ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝົນຕົກໜັກ ພາໃຫ້ ແຜ່ນດິນເຈື່ອນ ທີ່ ບຣາຊີລ (ວີດິໂອ)


ຮູບພາບທີ່ເຜີຍແຜ່ໂດຍ Agencia Brazil, ສະແດງໃຫ້ເປັນ ພວກມອດໄໄ ກໍາລັງນໍາເອົາຊາກສົບຂອງຜູ້ເສຍຊີວິດ ຫລັງຈາກ ເກີດດິນເຈື່ອນ
ຮູບພາບທີ່ເຜີຍແຜ່ໂດຍ Agencia Brazil, ສະແດງໃຫ້ເປັນ ພວກມອດໄໄ ກໍາລັງນໍາເອົາຊາກສົບຂອງຜູ້ເສຍຊີວິດ ຫລັງຈາກ ເກີດດິນເຈື່ອນ
ຢ່າງ​ໜ້ອຍ 27 ຄົນ​ໄດ້​ເສຍ​ຊີວິດ​ຈາກ​ດິນ​ເຈື່ອນ ຢູ່​ຂົງ​ເຂດ​ພູຜາ
ໃກ້​ນະຄອນ Rio de Janeiro ຂອງປະ​ເທດ Brazil​.

ຝົນ​ຕົກແຮງຫລາຍ​ມື້ ​ໄດ້​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ ​ທີ່ເມືອງ
Petropolis ​ຊຶ່ງ​ຢູ່​ສອກຫລີກຫ່າງ​ໄກ ຮວມທັງນໍ້າ​ຝົນ​ທີ່​ແທກ​
ໄດ້ 300 ກວ່າມິ​ນລິ​ແມັດ ​ພາຍ​ໃນ​ໄລຍະ 24 ຊົ່ວ​ໂມງ.

ພະນັກງານກູ້​ໄພພົນລະ​ເຮືອນສອງ​ຄົນ ​ແມ່ນ​ຮວມ​ຢູ່​ໃນຈຳນວນ
​ຜູ້​ເສຍ​ຊີວິດ.

ປະຊາ​ຊົນ​ຫລາຍ​ພັນ​ຄົນ ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຍົກຍ້າຍ​ອອກ​ຈາກ​
ຂົງ​ເຂດ​ທີ່​ຖືກນໍ້າ​ຖ້ວມ ​ແລະຊ​ອກຫາ​ທີ່ຢູ່​ສຸກ​ເສີນ.

ຝົນ​ຕົກໜັກ ນໍ້າ​ຖ້ວມ ​ແລະ​ດິນ​ເຈື່ອນ ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 900 ຄົນ​ຢູ່​ໃນ​ຂົງ​ເຂດ ​ໃນ​ປີ 2011 ແລ້ວນີ້​ເມືອງ Petropolis.

Brazil
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG