ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາ ບຣາຊິລ ສະໜັບສະໜູນ ການຟ້ອງໂທດ ປະທານາທິບໍດີ ຂອງຕົນ


ວິກິດການທາງດ້ານການເມືອງ ບຣາຊິລ: ພວກປະທ້ວງທີ່ສະ
ໜັບສະໜູນລັດຖະບານ ສະແດງປະຕິກິລິຍາ ໃນຂະນະທີ່ພວກ
ເຂົາເຈົ້າເບິ່ງຈໍໂທລະພາບ, ໃນຂະນະທີ່ບັນດາສະມາຊິກສະ
ພາ ລົງຄະແນນສຽງວ່າຈະຟ້ອງໂທດຕໍ່ປະທານາທິບໍດີ Dilma Rousseff ຫຼືບໍ່, ນະຄອນຫຼວງ Brasilia, ປະເທດ ບຣາຊິລ. 17 ເມສາ, 2016.
ວິກິດການທາງດ້ານການເມືອງ ບຣາຊິລ: ພວກປະທ້ວງທີ່ສະ ໜັບສະໜູນລັດຖະບານ ສະແດງປະຕິກິລິຍາ ໃນຂະນະທີ່ພວກ ເຂົາເຈົ້າເບິ່ງຈໍໂທລະພາບ, ໃນຂະນະທີ່ບັນດາສະມາຊິກສະ ພາ ລົງຄະແນນສຽງວ່າຈະຟ້ອງໂທດຕໍ່ປະທານາທິບໍດີ Dilma Rousseff ຫຼືບໍ່, ນະຄອນຫຼວງ Brasilia, ປະເທດ ບຣາຊິລ. 17 ເມສາ, 2016.

ສະມາຊິກສະພາ ບຣາຊິລ ໄດ້ພາກັນລົງຄະແນນສຽງສະໜັບສະໜູນ ຂັ້ນຕອນການຟ້ອງ ໂທດປະທານາທິບໍດີ Dilma Rouseff.

ສະພາຕ່ຳຂອງຄອງແກຣັສ ໄດ້ລົງຄະແນນສຽງ ເມື່ອຕອນແລງວັນອາທິດວານນີ້ ເພື່ອສົ່ງ ເລື້ອງຫາສະພາສູງ, ເຊິ່ງຈະເປັນຜູ້ພິຈາລະນາວ່າ ຈະດຳເນີນຄະດີທ່ານນາງ Rouseff ຫຼື ບໍ່.

ຈຳນວນຄະແນນສຽງສ່ວນຫຼາຍ 2 ຕໍ່ 3 ຫຼື ສະມາຊິກ 342 ຈາກ 513 ຄົນ ແມ່ນຈຳເປັນ ກ່ອນຈະສົ່ງເລື້ອງຫາສະພາສູງໄດ້.

ຕົວແທນຂອງສະພາຈຳນວນ 513 ຄົນ, ໄດ້ຢືນຂຶ້ນເທື່ອລະຄົນ ເພື່ອ ປະກາດການລົງຄະ ແນນສຽງຂອງຕົນໃສ່ໄມໂຄຣໂຟນ, ເຊິ່ງ ໄດ້ຖືກຕ້ອນຮັບດ້ວຍສຽງເຊຍ ແລະ ບາງເທື່ອກໍ ຖືກເຢາະເຢີ້ຍຈາກບັນ ດາສະມາຊິກທີ່ຍັງເຫຼືອຢູ່.

ໃນເວລາທີ່ຄະແນນສຽງໃກ້ຈະຮອດ 342 ຄະແນນ ສຳລັບການເຫັນດີໃນການຕັ້ງຂໍ້ຫາດັ່ງ ກ່າວ, ຜູ້ນຳຂອງພັກແຮງງານໃນສະພາຕ່ຳທ່ານ Jose Guimaraes ໄດ້ກ່າວວ່າ “ຜູ້ຄິດ ວາງແຜນລັດຖະປະຫານໄດ້ເປັນຜູ້ ຊະນະເລີດ.” ທ່ານໄດ້ເອີ້ນມັນວ່າ “ໄຊຊະນະຊົ່ວ ຄາວ” ແລະ ໄດ້ ກ່າວວ່າ ມັນບໍ່ໄດ້ໝາຍຄວາມວ່າສົງຄາມໄດ້ສິ້ນສຸດລົງແລ້ວ.

ທ່ານໄດ້ກ່າວວ່າ “ການຕໍ່ສູ້ຈະສືບຕໍ່ໄປໃນຖະໜົນແຫ່ງຕ່າງໆ ແລະ ໃນສະພາສູງ.”

ການຄັດຄ້ານຕໍ່ທ່ານນາງ Rouseff ໄດ້ຂະຫຍາຍເພີ່ມຂຶ້ນໃນສອງ ສາມເດືອນທີ່ຜ່ານມາ, ດ້ວຍການກ່າວຫາວ່າ ທ່ານນາງໄດ້ປົກປິດຈຳ ນວນງົບປະມານທີ່ຂາດໄປຢ່າງຜິດກົດ ໝາຍໃນປີ 2014 ເພື່ອເພີ່ມ ໂອກາດໃຫ້ທ່ານນາງ ສຳລັບການຖືກເລືອກຕັ້ງໃຫ້ດຳລົງຕຳ ແໜ່ງຄືນ. ແຕ່ທ່ານນາງ Rouseff ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່ານັ້ນ.

ນັກວິຈານທັງຫຼາຍໄດ້ກ່າວຫາທ່ານນາງສຳລັບການຕົກຕ່ຳດ້ານເສດກິດຂອງປະເທດ ແລະ ຂ່າວຊ່າລືເລື້ອງສໍ້ລາດບັງຫຼວງອັນໃຫຍ່ໂຕ ທີ່ກ່ຽວຂ້ອງກັບບໍລິສັດນ້ຳມັນ Petrobras ຂອງລັດຖະບານ.

ຜູ້ນຳທີ່ມີອາຍຸ 68 ປີຄົນນີ້ໄດ້ຖືກເລືອກເອົາເປັນເທື່ອທຳອິດໃນປີ 2010, ຕໍ່ມາອີກຄັ້ງໜຶ່ງ ໃນປີ 2014, ເຊິ່ງສືບຕໍ່ການເປັນຜູ້ນຳຍາວເຖິງ 13 ປີ ໂດຍພັກແຮງງານຝ່າຍຊ້າຍ.

ຜູ້ທີ່ຢູ່ໃນແຖວໜ້າທີ່ຈະສືບທອດການດຳລົງຕຳແໜ່ງໃນເວລາ 2 ປີທີ່ ເຫຼືອຂອງທ່ານນາງ ກໍຈະແມ່ນຮອງປະທານາທິບໍດີ Michael Temer ຈາກພັກຂະບວນການປະຊາທິປະໄຕ ບຣາຊິລ, ຜູ້ທີ່ໄດ້ຖືກທ່ານ ນາງ Rouseff ກ່າວຫາ ກ່ຽວກັບ ການເປັນສ່ວນໜຶ່ງຂອງຂະ ບວນການ ທີ່ຈະໂຄ່ນລົ້ມທ່ານນາງລົງຈາກຕຳແໜ່ງ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Brazil Impeachment
please wait
Embed

No media source currently available

0:00 0:02:43 0:00

XS
SM
MD
LG