ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເພີ້ມຂຶ້ນ ຂອງນັກທ່ອງທ່ຽວຈີນ ຊ່ອຍໃຫ້ ສາຍສຳພັນ ຈີນ-ຫວຽດນາມ ໝັ້ນຄົງ


ພວກນັກທ່ອງທ່ຽວ ຊາວຈີນ ຂີ່ລົດສາມລໍ້ ເພື່ອນຳພາໄປ ສະຖານທີ່ທ່ຽວຊົມຕ່າງໆ ໃນນະຄອນຫຼວງ ຮ່າໂນຍ ຂອງຫວຽດນາມ, ວັນທີ 1 ທັນວາ 2016.
ພວກນັກທ່ອງທ່ຽວ ຊາວຈີນ ຂີ່ລົດສາມລໍ້ ເພື່ອນຳພາໄປ ສະຖານທີ່ທ່ຽວຊົມຕ່າງໆ ໃນນະຄອນຫຼວງ ຮ່າໂນຍ ຂອງຫວຽດນາມ, ວັນທີ 1 ທັນວາ 2016.

ຈີນໄດ້ກາຍມາເປັນແຫລ່ງທ່ອງທ່ຽວ ອັນດັບສູງສຸດປະເທດດຽວ ສຳລັບຫວຽດ ນາມ ​
ໃນ​ຮອບ​ປີທີ່ຜ່ານມານີ້ ອັນເປັນຖານະ ທີ່ອາດຈະຊ່ອຍເຮັດໃຫ້ມີ​ການ​ຂະຫຍາ​ຍຕົວ ​
ໃນສາຍສຳພັນ ລະຫວ່າງ​ ປະ​ເທດ​ທັງ​ສອງ ເຊິ່ງໄດ້ປະສົບກັບບັນຫາ ຍ້ອນການ
ຂັດແຍ້ງທາງທະເລແລະປະຫວັດຂອງຄວາມບໍ່ໄວ້ເນື້ອເຊື່ອໃຈຊຶ່ງ​ກັນ ​ແລະ​ກັນ.

ຈຳນວນຂອງນັກທ່ອງທ່ຽວຈີນ ທີ່ໄປຢ້ຽມຢາມປະເທດຫວຽດນາມ ຊຶ່​ງ​ເປັນເພື່ອນ
ບ້ານໃນເອເຊຍຕາເວັນອອກສຽງໃຕ້ ແມ່ນມີຫຼາຍເຖິງ 250,000 ຄົນ ໃນເດືອນ
ມັງກອນຜ່ານມາ ໂດຍນຳໜ້າປະເທດອື່ນໆ ປະມານນຶ່ງສ່ວນສີ່ີ​ ໃນຈຳນວນທັງໝົດ
ຂອງເດືອນ. ການນັບພວກ​ນັກ​ທ່ອງ​ທ່ຽວຈາກຈີນ ແມ່ນເພີ່ມຂຶ້ນ 68 ເປີເຊັນ ລື່ນ
ເດືອນມັງກອນ ປີ 2016 ອີງຕາມຕົວເລກ ຂອງລັດຖະບານຫວຽດນາມ ທີ່ສື່ມວນ​
ຊົນຂອງທາງການ ໄດ້ອ້າງອີງເຖິງ.

ພວກນັກທ່ອງທ່ຽວຊາວຈີນ ໄດ້ປ່ຽນແປງເສດຖະກິດຂອງຮົງກົງ ແລະໄຕ້ຫວັນ ​ໃນ
​ຊ່ວງໄລຍະນຶ່ງທົດສະວັດຜ່ານມາ ໂດຍຈະນຳເອົາສະຖານທີ່ເຫຼົ່ານັ້ນ ໃກ້ຊິດເຂົ້າ
ກັບປັກກິ່ງຫຼາຍຂຶ້ນ ຫຼັງຈາກຊ່ວງໄລຍະ ທີ່ສາຍສຳພັນມີບັນຫາກັນນັ້ນ.

“ມັນມີຄວາມເຄັ່ງຕຶງບາງສ່ວນທີ່ພົວພັນ ກັບທະເລຕາເວັນອອກ ຫຼື ທະເລຈີນໃຕ້
ແຕ່ເຖິງຢ່າງໃດກໍຕາມ ຫວຽດນາມເປັນສະຖານທີ່ ທີ່ພວກຊາວຈີນ ຮູ້ສຶກສະບາຍ
ໃຈ ທີ່ຈະໄປຢ້ຽມຢາມ”
ນັ້ນແມ່ນຄຳເວົ້າຂອງທ່ານ Frederick Burke ຄູ່ຮຸ້ນສ່ວນ
ໃນບໍລິສັດກົດໝາຍລະຫວ່າງປະເທດ Baker & McKenzie ຢູ່ໃນນະຄອນ Ho Chi
Minh. ທ່ານກ່າວຕື່ມວ່າ “ມັນເຂົ້າໄປໄດ້. ມັນຢູ່ໃກ້ໆ. ມັນມີວັດທະນະທະທີ່ຄ້າຍຄືກັນ
ແຕ່ມັນກໍແຕກຕ່າງກັນຢູ່ ສະນັ້ນ ມັນຈຶ່ງເປັນທີ່ໜ້າສົນໃຈ. ມັນກໍບໍ່ແພງ ແລະ ພວກເຂົາເຈົ້າກໍເອົາໃຈໃສ່ ຕ້ອນຮັບຊາວຈີນ.”

ຈຳນວນຊາວ​ຈີນທີີ່ເພີ້ມຂຶ້ນ ທີ່ເດີນທາງໄປຢ້ຽມຢາມຫວຽດນາມປະມານ 2 ລ້ານ 2 ແສນ
ຄົນ ​ແຕ່ເດືອນມັງກອນ ຫາ ຕຸລາ ນັ້ນ ໄດ້ເຮັດໃຫ້ຫວຽດນາມຫັນມາສົນ ໃຈໃນເລື່ອງນີ້
ເມື່ອປີກາຍ. ຕົວເລກຂອງເຂົາເຈົ້າໄດ້ຕົກຕ່ຳລົງໃນປີ 2014 ຫຼັງຈາກປັກກິ່ງ ອະນຸຍາດ
ໃຫ້ບໍລິສັດນ້ຳມັນ ຕັ້ງຖານເຈາະຢູ່ໃນທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນ ຊຶ່ງໄດ້ກໍ່ໃຫ້
ເກີດຄວາມວຸ້ນວາຍ ຕໍ່ຕ້ານຈີນຂຶ້ນໃຫວຽດນາມ.

ປັກກິ່ງ ແລະ ຮ່າໂນຍ ​ໄດ້​ເກີດ​ບັນຫາຂັດແຍ້ງຢ່າງຂົມຂື່ນ ໃນເລື່ອງອະທິປະໄຕ ກ່ຽວກັບ
ທະເລສ່ວນ​ໃຫຍ່ ຮວມທັງສອງໝູ່ເກາະນ້ອຍໆ ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG