໄດ້ພັງລົງມາ ເຮັດໃຫ້ມີຜູ້ເສຍຊີວີດ ຢ່າງໜ້ອຍ 2 ຄົນ.
ສ່ວນນຶ່ງຂອງທາງລົດຖີບ ທີ່ຍົກລະດັບ ຢູ່ບຣາຊີລ ໄດ້ພັງລົງມາ ເຮັດໃຫ້ມີຜູ້ເສຍຊີວີດ ຢ່າງໜ້ອຍ 2 ຄົນ.

ມີ​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີວິດ ​ເວລາ​ທາງ​ລົດຖີບ​ທີ່​ຖືກ​ຍົກ​ລະດັບ​ຂຶ້ນນັ້ນ​ໄດ້​ພັງລົງ​ມາທີ່​ນະ ຄອນ Rio de Janeiro ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມໜ້າເຊື່ອ​ຖື​ຂອງ​ນະຄອນ​ດັ່ງກ່າວໃນ​ຖານະ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ.

​ເຈົ້າໜ້າ​ທີ່​ຂອງ​ນະຄອນ Rio de Janeiro ບຸກຄົນ​ທີ​ສາມແມ່ນ​ເຊື່ອ​ວ່າ​ ຍັງຫາຍສາບ​ສູນ ຫຼັງ​ຈາກທາງ​ລົດຖີບທີ່​ຖືກ​ຍົກ​ລະດັບ​ຂຶ້ນ​ໃນ​ໄລຍະ​ປະມານ 50 ​ແມັດ​ໄດ້​ພັງ​ລົງ​ມາ​ໃສ່​ຫີນ​ແລະ​ທະ​ເລ​ທີ່ຢູ່​ທາງ​ລຸ່ມ.

ອຸບັດ​ຕິ​ເຫດກ່ຽວ​ກັບ​ທາງ​ລົດຖີບ Tim Maia ພັງ​ນີ້​ແມ່ນ​ເຫດການ​ຫລ້າ​ສຸດ​ທີ່​ມີມາ​ເປັນ​ລຳ ດັບຂອງ​ບັນຫາ​ຕ່າງໆໃນ​ການ​ກະກຽມການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກຊຶ່ງ​ຈະຈັດໃຫ້ມີ​ຂຶ້ນ​ໃນ​ເດືອນສິງຫາ​ປີນີ້ ໃນ​ນັ້ນ​ແມ່ນ​ຮວມທັງ​ການ​ແຜ່​ລະບາດ​ຂອງ​ເຊື້ອ ​ໄວ​ຣັສ Zika ຄວາມ​ວຸ້ນ ວາຍ​ທາງ​ການ​ເມືອງ ​ທີ່​ຂົ່ມຂູ່​ຈະ​ເຮັດ​ໃຫ້ ​ປະທານາທິບໍດີ Dilma Rousseff ຕົກ​ຈາກ​ອຳ ນາດ ການ​ຂາຍ​ປີ້​ເຂົ້າຊົມ ​ທີ່​ໄດ້ໜ້ອຍ​ກວ່າ​ຄາດໝາຍ​ໄວ້ ​ແລະ​ການ​ຕັດ​ງົ​ບປະມານ​ ທ່າມ ກາງ​ສະພາບ​ເສດຖະກິດ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ຮອບ​ຫຼາຍທົດ​ສະ​ວັດ.

​ເຫດ​ຮ້າຍ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ມື້ດຽວ​ກັນ​ກັບ​ທີ່​ທວນ​ໄຟ​ໂອ​ລິ​ມປິກ​ໄດ້​ມີ​ການ​ໄຕ້​ຢູ່​ທີ່ປະ​ເທດ​ກຣີສ​ ແລະ​ເລີ້ມອອກ​ເດີນທາງ​ເປັນ​ເວລາ 15 ອາທິດ​ ໄປ​ຍັງ​ນະຄອນ Rio de Janeiro.

ທວນ​ໄຟ​ດັ່ງກ່າວ​ໄດ້ມີ​ການ​ໄຕ້​ໃນ​ລະຫວ່າງ​ການຈັດ​ພິທີທີ່​ພູ​ໂອ​ລິ​ມ​ເປຍ ຊຶ່ງ​ເປັນ​ບ່ອນ​ກຳ​ເນີດຂອງການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິ​ມປິກ.

ມີ​ປະມານ 450 ຄົນ ​ຈະ​ຖື​ທວນ​ໄຟ​ແລ່ນ​ຕໍ່​ກັນ ​ເປັນ​ເວລາ 6 ມື້ລຽນຕິດ​ຜ່ານ​ປະເທດ​ກຣີສ ຮວມທັງ​ອົບ​ພະຍົບຊາວ​ຊີ​ເຣຍຜູ້​ນຶ່ງທີ່​ໄດ້​ຮັບ​ການ​ອະ​ນຸມັດ​ໃຫ້​ຂໍ​ລີ້​ໄພຢູ່​ທີ່​ປະ​ເທດ​ດັ່ງກ່າວ.

ທວນ​ໄຟ​ນີ້ຈະ​ໄປ​ເຖິງ​ປະ​ເທດ​ບຣາຊີ​ລຊຶ່ງ​ເປັນ​ເຈົ້າພາບ ​ເພື່ອ​ເລີ້ມ​ແລ່ນ​ສົ່ງ​ຕໍ່ໆ​ກັນ​ໃນ​ວັນ ​ທີ 3 ພຶດສະພາ. ທວນ​ໄຟໂອ​ລິ​ມປິນຈະ​ແລ່ນ​ຜ່ານຫົວ​ເມືອງໃຫຍ່ໆ 83 ​ເມືອງ​ແລະ​ເມືອງ​ນ້ອຍ 500 ຫົວ​ເມືອງ ​ໂດຍ​ຈະ​ມີ​ຜູ້​ແລ່ນ​ຖື​ທວນ​ໄຟ​ທັງ​ໝົດ 12,000 ຄົນ.

Brazil Olympic
please wait
Embed

No media source currently available

0:00 0:01:26 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG