ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ WHO ເຕືອນເຖິງ ຄວາມຮ້າຍແຮງ ຂອງໄວຣັສ Zika ທີ່ກຳລັງລະບາດ ຢູ່ໃນຂະນະນີ້


ຫົວໜ້າພະນັກງານອະນາໄມ ກຳລັງທຳການສີດຢາກຳຈັດ
ພວກຍຸງ ທີ່ເປັນຕົວນຳເຊື້ອໄວຣັສ Zika, ໃນນະຄອນ Rio de Janeiro, Brazil, 26 ມັງກອນ, 2016.
ຫົວໜ້າພະນັກງານອະນາໄມ ກຳລັງທຳການສີດຢາກຳຈັດ ພວກຍຸງ ທີ່ເປັນຕົວນຳເຊື້ອໄວຣັສ Zika, ໃນນະຄອນ Rio de Janeiro, Brazil, 26 ມັງກອນ, 2016.

ຫົວໜ້າ​ຂອງ​ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ພະຍາດ
ທີ່​ຄ້າຍ​ກັບ​ໄຂ້ຫວັດ​ ຊຶ່ງມີສາເຫດ​ມາ​ຈາກ​ເຊື້ອ​ໄວຣັສທີ່​ເກີດ​ມາ​
ຈາກຍຸງ ທີ່​ເອີ້ນ​ວ່າ Zika ນັ້ນ ອາດແຜ່​ລະບາດຢ່າງກ້ວາງ​ຂວາງ
ໃນ​ທົ່ວ​ອາ​ເມຣິກາ. ເຊື້ອໄວຣັສ​ເຂດ​ຮ້ອນທີ່​ວ່າ​ນີ້ ​ມີ​ການຖິ້ມ​ໂທດ​
ໃສ່​ວ່າ ​ເປັນສາເຫດທີ່​ພາ​ໃຫ້ເດັກທາລົກເກີດ​ມາ​ບໍ່​ສົມປະ​ກອບ
ຢ່າງ​ຮ້າຍ​ແຮງ ​ແລະ​ລັດຖະບານຂອງ​ບາງ​ປະ​ເທດເຕືອນ​ບັນດາ
​ແມ່ຍິງວ່າ ບໍ່​ໃຫ້​ຖືພາ ​ໃນ​ອີກ​ຊ່ວງ​ໄລຍະ 2 ປີ ຕໍ່ໜ້ານີ້ ຊຶ່ງ Maria-
ma Diallo ນັກ​ຂ່າວ​ຂອງ VOA ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້
ຊຶ່ງວັນນະ​ສອນ ຈະ​ນຳ​ມາສະ​ເຫນີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.​

ຫ້ອງ​ແລັບ​ວິ​ໄຈ​ໃນ​ນະຄອນ Rio de Janeiro ປະ​ເທດ​ບຣາຊີລ ​ໄດ້​ໃຫ້​ບໍລິການ​ ການ​ກວດ
ຢ່າງ​ໄວວາ ທີ່​ຈະຊອກ​ຫາເຊື້ອໄວຣັສ Zika ທີ່​ຈະເປັນສາ​ເຫດໃນ​ການ​ນຳ​ໄປ​ສູ່​ໂຣກຫົວ​ລີບ
ຫຼື microcephaly ຊຶ່ງ​ສາມາດພາ​ໃຫ້ພວກ​ເດັກທາລົກ ​ທີ່ເກີດ​ມາ​ມີ​ຫົວ​ນ້ອຍ​ ກວ່າ ພວກເດັກ ນ້ອຍຕາມ​ປົກກະຕິ​ ທີ່​ມີ​ອາຍຸລຸ່ນລາວ​ຄາວດຽວ​ກັນ. ປະເທດ Brazil ​ແມ່ນ​ເປັນ​ບ່ອນ​ທີ່​ໄດ້​ຮັບ​ຜົນກະທົບຢ່າງ​ໜັກ ​ໂດຍ​ໂຣກທີ່​ວ່າ​ນີ້ ຄື​ການຜິດ​ປົກກະຕິຂອງເດັກ​ທາລົກ​ທີ່ເກີດໃໝ່ ຊຶ່ງ​ໃນ​ປະຈຸ​ບັນ​ນີ້ ທາງອົງ ການ​ WHO ໄດ້​ພົບ​ເຫັນ​ແລ້ວ​ເກືອບ ປະມານ 4 ພັນ ກໍລະນີ ຊຶ່ງ​ແມ່ນ 30 ​ເທົ່າ ສູງ​ກວ່າ​ປີ​ໃດ​ໆ ນັບ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.

ທ່ານ Marco Collovati ປະຈຳ​ຫ້ອງ​ແລັບ Sangue Bom ​ໃນ​ປອກຕຸຍ​ການ​ ກ່າວ​ວ່າ“ສະຖານະ​ການ​ນີ້ແມ່ນ​ເປັນ​ທີ່​ໜ້າ​ຕື່ນ​ຕົກ​ໃຈ ​ມັນເປັນ​ສະຖານະ​ການ​ທີ່​ສຸກ​ເສີນ ບໍ່​ພຽງ​ແຕ່​ຢູ່​ໃນປະເທດ Brazil ​ເທົ່າ​ນັ້ນ ​ແຕ່​ວ່າ​ໃນ​ຫຼາຍໆ​ປະ​ເທດ ທີ່​ໄດ້​ຮັບ​ຜົນ​ກະທົບ​ແບ​ບໂລ​ກາ​ພິ​ວັດ ​ແລະ​ຍ້ອນ​ສະພາວະ​ອາກາດ ​ແລະອຸນນະ ພູມທີ່​ສູງ​ຂຶ້ນ.”

ການກວດ​ເລືອດ​ຕາມ​ລຳພັງ​ ບໍ່​ສາມາດທຳນາຍ​ກ່ຽວ​ກັບເຊື້ອໄວຣັສ Zika. ຫ້ອງ​ແລັບ Sangue Bom ​ໃຊ້​ການສັງ​ເກດ​ຂອງ​ອາການ​ຂອງ​ຜູ້​ປ່ວຍ ​ປະກອບ​ກັບ​ການກວດ​ເລືອດ ​ເພື່ອ​ນຳ​ໄປ​ວິນິ​ໄສ​ໂຣກດັ່ງກ່າວ.

Further Spread of Zika Virus in Americas Feared
please wait

No media source currently available

0:00 0:02:22 0:00


ທ່ານ Collovati ກ່າວ​ເພີ້​ມຕື່ມ​ວ່າ “ພວກ​ເຮົາ​ແມ່ນ​ມີ​ປະຊາຊົນ​ຮຸ້ນ​ເຮົາ​ນີ້ລະທີ່ ​ໄດ້​ຮັບ​ຜົນ​
ກະທົບຈາກ​ໂຣກຫົວລີບ ຊຶ່ງ​ໃຊ້​ຊີວິດ​ແບບ​ມີ​ບັນຫາ​ໃນຕະຫລອດ​ຊີວິດ​ຂອງ​ພວກ​ເຂົາເຈົ້າ ຊຶ່ງ​ຮວມທັງ ການ​ເປັນ​ໂຣກ microcephaly ທີ່​ໝາຍ​ຄວາມ​ວ່າ ການຈະ​ເລີ​ນ​ເຕີບ​ໂຕໃນ​ການ​ພັດທະນາ ທັງທາງ​ສະໝອງ​ແລະຮ່າງກາຍ.”

ນາງ Daniela Alves de Jesus ​ໄວ 21 ປີ ​ຊຶ່ງ​ເມື່ອ​ໄວໆ​ມານີ້​ໄດ້​ຕິ​ເຊື້ອ​ໄວ ຣັສ Zika.
ນາງ​ໄດ້​ກັບ​ຄືນ​ມາຫ້ອງ​ແລັບ Sangue Bom ອີກ ​ເພື່ອ​ການ​ກວດ​ເພີ້​ມຕື່ມ.

ນາງ de Jesus ກ່າວ​ວ່າ “ຂ້ອຍ​ບໍ່​ສາ​ມາດ​ລຸກ​ຂຶ້ນ​ໄດ້​ເລີຍ. ຂ້ອຍ​ບໍ່​ສາມາດ​ກິນ​ເຂົ້າປາ​
ອາຫານ​ໄດ້ ຖ້າ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ. ນ້ອງ​ຊາຍ​ຂ້ອຍ​ເປັນ​ຜູ້​ຊ່ອຍ​ປ້ອນ​ອາຫານ.
ຂ້ອຍ​ແມ່ນ ​ບໍ່​ສາມາດ​ຈະ​ຈັບ​ສ້ອມດ້ວຍ​ນິ້ວມື​ຂອງ​ຂ້ອຍ ​ໂດຍ​ການປາດ​ສະ​ຈາກ​ຄວາມ​
ເຈັບປວດ​ ​ແລະ​ຂ້ອຍ​ກໍ​ກິນ​ແບບຊ້າໆ.”

ທ່ານ​ນາງ Margaret Chan ຜູ້ອຳ​ນວຍ​ການ​ຂອງ​ອົງການ WHO ກ່າວ​ວ່າ ເຊື້ອ​ໄວຣັສນີ້ ອາດ​ຈະ​ແຜ່​ລະບາດ ​ໄປ​ທົ່ວທຸກ​ປະ​ເທດ​ໃນ​ແຖບ​ອາ​ເມຣິກາ ຍົກເວັ້ນ​ແຕ່​ກາ​ນາ​ດາ ​ແລະ Chile.

ທ່ານ​ນາງ Chan ກ່າວ​ວ່າ “ການ​ລະບາດຂະໜາດໃຫຍ່ຂອງ​ເຊື້ອໄວຣັສ Zika ​ແຜ່ລາມ​ອອກ​ໄປ​ເຂດ​ອື່ນ ​ທີ່​ມີປະຊາຊົນສ່ວນ​ນ້ອຍ​ມີ​ພູມ​ຕ້ານທານ ນີ້​ແມ່ນການ​ເປັນ​ຫ່ວງ​ເປັນ​ໃຍອີກ​ດ້ານ​ນຶ່ງ​ ​ໂດຍ​ສະ​ເພາະການ​ເຊື່ອມ​ໂຍງ​ລະຫວ່າງ ການ​ຕິດ​ແປດ ​ໃນ​ຂະນະ​ທີ່​ຕັ້ງ​ຄັນ ​ແລະ​ພວກ​ເດັກ​ທາລົກ​ທີ່​ເກີດ​ມາ​ມີ​ຫົວ​ລີບ.”

​ໃນ​ຂະນະ​ທີ່​ຫຼາຍ​ໆປະ​ເທດ ​ໄດ້​ເຕືອນ​ພວກ​ແມ່​ຍິງ ບໍ່​ໃຫ້ຖືພາ ​ໃນ​ຊ່ວງ​ໄລ 2 ປີ ຕໍ່ໜ້າ
ທ່ານ​ນາງ Chan ​ໄດ້​ກ່າວເນັ້ນ​ວ່າ ຍັງ​ບໍ່​ທັນມີການພິສູດ​ ຢ່າງ​ເປັນ​ທີ່ແນ່ ນອນ​ເທື່ອວ່າ ​ໄດ້ມີການເຊື່ອມໂຍງ​ກັນ ລະຫວ່າງ​ເຊື້ອໄວຣັສ Zika ​ແລະ ​ໂຣກຫົວ​ລີບ ຫຼື microcephaly ນີ້ເທື່ອ.

XS
SM
MD
LG