ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ບອສຕັນ ຖືກຍ້າຍໄປຢູ່ ໂຮງໝໍໃນຄຸກ (ວີດີໂອ)


ທ້າວ Dzhokhar Tsarnaev ຜູ້ຕ້ອງສົງໄສ ໃນການວາງລະເບີດ ທີ່ບອສຕັນ ຖືກຍ້າຍຈາກໂຮງໝໍ ໄປຂັງຢູ່ຄ້າຍທະຫານ.
ທ້າວ Dzhokhar Tsarnaev ຜູ້ຕ້ອງສົງໄສ ໃນການວາງລະເບີດ ທີ່ບອສຕັນ ຖືກຍ້າຍຈາກໂຮງໝໍ ໄປຂັງຢູ່ຄ້າຍທະຫານ.
ເຈົ້າໜ້າທີ່ສະຫະລັດກ່າວວ່າທ້າວ Dzhokhar Tsarnaev ຜູ້ຕ້ອງ
ສົງໄສໃນການວາງລະເບີດຢູ່ບ່ອນແຂ່ງຂັນແລ່ນມາຣາທອນທີ່ນະ
ຄອນບອສຕັນໄດ້ຖືກຍ້າຍໄປຢູ່ຄຸກ ຈາກໂຮງໝໍບ່ອນທີ່ລາວພວມ
ຮັບການປິ່ນປົວພະຍາບານ ຍ້ອນໄດ້ຮັບບາດເຈັບ ໃນລະຫວ່າງທີ່
ມີການຈັບກຸມລາວ ເມື່ອອາທິດແລ້ວ.

ໂຄສົກຄົນນຶ່ງ ຂອງເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງລັດຖະ
ບານກາງ ກ່າວໃນວັນສຸກມື້ນີ້ວ່າ ທ້າວ Dzhokhar Tsarnaev ໄດ້ຖືກຍ້າຍໄປຢູ່ຄຸກຫຼືບ່ອນຄຸມຂັງຂອງລັດຖະບານກາງ ທີ່ Fort
Devens ຊຶ່ງເປັນຄ້າຍທະຫານທີ່ຕັ້ງຢູ່ໃນລັດ Massachusetts.

ໂຄສົກບໍ່ໄດ້ກ່າວຫຍັງເລີຍ ກ່ຽວກັບອາການຂອງທ້າວ Dzhokhar Tsarnaev ອາຍຸ 19 ປີ ທີ່ເຈົ້າໜ້າທີ່ເວົ້າວ່າພວມພັກຟື້ນຈາກອາການບາດເຈັບຢູ່ທີ່ຄໍ. ສ່ວນທ້າວ Tamerlan Tsar-
naev ອ້າຍຂອງລາວແລະເປັນຜູ້ສົມຮູ້ຮ່ວມຄິດ ອາຍຸ 26 ປີນັ້ນ ໄດ້ເສຍຊີວິດໃນລະຫວ່າງ ການຍິງຕໍ່ສູ້ກັນກັບຕຳຫຼວດໃນຄືນວັນພະຫັດອາທິດແລ້ວ.

ເຈົ້າໜ້າທີ່ໃນນະຄອນນິວຢອກກ່າວວ່າ ຜູ້ຕ້ອງສົງໄສທັງ 2 ໄດ້ປ່ຽນແຜນທີ່ຈະໂຈມຈະຕຸລັດ Time Square ໃນຂະນະທີ່ເຂົາເຈົ້າພວມຫຼົບໜີຕຳຫຼວດຢູ່ນັ້ນ. ທ່ານ Ray Kelly ຜູ້ບັນຊາ ການຕຳຫຼວດໃນນະຄອນນິວຢອກກ່າວວ່າ ຜູ້ຕ້ອງສົງໄສທີ່ລອດຊີວິດມາໄດ້ ທ້າວ Dzho- khar Tsarnaev ໃຫ້ການຕໍ່ເຈົ້າໜ້າທີ່ສືບສວນວ່າ ລາວ ແລະອ້າຍຂອງລາວ ທ້າວ Ta-
merland ມີແຜນທີ່ຈະຂັບລົດໄປຍັງນະຄອນນິວຢອກ ເພື່ອວາງລະເບີດທີ່ຍັງເຫຼືອຢູ່ທັງໝົດ ຂອງພວກເຂົາເຈົ້າ.

ສູນກາງພະຍາບານ Devens, Ayer ຂອງລັດຖະບານກາງ ທີ່ລັດ Massachusetts
ສູນກາງພະຍາບານ Devens, Ayer ຂອງລັດຖະບານກາງ ທີ່ລັດ Massachusetts

ລາວເວົ້າວ່າ ແຜນການດັ່ງກ່າວໄດ້ພັງລົງ ເວລາເຂົາເຈົ້າຮູ້ສຶກວ່າລົດທີ່ເຂົາເຈົ້າຈີ້ມານັ້ນ ໃກ້ ຈະໝົດນໍ້າມັນແລ້ວ. ເວລາພວກເຂົາເຈົ້າຢຸດຕື່ມນໍ້າມັນ ຄົນຂັບລົດກໍໄດ້ຫຼົບໜີໄປ ແລ້ວກໍໂທ ລະສັບໄປຫາຕໍາຫຼວດແລະພາໃຫ້ເກີດເຫດການຫຼາຍໆຢ່າງຕິດຕາມມາທີ່ພາໃຫ້ທ້າວ Tamer
land ເສຍຊີວິດແລະທ້າວ Dzhokhar ຖືກຕຳຫຼວດຄວບຄຸມໂຕໄວ້.

ທ່ານ Michael Bloomberg ເຈົ້າຄອງນະຄອນນິວຢອກ ເວົ້າວ່າ ເຫດຮ້າຍດັ່ງກ່າວສະແດງ ໃຫ້ເຫັນວ່ານະຄອນນິວຢອກຊຶ່ງໄດ້ຖືກໂຈມຕີໂດຍພວກກໍ່ການຮ້າຍໃນປີ 2001 ທີ່ເຮັດໃຫ້ມີ ຜູ້ເສຍຊີວິດເກືອບ 3 ພັນຄົນນັ້ນ ຍັງສືບຕໍ່ເປັນເປົ້າໝາຍທີ່ດຶງດູດໃຈ.

ທ່ານ Bloomberg ເວົ້າວ່າ “ຄວາມຈິງກໍຄື ນະຄອນນິວຢອກ ຍັງສືບຕໍ່ເປັນເປົ້າໝາຍ ທີ່ສຳຄັນສຳລັບພວກທີ່ຄຽດຊັງອາເມຣິກາແລະພວກທີ່ຢາກສັງຫານຄົນອາເມຣິກັນ.”

ຂະນະດຽວກັນທີ່ປະເທດຣັດເຊຍພໍ່ແມ່ຂອງສອງອ້າຍນ້ອງ Tsarnaev ກ່າວວ່າລູກຂອງເຂົາ ເຈົ້າບໍ່ໄດ້ເປັນຜູ້ວາງລະເບີດໂຈມຕີ ທີ່ນະຄອນບອສຕັນ ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍ ກວ່າ 250 ຄົນນັ້ນ.

ແມ່ຂອງພວກເຂົາເຈົ້າ ເວົ້າວ່າ ເຈົ້າໜ້າທີ່ສະຫະລັດໄດ້ສັງຫານທ້າວ Tamerlan ໂດຍບໍ່ຈຳ ເປັນ. ໃນການຖະແຫຼງຂ່າວ ທີ່ເມືອງ Makhachkala ນັ້ນທ້າວ Anzor Tsarnaev ແລະອະ ດີດພັນລະຍາຂອງລາວ ນາງ Zubeidat ເວົ້າວ່າ ລູກຂອງພວກເຂົາເຈົ້າຖືກໃສ່ຮ້າຍ.

XS
SM
MD
LG