ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາທົ່ວໂລກ ປະນາມ ການວາງລະເບີດ ຢູ່ Boston (ວີດິໂອແລະສະໄລດ໌)


ເຫດການວາງລະເບີດ ຢູ່ງານແຂ່ງແລ່ນມາຣາທອນຂອງເມືອງ
Boston, ລັດ Massachusetts ໃນວັນຈັນ ທີ 15 ເມສາ 2013
ເຫດການວາງລະເບີດ ຢູ່ງານແຂ່ງແລ່ນມາຣາທອນຂອງເມືອງ Boston, ລັດ Massachusetts ໃນວັນຈັນ ທີ 15 ເມສາ 2013

ບັນດາຜູ້ນໍາ ແລະລັດຖະບານຕ່າງໆ ຢູ່ທົ່ວໂລກ ໄດ້ປະນາມ
ການວາງລະເບີດ ຢູ່ງານແຂ່ງແລ່ນມາຣາທອນຂອງເມືອງ
Boston ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ ສາມຄົນເສຍຊີວິດ ແລະ
ອີກຫລາຍສິບຄົນໄດ້ຮັບບາດເຈັບ.

ທ່ານ Fogh Rasmussen ເລຂາທິການໃຫຍ່ຂອງກຸ່ມເນໂຕ້
ໄດ້ສະແດງ “ຄວາມວິຕົກຢ່າງເລິກເຊິ່ງ” ຕໍ່ການໂຈມຕີດັ່ງກ່າວ ແລະໄດ້ສະແດງຄວາມເສົ້າສະຫລົດໃຈຕໍ່ຜູ້ທີ່ໄດ້ຮັບຜົນກະ
ທົບຈາກເຫດການດັ່ງກ່າວ. ທ່ານກ່າວ ຢູ່ໃນຄໍາຖະແຫລງສະ
ບັບນຶ່ງວ່າ ທ່ານສົ່ງຄວາມເປັນຫວ່ງເປັນໄຍມາຍັງປະຊາຊົນຢູ່
ໃນເມືອງ Boston ແລະຢູ່ທົ່ວສະຫະລັດ.

ປະທານສະຫະພາບຢູໂຣບ ທ່ານ Herman Van Rompuy ໄດ້ປະນາມສິ່ງ ທີ່ທ່ານເອີ້ນ
ວ່າ “ການໂຈມຕີທີ່ໜ້າຕົກໃຈ”ນັ້ນ ແລະສະແດງຄວາມເຊື່ອໝັ້ນວ່າ ຜູ້ກະທໍາໂທດກໍາ
ດັ່ງກ່າວ ຈະຖືກນໍາມາລົງໂທດຕາມກົດໝາຍ.

ສ່ວນທ່ານ ພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກໍໄດ້ສະແດງຄວາມເສຍໃຈຕໍ່
“ການກໍ່ຄວາມຮຸນແຮງທີ່ໄຮ້ຄວາມຄິດ” ນັ້ນ. ທ່ານກ່າວວ່າ ເຫດການດັ່ງກ່າວ ຍິ່ງເປັນທີ່
ໜ້າສະຫລົດໃຈຫລາຍຂຶ້ນ ເພາະວ່າມັນເກີດຂຶ້ນຢູ່ໃນງານ ທີ່ມີຊື່ສຽງວ່າ “ນໍາເອົາຜູ້ຄົນຢູ່
ທົ່ວໂລກມາໂຮມກັນ ພາຍໃຕ້ນໍ້າໃຈແຫ່ງການກິລາ ແລະຄວາມຮັກແພງກັນ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ກະຊວງການຕ່າງປະເທດຂອງປາກິສຖານ ກໍໄດ້ປະນາມອັນທີ່ທາງກະຊວງ ເອີ້ນວ່າ “ການ
ໂຈມຕີ ຂອງພວກກໍ່ການຮ້າຍ” ແລະເວົ້າວ່າ ລັດຖະບານ ແລະປະຊາຊົນປາກິສຖານ “ແມ່ນ
ມີຄວາມຕື່ນຕົກໃຈ ແລະໂສກເສົ້າຢ່າງເລິກເຊິ່ງ” ຍ້ອນ “ການກະທໍາທີ່ໂຫດຮ້າຍ” ດັ່ງກ່າວ.

ໃນຂະນະດຽວກັນ ກຸ່ມຕາລິບັນໃນປາກິສຖານ ທີ່ເຄີຍອ້າງເອົາຄວາມຮັບຜິດຊອບຕໍ່ການ
ພະຍາຍາມທໍາການໂຈມຕີຢູ່ໃນສະຫະລັດນັ້ນ ໄດ້ປະຕິເສດວ່າ ຕົນບໍ່ມີບົດບາດໃດໆ ໃນ
ການວາງລະເບີດຢູ່ເມືອງ Boston.

ທ່ານ Hamid Kazai ປະທານາທິບໍດີອັຟການິສຖານ ກໍກ່າວວ່າ ທ່ານຂໍປະນາມການ
ໂຈມຕີດັ່ງກ່າວ ດ້ວຍຖ້ອຍຄໍາ “ທີ່ຮຸນແຮງທີ່ສຸດເທົ່າທີ່ຈະແຮງໄດ້.” ທ່ານສະແດງຄວາມ
ເສົ້າສະຫລົດໃຈ ແລະເຫັນໃຈຕໍ່ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ແລະກ່າວວ່າ ປະຊາ ຊົນຢູ່ໃນປະເທດຂອງທ່ານ “ຮູ້ສຶກເຖິງຄວາມເຈັບປວດ ແລະທຸກທໍລະມານ ທີ່ເກີດຈາກ ເຫດການແບບນັ້ນ ໄດ້ດີຫລາຍກວ່າ ພວກເຄາະຮ້າຍອີກ.”

ພ້ອມກັນນັ້ນ ອົງການຮ່ວມມືອິສລາມ ຫລື OIC ກໍໄດ້ປະນາມຢ່າງແຮງ ຕໍ່ສິ່ງທີ່ອົງການ
ນັ້ນ ເອີ້ນວ່າ “ເປັນການໂຈມຕີທີ່ຂາດຄວາມກ້າຫານ.” ໃນຖະແຫລງ ການສະບັບນຶ່ງ
OIC ເວົ້າວ່າ ອົງການຂອງຕົນ ໄດ້ຕໍ່ສູ້ຕ້ານການກໍ່ການຮ້າຍ ໃນທຸກຮູບແບບ ແລະໄດ້
ສະແດງຄວາມເສົ້າສະຫລົດໃຈ, ພາວະນາ, ແລະ ສະໜັບສະໜຸນ ແກ່ປະຊາຊົນໃນ
ເມືອງ Boston.

ທາງດ້ານນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ກໍໄດ້ ສະແດງ “ຄວາມ
ເປັນເອກະພາບ ຫລືນໍ້ານຶ່ງໃຈດຽວ ກັບປະຊາຊົນອາເມຣິກັນ ໃນການຕໍ່ສູ້ຕ້ານການກໍ່
ການຮ້າຍ.” ຢູ່ໃນສານທີ່ສົ່ງເຖິງປະທານາທິບໍດີບາຣັກ ໂອບາມານັ້ນ ທ່ານ Singh ໄດ້
ສະເໜີໃຫ້ການສະໜັບສະໜຸນຢ່າງເຕັມສ່ວນ ຂອງອິນເດຍ ໃນການສືບສວນກ່ຽວກັບ
ການໂຈມຕີດັ່ງກ່າວ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG