ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງ​ນ້ອຍ 51 ຄົນ ​ເສຍຊີວິດ ໃນເຫດລະ​ເບີດ ​ຫຼາຍ​ໆບັ້ນ ຢູ່ອີຣັກ (ວີດີໂອ/ສະໄລດ໌)


ເຫດລະ​ເບີດ​ຫຼາຍ​ໆບັ້ນ ​ໄດ້​ສັງຫານ​ຢ່າງ​ນ້ອຍ 51 ຄົນ ​
ໃນ​ນະຄອນຫຼວງ​ຂອງອີຣັກ.

​ການວາງລະ​ເບີດ​ຂອງ​ວັນ​ພຸດມື້​ນີ້​ ​ແມ່ນ​ໄດ້​ກະທົບ​ຕໍ່​
ຂົງເຂດທີ່ມີ ​ຊາວ Shi’ite ອາ​ໄສ​ຢູ່​ ເປັນສ່ວນ​ໃຫຍ່​ ​
ໃນ​ນະຄອນຫລວງ​ເເບກແດ​ດ ຊຶ່ງ​ຮວມທັງ​ເມືອງ
Kazimiyah ​ແລະ Sadr City ທີ່​ຍັງ​ຜົນ​ໃຫ້​ມີຢ່າງ​ນ້ອຍ
ອີກ 140 ຄົນ​ ​ໄດ້​ຮັບບາດ​ເຈັບ.

ຍັງ​ບໍ່​ທັນ​ໄດ້​ມີ​ຝ່າຍ​ໃດ​ອອກ​ມາ​ອ້າ​ງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີເຫລົ່າ​ນີ້ເທື່ອ.




ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຊົນ​ກຸ່ມ​ນ້ອຍຊາວ Sunni ​ຂອງ​ອີຣັກ ​ແລະ​ຊາວ Shi’ite ຊຶ່ງ​ເປັນ​
ຄົນ​ກຸ່ມ​ໃຫຍ່​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ປະຈຸ​ບັນ​ນີ້ ​ໄດ້​ຟົດ​ເດືອ​ດອ່ອນໆ​ມາ ​ຕັ້ງ​ແຕ່​ ຕໍາຫຼວດ​
ໄດ້ທໍາ​ການ​ກວາດ​ລ້າງ​ ຊາວ​ຊຸນ​ນີ​ທີ່​ພາກັນປະ​ທ້ວງ​ ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້.

ຊາວ​ຊຸນ​ນີ​ໄດ້​ກ່າວ​ຫາ​ລັດຖະບານ​ ວ່າ​ກໍາຈັດ​ຮັດ​ແຄບທາງ​ການ​ເມືອງຕໍ່ພວກ​ຕົນ ​ແລະ
​ເມີນ​ເສີຍ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພວກ​ຕົນ.

​ບັນດາເຈົ້າ​ໜ້າອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ໄດ້ສັງຫານ​ຜູ້​ຄົນ
​ຫຼາຍ​ພັນ​ຄົນ​ແລ້ວ ​ແລະ​ຢ້ານ​ກົວ​ວ່າ ອີຣັກອາດ​ອາດ​ກໍາລັງ​ມຸ້ງ​ໜ້າ​ໄປ​ສູ່​ສົງຄາມ​ກາງ​ເມືອງ
ກໍ​ເປັນ​ໄດ້. ​

IRAQ VIOLENCE VO.mov
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG