ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານບອສເນຍ ຕັດສິນ ໃຫ້ຈຳຄຸກ ທ້າວ Vlahovic 45 ປີ


ທ້າວ Veselin Vlahovic ທີ່ມີຊື່ຫຼິ້ນວ່າ Batko ຖືກຕັດສິນຈຳຄຸກ 45 ປີ.
ທ້າວ Veselin Vlahovic ທີ່ມີຊື່ຫຼິ້ນວ່າ Batko ຖືກຕັດສິນຈຳຄຸກ 45 ປີ.
ສານ ອາດຊະຍາກຳສົງຄາມ ໃນບອສເນຍໄດ້ຕັດສິນລົງໂທດ
ອະດີດສະມາຊິກຄົນນຶ່ງ ຂອງກຸ່ມກຳລັງປະກອບອາວຸດ ຊາວ
ເຊີເບຍໃນບອສເນຍໃຫ້ຈຳຄຸກເປັນເວລາ 45 ປີ ຊຶ່ງເປັນການ
ລົງໂທດ ໜັກທີ່ສຸດເທົ່າທີ່ເປັນໄປໄດ້ສຳລັບການກໍ່ອາດຊະຍາ
ກຳສົງຄາມ ໃນລະຫວ່າງສົງຄາມບອສເນຍ ແຕ່ປີ 1992 ຫາ
1995 ແລະເປັນໂທດຈຳຄຸກທີ່ດົນທີ່ສຸດ ເທົ່າທີ່ເຄີຍມີການຕັດ
ສິນໂທດມາໂດຍສານດັ່ງກ່າວ.

ທ້າວ Veselin Vlahovic ຊຶ່ງມີຊື່ຫຼິ້ນເປັນພາສາ Montenegro
ວ່າ Batko ນັ້ນ ຖືກພົບເຫັນວ່າມີຄວາມຜິດໃນການສັງຫານ 31
ຄົນ ຂົ່ມຂືນແມ່ຍິງຢ່າງໜ້ອຍ 13 ຄົນ ແລະປຸ້ນຈີ້ປະຊາຊົນຫຼາຍ
ສິບຄອບຄົວຢູ່ໃນເຂດ Grbavica ແລະ Vraca ຊຶ່ງເປັນເຂດທີ່ຊາວເຊີເບຍຄວບຄຸມ ໃນນະ ຄອນຫຼວງ Sarajevo ໃນປີ 1992.

ຜູ້ກ່ຽວໄດ້ເປັນທີ່ຮູ້ຈັກກັນໃນນາມ “ຄົນປ່າເຖື່ອນແຫ່ງເຂດ Grbavica”

ທ້າວ Vlahovic ໄດ້ຫຼົບໜີໄປຈາກບ່ອນຄຸມຂັງກ່ອນການດຳເນີນຄະດີຢູ່ທີ່ Montenegro ໃນ ປີ 2001 ແຕ່ຖືກຈັບໄດ້ອີກຢູ່ສະເປນ ໃນປີ 2010 ແລະສົ່ງໂຕໄປໃຫ້ບອສເນຍ.
XS
SM
MD
LG