ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຢາກໃຫ້ ປະຫານ ຊີວິດ ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ບອສຕັນ (ສະໄລດ໌/ວີດີໂອ)


ທ້າວ Dzhokhar Tsarnaev.
ທ້າວ Dzhokhar Tsarnaev.
ຄະນະໄອຍະການ ຂອງສະຫະລັດ ຈະພະຍາຍາມຊອກຫາຊ່ອງ
ທາງ ເພື່ອໃຫ້ມີການລົງໂທດປະຫານຊີວິດຜູ້ຕ້ອງສົງໄສໃນການ
ວາງລະເບີດຮ້າຍແຮງ ຢູ່ບ່ອນແຂ່ງແລ່ນມາຣາທອນ ທີ່ນະຄອນ
ບອສຕັນ ໃນປີກາຍນີ້.

ເຈົ້າໜ້າທີ່ດ້ານກົດໝາຍຂັ້ນສູງສຸດຂອງສະຫະລັດຄືລັດຖະມົນ
ຕີກະຊວງຍຸຕິທຳ ທ່ານ Eric Holder ປະກາດ ໃນວັນພະຫັດ
ວານນີ້ວ່າ ລັດຖະບານຈະຮ້ອງຂໍໃຫ້ປະຫານຊີວິດທ້າວ Dzho-
khar Tsarnaev ອາຍຸ 20 ປີຖ້າຜູ້ກ່ຽວຫາກຖືກພົບເຫັນວ່າມີ
ຄວາມຜິດ. ທ້າວ Tsarnaev ຖືກກ່າວຫາວ່າ ເປັນຜູ້ວາງລະເບີດ
ທີ່ ເຮັດຂຶ້ນເອງ 2 ລູກ ຢູ່ບ່ອນແຂ່ງແລ່ນມາຣາທອນ ປະຈຳປີ ໃນເດືອນເມສາປີກາຍນີ້ ທີ່ ໄດ້ສັງຫານ 3 ຄົນ ແລະເຮັດໃຫ້ 260 ຄົນໄດ້ຮັບບາດເຈັບນັ້ນ.

ລັດຖະບານກາງສະຫະລັດ ບໍ່ຄ່ອຍຊອກຫາຊ່ອງທາງເພື່ອໃຫ້ລົງໂທດປະຫານຊີວິດ ແລະ ໄດ້ປະຫານຊີວິດຄາດຕະກອນ ແຕ່ພຽງ 3 ຄົນເທົ່ານັ້ນ ນັບແຕ່ປີ 1988 ເປັນຕົ້ນມາເວລາ ການໂຈະການນຳໃຊ້ໂທດປະຫານຊີວິດສິ້ນສຸດລົງ. ທ່ານ Hol der ກ່າວວ່າທາດແທ້ຂອງ ການປະຕິບັດ ຊຶ່ງເປັນບັນຫາ ແລະຜົນເສຍຫາຍທີ່ເກີດຂຶ້ນ ຈາກການວາງລະເບີດຢູ່ບອສ ຕັນ ບັງຄັບໃຫ້ທ່ານຕ້ອງໄດ້ຊອກຫາຊ່ອງທາງເພື່ອໃຫ້ມີການລົງໂທດປະຫານຊີວິດຕໍ່ທ້າວ
Tsarnaev.



ຄະນະໄອຍະການ ໄດ້ກ່າວຫາວ່າ ທ້າວ Tsarnaev ຊຶ່ງໃນເວລານັ້ນ ມີອາຍຸ 19 ປີ ແລະ ອ້າຍຂອງລາວ ທ້າວ Tamerlan Tsarnaev ອາຍຸ 26 ປີ ຊຶ່ງເປັນຊົນເຜົ່າ Chechnya ທີ່ອາໄສຢູ່ໃນສະຫະລັດ ມາເປັນເວລານຶ່ງທົດສະວັດແລ້ວນັ້ນ ໄດ້ເອົາໝໍ້ຕົ້ມທີ່ໃຊ້ຄວາມ ກົດດັນຫຼື presser-cooker ມາເຮັດເປັນລະເບີດ 2 ລູກແລ້ວນຳໄປວາງໄວ້ໃກ້ໆເສັ້ນໄຊ ຂອງການແຂ່ງແລ່ນມາຣາທອນ ເພື່ອເປັນການຕອບໂຕ້ຕໍ່ການປະຕິບັດງານທາງທະຫານ ຂອງສະຫະລັດ ຢູ່ໃນປະເທດທີ່ນັບຖືສາສະໜາອິສລາມ.

ຍັງບໍ່ທັນມີການກຳນົດວັນເວລາ ກ່ຽວກັບການດຳເນີນຄະດີ ທ້າວ Tsarnaev ເທື່ອ ແຕ່ຜູ້ ກ່ຽວປະເຊີນກັບ 30 ຂໍ້ຫາ ຮວມທັງໃຊ້ອາວຸດທີ່ມີອະນຸພາບຮ້າຍແຮງ.

ທ້າວ Tamerlan Tsarnaev ຜູ້ເປັນອ້າຍໄດ້ຖືກຂ້າຕາຍໃນການຍິງຕໍ່ສູ້ກັບຕຳ ຫຼວດໃນ ປີກາຍນີ້ ສອງມື້ຫຼັງຈາກມີການວາງລະເບີດ.

ຫລັງຈາກໄດ້ມີການຕາມລ່າຂະໜາດໃຫຍ່ແລ້ວ ຕຳຫຼວດໄດ້ພົບເຫັນທ້າວ Dzhokhar Tsarnaev ລີ້ຢູ່ໃນເຮືອ ຈອດໄວ້ຢູ່ຫຼັງບ້ານເຮືອນຫລັງນຶ່ງ ໃນເຂດຊານເມືອງ ນະຄອນ ບອສຕັນ.

ເຈົ້າໜ້າທີ່ໄດ້ກ່າວຫາວ່າ ລາວໄດ້ຂຽນຂໍ້ຄວາມຫຼາຍຢ່າງ ໃສ່ຂ້າງເຮືອ ຮວມທັງຂໍ້ຄວາມ ນຶ່ງທີ່ຂຽນໄວ້ວ່າ ພວກຊາວມຸສລິມແມ່ນເປັນນຶ່ງດຽວ ຖ້າເຈົ້າເຮັດໃຫ້ຜູ້ນຶ່ງເຈັບປວດແມ່ນ ເຈົ້າເຮັດໃຫ້ໝົດທຸກຄົນເຈັບປວດນຳ.”

Boston Bombing
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG