ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ຢ່າງ​ນ້ອຍ 14 ຄົນ ເສຍຊີວິດ ຍ້ອນ ເຫດ​ລະ​ເບີດ​ ໃນອີຣັກ (ວີ​ດີ​​ໂອ/ສະໄລດ໌)


ໂບດສາສະໜາຄຣີສ St. Joseph Chaldean ໃນແບັກ​ແດດ
ໂບດສາສະໜາຄຣີສ St. Joseph Chaldean ໃນແບັກ​ແດດ
ເຈົ້າໜ້າ​ທີ່​ອີຣັກກ່າວ​ວ່າ​ ການ​ໂຈມ​ຕີ​ດ້ວຍລະ​ເບີດ​ຫຼາຍ​ບັ້ນ ​
ທີ່​ແນເປົ້າໝາຍ​ໃສ່ຊາວ​ຄຣີສ ຕຽນ ​ໃນ​ພາກ​ໃຕ້​ຂອງນະຄອນ
ຫຼວງແບັກ​ແດດ ໄດ້​ສັງຫານ​ຢ່າງ​ນ້ອຍ 14 ຄົນ.

ການ​ໂຈມ​ຕີ​ດ້ວຍລະ​ເບີດ​ທີ່​ຮ້າຍ​ແຮງ​ໃນວັນ​ພຸດມື້​ນີ້ມີ​ຂຶ້ນ​ໃນ​ຄຸ້ມ
Dora ​ຂອງ​ນະຄອນ​ຫຼວງ. ລະ​ເບີດ​ລົດ​ບັ້ນ​ນຶ່ງ​ ​ໄດ້​ສັງຫານ
ຢ່າງ​ນ້ອຍ 14 ຄົນ ​ແລະ​ອີກ 30 ຄົນ​ບາດ​ເຈັບ ຢູ່​ຂ້າງ​ນອກໂບດ
ບ່ອນ​ທີ່​ພວກ​ນັບຖື​ສາສະໜາ​ຄຣີສ ​ເຂົ້າ​ຮ່ວມ​ພິທີ​ທາງ​ສາສະໜາ
​ ​ໃນ​ວັນ​ຄຣີສ​ມັສ ຊຶ່ງ​ເປັນວັນ​ສັກສິດ​ທາງ​ສາສະໜາ ທີ່ເປັນ
​ຂີດ​ໝາຍ​ຂອງ​ວັນປະ​ສູດ​ພະ​ເຢຊູນັ້ນ.

Iraq Christmas Day Attack
please wait

No media source currently available

0:00 0:00:39 0:00

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ໄດ້​ມີ​ຫຼາຍ​ກວ່າ 8 ພັນ​ຄົນ ເສຍ​ຊີວິດ ​ໃນ​ອີຣັກ​ໃນ​ປີ​ນີ້
ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ ຊຶ່ງ​ເປັນ​ຄວາມ​ຮຸນແຮງທີ່​ຮ້າຍ​ແຮງ​ສຸດ​ຂອງ​ປະ​ເທດ
ນັບ​ຕັ້ງ​ແຕ່​ປີ 2008. ມີພົນລະ​ເຮືອນ ​ຫຼາຍ​ກວ່າ 2 ​ເທົ່າ ​ໄດ້​ຖືກ​ສັງຫານ ​ໃນ​ປີ 2013
ກວ່າ ປີ 2012.
XS
SM
MD
LG