ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ Rio ປະກາດ ພາວະສຸກເສີນ ດ້ານການເງິນ ກ່ອນການແຂ່ງຂັນ ກິລາໂອລິມປິກ


ພວກຄົນງານ ທີ່ພວມກໍ່ສ້າງ ຢູ່ບ່ອນຫລິ້ນ ກິລາບານສົ່ງ ຢູ່ຫາດຊາຍ Copacabana ໃນການແຂ່ງຂັນ ໂອລິມປິກ ທີ່ນະຄອນ Rio ປີ 2016 .
ພວກຄົນງານ ທີ່ພວມກໍ່ສ້າງ ຢູ່ບ່ອນຫລິ້ນ ກິລາບານສົ່ງ ຢູ່ຫາດຊາຍ Copacabana ໃນການແຂ່ງຂັນ ໂອລິມປິກ ທີ່ນະຄອນ Rio ປີ 2016 .

ລັດ Rio ຂອງປະເທດບຣາຊິລ ໄດ້ປະກາດວິກິດການ​ດ້ານ​ງົບປະມານ ບໍ່​ຮອດສອງ ເດືອນ ກ່ອນເປີດການແຂ່ງຂັນກິລາໂອລິມປິກທີ່ຈະຈັດຂຶ້ນຢູ່ປະ​ເທດອາເມ ຣິກາໃຕ້ ດັ່ງກ່າວ.

ການປະກາດວິກິດການດັ່ງກ່່າວ ໄດ້​ແຜ້ວທາງ ​ໃຫ້​ມີການປ່ອຍ​ເງິນທຶນສຸກເສີນ ສຳລັບ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິ​ກ ທີ່​ເລີ້ມ​ແຕ່ວັນທີ 5 ຫາ 21 ສິງຫາ ແລະ ກິລາ​ໂອ​ລິ​ມປິກ​ຄົນ​ພິການ ທີ່​ແຕ່ວັນທີ 7 ຫາ 18 ກັນຍາ ທີ່ຈະຈັດຂຶ້ນໃນນະ ຄອນ Rio de Janeiro. ໂຄງ ການກິລາໂອລິມປິກຈຳນວນນຶ່ງ ແມ່ນກາງ​ຕໍ່ ລັດຖະບານລັດ​ເປັນ​ສ່ວນ​ໃຫຍ່.

ທ່່ານ Francisco Dornelles ຜູ້ປົກຄອງຊົ່ວຄາວລັດ Rio ກ່າວຢູ່ໃນຖະແຫຼງການສະ ບັບ​ນຶ່ງ​ວ່າ ການ​ແຂ່ງຂັນກິລາ ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງຮ້າຍ ແຮງໃນ​ການ​ສະໜອງການບໍລິການສາທາລະນະທີ່​ຈຳ​ເປັນ​ຕ່າງໆແລະອາດ​ແມ່ນ ກະ​ທັງພາ​ໃຫ້​ມີ​ການ​ພັງ​ທະລາ​ຍລົງໃນການ​ຮັກສາຄວາມປອດໄພຂອງ​ປະຊາຊົນ ສາ​ທາ​ລະນະ​ສຸກ ການສຶກ ສາ ການ​ຂົນ​ສົ່ງ ແລະການຄຸ້ມ​ຄອງສິ່ງແວດລ້ອມ.”

ເວລາມີ​ການຖາມວ່າເປັນຫຍັງສະຖານະການຈຶ່ງໄດ້ກາຍມາເປັນທີ່ໜ້າຢ້ານກົວ ​ແບບ​ນີ້ ທ່ານ Dornelles ກ່າວວ່າ ສິ່ງທີ່ເກີດຂຶ້ນໃນມື້ວານນີ້ເປັນປະຫວັດສາດ ຂ່້າພະເຈົ້າບໍ່ ສົນໃຈໃນປະຫວັດສາດ. ຂ້າພະເຈົ້າສົນໃຈໃນການແກ້​ໄຂບັນຫາໃນ ປັດຈຸບັນ.”

ລາຄານໍ້າມັນຕົກຢູ່​ໃນທົ່ວໂລກ ໄດ້ເຮັດໃຫ້ລັດ Rio ເກີດ​ບັນຫາ​ທາງດ້ານການເງິນ ໃນ ຂະນະດຽວກັນ ບຣາຊິລກຳລັງປະສົບກັບເສດຖະກິດຕົກຕໍ່າ. ພວກພະນັກ​ງານ​ຂອງ​
ລັດຖະບານ ແລະພວກ​ທີ່​ອອກກິນເບ້ຍບຳນານ​ ໄດ້ຮັບ​ເງິນ​ເດືອນ​ຊ້າເປັນເວລາ ຫລາຍເດືອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG