ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງນ້ອຍ 27 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ເມືອງ Aleppo (ສະໄລດ໌)


ພວກຜູ້ຊາຍຫາມ ສົບຄົນຕາຍ ໃນເຫດວາງລະເບີດ ສາມບັ້ນ ຕິດຕໍ່ກັນ ໃນເມືອງ Aleppo, ວັນທີ 3 ຕຸລາ 2012.
ພວກຜູ້ຊາຍຫາມ ສົບຄົນຕາຍ ໃນເຫດວາງລະເບີດ ສາມບັ້ນ ຕິດຕໍ່ກັນ ໃນເມືອງ Aleppo, ວັນທີ 3 ຕຸລາ 2012.
ເຫດລະເບີດ 3 ບັ້ນໃນເຂດຄວບຄຸມຂອງລັດຖະບານໃນເມືອງ
Aleppo ເມືອງໃຫຍ່ສຸດຂອງຊີເຣຍ ໄດ້ສັງຫານຢ່າງນ້ອຍ 27
ຄົນ ແລະຫຼາຍກວ່າ 70 ຄົນໄດ້ຮັບບາດເຈັບ.

ເຫດລະເບີດໃນວັນພຸດມື້ນີ້ ແມ່ນເກີດຂຶ້ນທີ່ຈະຕຸລັດໃຫຍ່ ໃກ້ໆ
ກັບສະໂມສອນ ພວກນາຍທະຫານໃນເມືອງ ບ່ອນທີ່ໄດ້ມີການ
ຕໍ່ສູ້ກັນໃນເມື່ອບໍ່ເທົ່າໃດມື້ຜ່ານມານີ້ ລະຫວ່າງກອງກໍາລັງລັດ
ຖະບານ ແລະພວກກຸ່ມທີ່ຕໍ່ຕ້ານປະທານາທິບໍດີ Bashar
al-Assad.

ກຸ່ມສັງເກດການສິດທິມະນຸດຊີເຣຍຝ່າຍຄ້ານ ເວົ້າວ່າ ມີຫຼາຍກວ່າ 40 ຄົນ ເສຍຊີວິດ.

ໂທລະພາບຊ່ອງນຶ່ງທີ່ສະໜັບສະໜູນລັດຖະບານ ໄດ້ຖ່າຍທອດວີດີໂອ ທີ່ຕົນກ່າວວ່າ
ເປັນພາບລຸນຫລັງການລະເບີດ ທີ່ສະແດງໃຫ້ເຫັນຕຶກອາຄານຫຼາຍຫຼັງ ທີ່ໄດ້ຮັບຄວາມ
ເສຍຫາຍຢ່າງມາກມາຍ ທີ່ມີຊາກຫັກພັງກອງຢູ່ຕາມທ້ອງຖະໜົນ.

ສື່ຂອງລັດຖີ້ມໂທດໃສ່ພວກກໍ່ການຮ້າຍ ວ່າເປັນຜູ້ວາງລະເບີດຄັ້ງນີ້.



ໃນຂະນະດຽວກັນນີ້ ທ່ານ Lakhbar Brahimi ທູດພິເສດຂອງສະຫະປະຊາ ຊາດແລະ
ສັນນິບາດອາຣັບສໍາລັບຊີເຣຍ ກໍມີກໍານົດທີ່ຈະກັບຄືນໄປສູ່ຂົງເຂດນັ້ນ ໃນອາທິດໜ້ານີ້
ເພື່ອພະຍາຍາມຍຸດຕິການຕໍ່ສູ້ກັນທີ່ດໍາເນີນມາໄດ້ 18 ເດືອນ ແລ້ວນັ້ນ.

ຮອງເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Jan Eliasson ໄດ້ກ່າວ
ໃນວັນອັງຄານນີ້ວ່າ ທ່ານ Brahimi ຈະໄປປະຈໍາຢູ່ນະຄອນຫລວງ Cairo ຂອງອີຈິບ.
ທ່ານຍັງໄດ້ກ່າວອີກວ່າ ອົງການສະຫະປະຊາຊາດຢາກຈະ ເຫັນຄວາມຮຸນແຮງລົດນ້ອຍ
ຈາກທາງຝ່າຍລັດຖະບານປະທານາທິບໍດີ Assad ຕິດຕາມມາດ້ວຍຄວາມພະຍາຍາມ
ຄ້າຍຄືກັນ ຈາກທາງຝ່າຍຄ້ານ.
XS
SM
MD
LG