ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ້າວ Misha ຈະໃຫ້ ຄວາມຮ່ວມມື ແກ່ ຄະນະສືບສວນ (ສະໄລດ໌)


ທະນາຍຄວາມ Richard Nicholson ຖະແຫຼງຕໍ່ພວກນັກຂ່າວ
ໃນວັນຈັນວານນີ້ ຢູ່ນອກເຮືອນຫລັງນຶ່ງ ທີ່ລັດໂຣດໄອແລນ.
ທະນາຍຄວາມ Richard Nicholson ຖະແຫຼງຕໍ່ພວກນັກຂ່າວ ໃນວັນຈັນວານນີ້ ຢູ່ນອກເຮືອນຫລັງນຶ່ງ ທີ່ລັດໂຣດໄອແລນ.
ທະນາຍຄວາມທີ່ຕາງໜ້າໃຫ້ແກ່ຄອບຄົວຂອງຊາຍຄົນນຶ່ງ ທີ່
ມີສ່ວນພົວ ພັນເປັນພວກຕ້ອງສົງໄສໃນການວາງລະເບີດໃສ່
ການແຂ່ງຂັນແລ່ນທົນ ມາຣາທອນ ທີ່ນະຄອນບອສຕັນເວົ້າ
ວ່າ ລູກຄວາມຂອງຕົນໃຫ້ຄວາມຮ່ວມມືກັບຄະນະສືບສວນ
ເປັນຢ່າງດີ.

ທະນາຍຄວາມ Richard Nicholson ໄດ້ຖະແຫຼງຕໍ່ພວກນັກ
ຂ່າວໃນວັນຈັນວານນີ້ ຢູ່ນອກເຮືອນຫລັງນຶ່ງ ທີ່ລັດໂຣດໄອ
ແລນ ຢູ່ທາງໃຕ້ຂອງນະຄອນບອສຕັນ ຊຶ່ງເປັນເຮືອນຂອງຄອບ
ຄົວຂອງຊາຍຄົນນຶ່ງ ຊື່ “Misha.” ພີ່ ນ້ອງຂອງທ້າວ Tamerlan
ແລະ Dzhokhar Tsarnaev ຊຶ່ງເປັນຜູ້ ຕ້ອງສົງໄສໃນການວາງ
ລະເບີດທີ່ນະຄອນບອສຕັນ ໄດ້ກ່າວຫາທ້າວ Misha ວ່າ ໄດ້ເຮັດ
ໃຫ້ທ້າວ Tamerlanຜູ້ເປັນອ້າຍນັ້ນ ກາຍເປັນພວກຫົວຮຸນແຮງຈັດ.

ສ່ວນທ້າວ Misha ທີ່ມີຊື່ແທ້ວ່າ Mikhail Allakhverdov ໄດ້ເວົ້າຕໍ່ໜັງ ສືພິມ New York Review of Books. ໃນການໃຫ້ສໍາພາດທີ່ພິມ ເຜີຍແຜ່ໃນວັນອາທິດຜ່ານມານັ້ນ
ຊາຍອາຍຸ 39 ປີ ທີ່ມີເຊື້ອສາຍ Armenian ປົນ Ukrainian ໄດ້ປະຕິເສດທີ່ຈະສົນທະ
ນາລັກສະນະ ສາຍພົວພັນຂອງຜູ້ກ່ຽວ ກັບຄອບຄົວ Tsarnaevs ແຕ່ກໍເວົ້າວ່າ ລາວບໍ່ໄດ້
ມີການຕິດຕໍ່ພົວພັນກັບພວກເຂົາເຈົ້າມາໄດ້ປະມານສາມປີແລ້ວ.

ທະນາຍຄວາມຂອງລາວເວົ້າວ່າ ຄອບຄົວຂອງຜູ້ກ່ຽວ ໄດ້ຕອບຄໍາຖາມ ຂອງເຈົ້າໜ້າ
ທີ່ໝົດທຸກຂໍ້ ແລະວ່າພວກເຂົາເຈົ້າໄດ້ໃຫ້ຄວາມຮ່ວມມືຢ່າງເຕັມສ່ວນ.

ສະໄລດ໌ພາບຫລັງເຫດລະເບີດແຕກທີ່ບອສຕັນ:

XS
SM
MD
LG