ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຣາຊິລເປີດງານມະຫາກຳແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ປີ 2016 ທີ່ນະຄອນ Rio


ການສະແດງແສງສີ ໃນພິທີເປີດງານມະຫາກຳກິລາໂອລິມປິກ.
ການສະແດງແສງສີ ໃນພິທີເປີດງານມະຫາກຳກິລາໂອລິມປິກ.

ການ​ເປີດ​ພິທີສຳລັບ ​ກິລາ​ໂອ​ລິ​ມປິກ​ ຂອງ​ນະຄອນ Rio de Janeiro ໄດ້ໄຂ​ຂຶ້ນ​ດ້ວຍສຽງ​ຮ້ອງ​ໂຮ​ຂອງ​ຝຸງ​ຊົນ​ຫລາຍ​ສິບ​ພັນ​ຄົນ ​ແລະ​ເພງ pop ທີ່​ສ​ະ​ແດງ​ຄວາມ​ຮັກໃຫ້​ແກ່່ Brazil.

ຜູ້​ບໍລິຫານ​ການ​ເປີດ​ພິທີ ທ່ານ Marco Balich ບໍ່​ແມ່ນຄົນ​ທີ່​ແປກ​ໜ້າຕໍ່ພິທີ​ອັນ​ຍິ່ງ​ໃຫຍ່ນີ້. ທ່ານ​ໄດ້​ຈັດ 17 ພິທີ​ຕ່າງໆຢູ່​ໃນ​ຫ້າ​ທະວີບມາກ່ອນ​ແລ້ວ ຮວມ​ທັງ​ກິລາ​ໂອລິ​ມປິກ​ລະດູ​ໜາວ​ Turin ປີ 2006 ​ແລະ ການ​ແຂ່ງຂັນທີ່​ກິລາໂອລິມ ປິກລະດູໜາວ Sochi ​ປີ 2014. ທ່ານ​ກ່າວ​ວ່າ ທ່ານ​ຕ້ອງການ​ຢາກ​ໃຫ້​ມີ​ການສະ​ແດງ​ທີ່​ຊາບ​ຊຶ້ງ ທີ່​ບໍ່​ໄດ້​ເປັນ​ການສະ​ແດງ ຫລອກ​ລວງ ​ກ່ຽວກັບ​ ສັງຄົມ​ ​ແລະ ​ການ​ທ້າ​ທາຍ​ດ້ານເສດຖະກິດ​ຂອງ Brazil. ທ່ານ​ຕ້ອງ ການ​ຢາກສົ່ງ​ສານ​ກ່ຽວ​ກັບ ​ສິ່ງ​ແວດ​ລ້ອມ ​ແລະ​ ອະນາຄົດ​ຂອງ​ໂລກ​ມະນຸດ.

ຫົວ​ເລື້ອງ​ດັ່ງກ່າວ​ສາມາດ​ເຫັນ​ໄດ້​ໃນ​ພາບ​ໃຫຍ່ ຕົກ​ແຕ່ງ​ດ້ວຍ​ສີສັນ ທີ່ມີ​ລົດ ສາມ​ລໍ້ນຳພາແຕ່ລະ​ຫົວໜ້າ​ຜູ້​ແທນ ຖື​ຕົ້ນ​ໄມ້ ​ແລະ​ດອກ​ໄມ້. ​ດັ່ງກັບການ​ສະ​ແດງ​ອອກ​ເຖິງ​ຄວາມ​ອົດ ທົນ​ແກ່​ພວກ​ອາສາ​ສະໝັກ ຜູ້​ທີ່​ຖື​ປ້າຍ​ບອກ​ແຕ່ລະ​ປະ​ເທດນັ້ນ ເຊິ່ງໃນນັ້ນມີ​ຫ້າຄົນທີ່​ໄດ້ປ່ຽນ​ເພດ.

ສະແດງການຟ້ອນ ລະຫວ່າງການເປີດພິທີມະຫາກຳ ກິລາໂອລິມປິກ ທີ່ນະຄອນ Rio de Janeiro ປະເທດ, Brazil.
ສະແດງການຟ້ອນ ລະຫວ່າງການເປີດພິທີມະຫາກຳ ກິລາໂອລິມປິກ ທີ່ນະຄອນ Rio de Janeiro ປະເທດ, Brazil.

ຫລາຍ​ພັນ​ລ້ານ​ຄົນ​ໄດ້​ພາກັນ​ເບິ່ງ​ພິທີທາງໂທລະພາບ​ໃນ​ວັນ​ສຸກ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ 200 ກວ່າທີ​ມຂອງ​ນັກ​ກິລາ​ໂອ​ລິ​ມປິກ ຮວມທັງ​ທີ​ມນັກກິລາອົບ​ພະຍົບກຸ່ມທຳ​ອິດ ທີ່ຮວມ​ເຂົ້າ​ເປັນ​ທີມດຽວ​ກັນ​ໃນ​ການ​ແຂ່​ງຂັນ.

ທີມດັ່ງກ່າວ​ຮວ​ມມີ 10 ນັກ​ກິລາ​ຈາກ ຊູ​ດານ​ໃຕ້ ​ເອທິ​ໂອ​ເປຍ ສາທາລະນະ​ລັດ ປະຊາທິ ປະ​ໄຕ​ຄົງ​ໂກ ​ແລະ​ຊິີເຣຍ ທັງ​ໝົດ​ນີ້​ໄດ້​ຖືກເລືອກ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ທີ່​ເປັນ ປ​ະ​ເທດ​ເຈົ້າ​ພາບ​ຂອງ​ເຂົາ​ເຈົ້າ ​ເຄນ​ຢາ ລຸກ​ຊຳ​ເບິ​ກ ບຣາຊິ​ລ ​ແບລຢ້ຽ​ມ ​ແລະ​ເຢຣະມັນ. ຜູ້​ຊາຍ​ຫົກ​ຄົນ ​ແລະ​ແມ່ຍິງ​ສີ່​ຄົນ ​ເຂົ້າ​ຮ່ວມກິລາ ​ແລ່ນ​ແລະ​ລານ ຈູ​ໂດ​ ​ແລະ​ການ​ແຂ່ງ​ຂັນ​ລອຍ​ນໍ້າ.

ທ່ານ Michael Phelps ນັກກິລາລອຍນໍ້າສະຫະລັດ ທີ່ໄດ້ຮັບຫລຽນຫລາຍທີ່ສຸດ ໄດ້ຮັບກຽດຖືທຸງອອກໜ້າຄະນະ.
ທ່ານ Michael Phelps ນັກກິລາລອຍນໍ້າສະຫະລັດ ທີ່ໄດ້ຮັບຫລຽນຫລາຍທີ່ສຸດ ໄດ້ຮັບກຽດຖືທຸງອອກໜ້າຄະນະ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້ຂຽນຂໍ້ຄວາມ​ຢູ່ໃນ Twitter ວ່າ "​ແລງ​ມື້​ນີ້ ​ເປັນ​ເທື່ອ​ທຳ​ອິດ ທີ່ທິມອົບ​ພະຍົບຍັງ​ຈະ​ຢືນ​ຢູ່​ຕໍ່ໜ້າ​ໂລກ ​ແລະ​ພິສູດ​ວ່າ ທ່ານ​ສາມ​າດປະສົບ​ຜົນ​ສຳ​ເລັດໄດ້ ບໍ່​ວ່າ​ທ່ານ​ຈະ​ມາ​ຈາກ​ໃສ.”

ການ​ຈູດ​ບັ້ງໄຟ​ດອກ ​ແລະ​ນັກ​ຟ້ອນ​ຫລາຍ 10 ຄົນ​ ໄດ້ນຸ່ງ​ເຄື່ອງ​ທີ່​ມີ​ສີສັນ​ແຈ້ງ ​ແລະ​ ສີສັນ ສວຍງາມຫຼາກຫຼາຍເຊິ່ງປະເທດ Brazil ມີ​ຊື່​ສຽງຢູ່ແລ້ວ ກໍ​ໄດ້​ເປັນ​ພາກສ່ວນ​ໜຶ່ງໃນການ ສະ​ແດງ​ຂອງ​ພິທີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG