ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການດຳເນີນຄະດີ ຜູ້ວາງລະເບີດ ໃສ່ການແຂ່ງຂັນແລ່ນທົນ ເລີ້ມຂຶ້ນ ທີ່ ນະຄອນບອສຕັນ


ຮູບພາບໃນສານ ຂອງພວກຜູ້ຕ້ອງຫາ ທີ່ສານ ທີ່ນະຄອນບອສຕັນ ວັນທີ 6 ມັງກອນ 2015.
ຮູບພາບໃນສານ ຂອງພວກຜູ້ຕ້ອງຫາ ທີ່ສານ ທີ່ນະຄອນບອສຕັນ ວັນທີ 6 ມັງກອນ 2015.

ພວກ​ຕຸລາການ 12 ຄົນ​ ແລະ​ພວກ​ສຳຮອງ​ອີກ 6 ຄົນ ​ໄດ້​ມາ​ນັ່ງ​ຢູ່​ໃນ​ສານ ​ໃນ​ວັນ​ອັງຄານ​ວານ​ນີ້ ຫຼັງ​ຈາກ​ໃຊ້​ເວລາ​ 2 ​ເດືອນ​ໃນ​ການ​ຄັດ​ເລືອກ​ເອົານັ້ນ ເພື່ອ​ການ​ດຳ​ເນີນ​ຄະດີ​ລົງ​ໂທດ​ປະຫານ​ຊີວິດ​ຂອງ​ລັດຖະບານ​ກາງ ຕໍ່ນາຍ Dzhokhar Tsarnaev ຜູ້​ຕ້ອງ​ສົງ​ໄສໃນ​ການ​ວາງ​ລະ​ເບີດ​ໃສ່​ການ​ແຂ່ງຂັນ​ແລ່ນ​ທົນ Marathon ທີ່​ນະຄອນ​ບອສຕັນນັ້ນ.

ຄະນະ​ຕຸລາການ​ດັ່ງກ່າວ ປະກອບ​ດ້ວຍ​ພວກ​ຜູ້​ຊາຍ 8 ຄົນ
​ແລະແມ່ຍິງ 10 ຄົນ. ພວກ​ຕຸລາການ​ເຫຼົ່ານີ້ແມ່ນ​ຮວມທັງ​
ຊ່າງ​ທາສີ​ເຮືອນ​ທຸລະ​ກິດ​ສ່ວນ​ຕົວຄົນ​ນຶ່ງ ​ເຈົ້າ​ໜ້າ​ທີ່​ຄວບຄຸມ​ການບິນຄົນ​ນຶ່ງ ຜູ້​ຊ່ອຍ​ວຽກ​ຫົວໜ້າ​ບໍລິຫານບໍລິສັດ​ທະນາຍຄວາມຄົນ​ນຶ່ງ ​ແລະ​ອະດີດ​ນາງ​ພະຍາ​ບານ​ປະຈຳ​ຫ້ອງ​ສຸກ​ເສີນ​ຄົນ​ນຶ່ງ.

ການຖະ​ແຫຼ​ງ​ຕ່າງໆ​ເພື່ອ​ເປີດ​ການ​ດຳ​ເນີນ​ຄະດີ ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້.

ນາຍ Tsarnaev ​ໄວ 21 ປີ ​ໄດ້​ໃຫ້ການ​ວ່າ​ຕົນບໍ່​ມີ​ຄວາມ​ຜິດ​ຫຍັງຕໍ່​ຂໍ້ກ່າວ​ຫາ 30 ກະທົງ​ ຕໍ່​ຜູ້ກ່ຽວ ​ເກີດ​ຈາກ​ລະ​ເບີດ​ທີ່​ແຕກ​ຂຶ້ນ​ສອງ​ລູກ​ທີ່​ເສັ້ນ​ໄຊ​ຂອງ​ການ​ແລ່ນ​ທົນ​ໃນ​ເດືອນ​ເມສາ​ປີ 2013 ນັ້ນ.

ລະ​ເບີດ​ດັ່ງກ່າວ​ໄດ້​ສັງຫານ​ປະຊາຊົນ 3 ຄົນ ​ແລະ​ເຮັດໃຫ້ມີຜູ້ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ກວ່າ 260 ຄົນ. ຢ່າງ​ໜ້ອຍ​ປະຊາຊົນ 16 ຄົນ​ໄດ້​ເສຍ​ເສຍ​ແຂນຂາ​ໄປ. ​ຂໍ້​ຫາ​ເຫຼົ່າ​ນີ້ ​ແມ່ນ​ຮວມ
ທັງ​ການ​ເສຍ​ຊີວິດ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ​ທີ່​ມະຫາວິທະຍາ​ໄລ MIT ​ໃນ​ເວລາ​ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ການວາງ​ລະ​ເບີດ​ແລ້ວ. ຂໍ້​ຫາ​ 17 ຂໍ້ໃນ​ຈຳນວນ 30 ກະທົງ​ແມ່ນ​ມີ​ໂທດ​ເຖິງ​ຂັ້ນ​ປະຫານ​ຊີວິດ ຖ້າ​ມີ​ຄວາມ​ຜິດ​ແທ້​.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ເວລາ​ນັ້ນ​ນາຍ Tsarnaev ມີ​ອາຍຸ 19 ປີ ແລະ​ອ້າຍ​ຂອງ​ລາວ ນາຍ Tamerlan ມີ​ອາຍຸ 26 ປີ ​ໄດ້​ທຳ​ການ
ວາງລະ​ເບີດ​ເພື່ອ​ແກ້​ແຄ້ນ ຕໍ່​ສະຫະລັດ​ທີ່​ທຳ​ສົງຄາມ​ໃນ​ອີຣັກ ​ແລະ​ໃນ​ອັ​ຟກາ​ນິສຖານ​ນັ້ນ. ພວກສອງ​ນ້ອງ​ອ້າ​ຍນີ້ ​ເປັນ​ຊົນ​ຊາວ Checnya ຊຶ່ງເປັນຊົນກຸ່ມນ້ອຍທີ່​ເຄີຍ​ອາ​ໄສ​ຢູ່​ໃນ Kyrgyzstan ​ອະດີດ​ສະຫະ ພາບ​ໂຊຫ​ວຽດ ​ແລະ​ໃນ​ເຂດ Dagestan ທີ່ວຸ້ນວາຍຂອງຣັດ​ເຊຍ. ພວກ​ເຂົາ​ເຈົ້າ​ໄດ້ເຂົ້າມາ​ອາ​ໄສ​ຢູ່​ໃນ​ສະຫະລັດໂດຍ​ຕິດຕາມ​ພໍ່​ແມ່​ເຂົາ​ເຈົ້າ​ມາ ​ແລະ​ພວກ​ນ້ອງສາ​ວອີກ 2 ຄົນ ​ເມື່ອປະມານນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ ກ່ອນ​ເຫດການ​ວາງ​ລະ​ເບີດ​ນີ້​ເກີດ​ຂຶ້ນ.

Emotions High in Boston Ahead of Bombing Trial
please wait

No media source currently available

0:00 0:03:06 0:00

XS
SM
MD
LG