ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກແລ່ນ ເອທິໂອເປຍ Lelisa Desisa ຊະນະເລີດ ແລ່ນມາຣາທອນ ທີ່ບອສຕັນ


ທ້າວ Lelisa Desisa ແຫ່ງເອທິໂອເປຍ ທີ່ກຳລັງແລ່ນອອກ ໜ້າໝູ່ ທີ່ນະຄອນບອສຕັນ ໃນວັນຈັນວານນີ້.
ທ້າວ Lelisa Desisa ແຫ່ງເອທິໂອເປຍ ທີ່ກຳລັງແລ່ນອອກ ໜ້າໝູ່ ທີ່ນະຄອນບອສຕັນ ໃນວັນຈັນວານນີ້.

ນັກ​ແລ່ນເອທິ​ໂອ​ເປຍ ທ້າວ Lelisa Desisa ບັດ​ນີ້ ​ໄດ້​ຄວ້າ
ເອົາ​ຕຳ​ແໜ່​ງຊະນະ​ເລີດ ການ​ແລ່ນມາຣາ​ທອນນະຄອນ
ບອສຕັນ​ເຖິງ​ສອງ​ຄັ້ງມາຄອງ ຫລັງ​ຈາກ ​ໄດ້ຊະນະ​ການ​ແຂ່ງ
ຂັນແລ່ນມາຣາທອນ​ຄັ້ງ​ທີ 119 ໃນ​ວັນ​ຈັນ​ວານ​ນີ້ ພາຍ​ໃຕ້​
ສະພາບດິນ​ຟ້າ​ອາກາດ​ທີ່​ມີ​ທັງລົມແລະ​ຝົນຕົກ ຢູ່ລັດ
Massachusetts ທາງ​ພາ​ກຕາ​ເວັນ​ອອກສຽງ​ເໝືອ ຂອງ
ສະຫະລັດອາ​ເມຣິກາ.

ຈາກຊ້າຍ ນັກແລ່ນ Yemane Adhane Tsegay of Ethiopia, Tadese Tola of Ethiopia, Meb Keflezighi ຈາກ San Diego, Lelisa Desisa ຈາກ Ethiopia, Danthan Ritzenhein, ຈາກເມືອງ Rockford, Mich.ແລະ Matt Tegenkamp ຈາກ ເມືອງ Portland, Ore.
ຈາກຊ້າຍ ນັກແລ່ນ Yemane Adhane Tsegay of Ethiopia, Tadese Tola of Ethiopia, Meb Keflezighi ຈາກ San Diego, Lelisa Desisa ຈາກ Ethiopia, Danthan Ritzenhein, ຈາກເມືອງ Rockford, Mich.ແລະ Matt Tegenkamp ຈາກ ເມືອງ Portland, Ore.

ໃນການ​ແລ່ນໄລຍະ 42 ກິ​ໂລ​ແມດນັ້ນທ້າວ Desisa ໄດ້
ໃຊ້ເວລາ 2 ຊົ່ວ​ໂມງ 9 ນາທີ ​ແລະ 17 ວິນາ​ທີ ນັ້ນແມ່ນ 31
ວິນາ​ທີ ​ໄວກ່ອນເພື່ອນ​ຈາກປະ​ເທດ​ດຽວກັນຂອງຜູ້ກ່ຽວ ທີ່
ໄດ້​ຊະນະ​ທີ່ສອງ ຄືທ້າ​ວ Yemane Adhane ທີ່ໃຊ້ ເວລາ
2 ຊົ່ວໂມງ 09 ນາທີກັບ 48 ວິນາທີ. ​ສ່ວນຜູ້ຊະນະທີ 3 ກໍ​
ໄດ້​ແກ່ ທ້າວ Wilson Chebet ​ຈາກ​ປະ​ເທດ Kenya ທີ່
ໃຊ້ເວລາ 1 ນາທີ ກັບ 5 ວິນາທີ ນຳ​ຫລັງ​ທ້າວ Desisa.

​ໄຊ​ຊະນະ​ ຂອງ​ທ້າວ Desisa ໃນການ​ແລ່ນມາຣາທອນ ອີກ
ຄັ້ງນຶ່ງ ທີ່​ນະຄອນ Boston ແມ່ນ​ເມື່ອ​ສອງ​ປີ​ກ່ອນ ​ເວລາລະ
​ເບີດ​ສອງ​ລູກ​ແຕກໄດ້ແຕກຂຶ້ນ ຢູ່ບໍລິ ເວນເສັ້ນໄຊ ປະ ມານ​
ສອງ​ຊົ່ວ​ໂມງຫລັງ​ຈາກທີ່​ລາວ​ໄດ້​ຊະນະ ​ແຕ່ຍັງ​ມີນັກ​ແລ່ນ
ຫລາຍ​ກວ່າ 5,700 ຄົນທີ່​ຍັງ​ບໍ່​ທັນ​ໄດ້ເສັດ​ສີ້​ນການແຂ່ງຂັນ
ເທື່ອ.ການ​ໂຈມ​ຕີ​ ​ກໍ່​ການ​ຮ້າຍດັ່ງກ່າວໄດ້​ເຮັດ​ໃຫ້​ມີ​ຜູ້ໄປ
​ເບິ່ງເສຍ​ຊີວິດສາມ​ຄົນ ແລະ​ໄດ້​ຮັບບາດ​ເຈັບ 250 ຄົນ.

​ທ້າວ Desisa ​ໄດ້​ມອບ​ຫລຽນ​ຊະນະ​ເລີດ​ໃນການແຂ່ງຂັນຂອງລາວປີນັ້ນ ​ໃຫ້​ແກ່​ນະຄອນ Boston ​ເພື່ອໄວ້ອາ​ໄລ​ແກ່​ບັນດາ​ຜູ້​ເຄາະ​ຮ້າຍ. ​ໃນ​ວັນ​ຈັນ​ວານ​ນີ້ ລາວ​ໄດ້​ຮັບ​ພວງມ​ະ​ໄລ​ໃບໝາກ olive ຕາມ​ເປັນ​ປະ​ເພນີ ພ້ອມ​ດ້ວຍ​ເງິນລາງ ວັນ 150,000 ​ໂດ​ລາ ​ແລະ​ຫລຽນ​ຊະນະ​ເລີດ. ຫລັງ​ຈາກຮັບ​ໄຊຊະນະແລ້ວ ນັກ​ແລ່ນເອທິ​ໂອ​ເປຍຄົນນີ້ ກ່າວ​ວ່າ “ຫລຽນ​ນີ້ ຂ້າພະ​ເຈົ້າ​ຄິດ​ວ່າ ​ເປັນ​ຂອງ​ຂ້າພະ​ເຈົ້າ.”

Boston Marathon Wheelchair Race
please wait

No media source currently available

0:00 0:00:37 0:00

XS
SM
MD
LG