ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ໂຈມ​ຕີ​ ດ້ວຍລະ​ເບີດ​ລົດ ໃນອີຣັກ ເຮັດໃຫ້ 23 ຄົນ ເສຍ​ຊີວິດ (ວີດີໂອ/ສະໄລດ໌)


ຊາກລົດທີ່ຖືກວາງລະເບີດ ໃກ້ໆກັບກຸງແບກແດດ
ຊາກລົດທີ່ຖືກວາງລະເບີດ ໃກ້ໆກັບກຸງແບກແດດ
ການ​ໂຈມ​ຕີ​ດ້ວຍລະ​ເບີດ​ລົດ​ຫຼາຍໆ​ບັ້ນ ໃນເມືອງ​ຫຼວງ​ຂອງອີຣັກ ​
ໄດ້ສັງ​ຫານ 23 ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ​ຫຼາຍສິບ​ຄົນ.

​ເຫດລະ​ເບີດ​ຮ້າຍ​ແຮງທີ່​ສຸດ​ໃນ​ວັນ​ພະຫັດ​ມື້ນີ້​ ​ແມ່ນ​ເກີດ​ຂຶ້ນ​ຢູ່
ຄຸ້ມ​ Khazimiyah ໃນ​ເຂດເໝືອຂອງ​ນະຄອນ​ຫຼວງແບກ​ແດດ
ຍັງ​ຜົນ​ໃຫ້​ມີ​ຜູ້​ເສັຍ​ຊີວິດ 7 ຄົນ.

ຍັງ​ບໍ່​ທັນ​ມີ​ຜູ້ໃດອອກ​ມາ​ອ້າງ​ເອົາ​ຮັບຜິດຊອບ​ ໃນ​ກະ​ໂຈມ​ຕີ​
ຫຼາຍໆ​ບັ້ນ​ນີ້​ເທື່ອ ຊຶ່ງ​ໄດ້​ຕິດ​ຕາມ​ມາ​ຫຼັງຈາກ​ການວາງລະ​ເບີດ
​ສອງ​ບັ້ນໃນ​ວັນ​ພຸດ​ວານ​ນີ້​ ໃນ​ເມືອງ Baquba ທາງ​ທິດ​ເໜືອຂອງ
ແບກ​ແດດ ທີ່ໄດ້​ສັງຫານ 14 ຄົນ.


ນາຍົກລັດຖະມົນຕີ Nouri al-Maliki ​ໄດ້​ປະຕິຍານ​ໃນ​ວັນ​ພຸດ​ວານ​ນີ້ວ່າ ທ່ານ​ຈະ​ສືບ​ຕໍ່ຕ້ານຢັນ​
ພວກ​ກໍ່​ການ​ຮ້າຍ ​ແລະ​ໄດ້​ກ່າວ​ຕື່ມ​ວ່າ ​ທາງ​ການໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ຈໍານວນ 800 ຄົນ ​
ໃນ​ການທັບ​ມ້າງ​ເພື່ອ​ຮັກ​ສາ​ຄວາມປອດ​ໄພ​ນັ້ນ.

ອີຣັກ​ໄດ້​ເຫັນ​ການເພີ້​ມທະວີ​ຂຶ້ນ ​ໃນ​ການ​ກໍ່​ການ​ຮ້າຍ​ແລະການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ປີ​ນີ້​ ​ໃນ​ທ່າມ
ກາງ​ຄວາມ​ເຄັ່ງ​ຕຶງ ລະຫວ່າງຊົນກຸ່ມນ້ອຍຊາວ​ຊຸນ​ນີ ​ແລະ​ລັດຖະບານ​ທີ່​ນໍາພາໂດຍຊາວ Shi’ite
ນັ້ນ. ​ໄດ້​ມີ​ຫຼາຍ​ກວ່າ 3 ພັນ​ແລ້ວ ​ຖືກສັງຫານ.

IRAQ VIOLENCE VO.mov
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG