ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

22 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ໃນນະຄອນຫຼວງ ອີຣັກ (ສະໄລດ໌/ວີດີໂອ)


ລະ​ເບີດ​ຫລາຍ​ລູກ ​ໄດ້​ແຕກ​ຂື້ນ ​ໃນ​ນະຄອນຫລວງອີຣັກ ​ເຮັດ
​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 22 ຄົນ.
ລະ​ເບີດ​ຫລາຍ​ລູກ ​ໄດ້​ແຕກ​ຂື້ນ ​ໃນ​ນະຄອນຫລວງອີຣັກ ​ເຮັດ ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 22 ຄົນ.
ລະ​ເບີດ​ຫລາຍ​ລູກ ​ໄດ້​ແຕກ​ຂື້ນ ​ໃນ​ນະຄອນຫລວງ​ແບກ​ແດດ
​ຂອງອີຣັກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 22 ຄົນແລະ​ໄດ້​ຮັບ
​ບາດ​ເຈັ​ບກວ່າ 30 ຄົນ.

ເຫດລະເບີດໃນ​ວັນ​ພຸດ​ມື້​ນີ້ ແມ່ນ​ເກີດ​ຂື້ນ​ຢູ່ໃກ້​ກັບເຂດທີ່ມີການ
ຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດ ຫຼື Green Zone ຂອງ​
Bagdad ຮວມທັງ ​ລະ​ເບີດລົດສອງ​ຄັນ ທີ່​ແຕກ​ຂື້ນ ​ຢູ່​ນອກກະ
​ຊວງ​ການ​ຕ່າງປະ​ເທດ.

ນອກນັ້ນ ຜູ້​ວາງ​ລະ​ເບີດ​ສະລະ​ຊີບຄົນ​ນຶ່ງ ​ຍັງໄດ້ກົດຄະ​ນວນ
​ລະ​ເບີດ​ໃຫ້ແຕກ​ຂື້ນ​ຢູ່ຮ້ານ​ອາຫານ​ແຫ່ງ​ນຶ່ງ​ ໃນ​ເຂດດັ່ງກ່າວ ​ໃນ​ຂະນະ​ທີ່​ລະ​ເບີດ​ອີກ​ລູກ
ນຶ່ງແຕກ​ຂຶ້ນ ຢູ່​ຈະຕຸ​ລັດ Khilani ​ໃນ​ໃຈກາງ​ແບກ​ແດດ.



ຍັງ​ບໍ່​ມີ​ຝ່າຍ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີ​ນີ້​ເທື່ອ ​ແຕ່​ການວາງ​ລະ​ເບີດ
ຢ່າງ​ມີ​ການ​ປະສານ​ງານ​ກັນ​ແບບ​ນີ້ ​ແມ່ນ​ຖື​ວ່າ​ເປັນ​ການ​ກະທໍາ​ຂອງ​ພວກ​ທີ່​ເຊື່ອມ​ໂຍງກັບ
ກຸ່ມ al-Qaida.

ອີຣັກ ກໍາລັງ​ປະ​ເຊີນກັບຄວາມ​ບໍ່​ສະຫງົບ​ຮ້າຍ​ແຮງທີ່​ສຸດ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນຕົ້ນມາ ເວລາ​ປະ​ເທດ​ນີ້ໂຜ່ໂຕອອກ​ມາ​ ຈາກ​ສົງຄາມທາງ​ດ້ານ​ສາສະໜາລະ​ຫວ່າງພວກທີ່ນັບຖື
ສາສະໜາອິສລາມ ນິກາຍ Sunnis ​ແລະພວກນັບຖື ນິກາຍ Shi’ites.

ຄວາມ​ຮຸນ​ແຮງ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1,000 ຄົນໃນ​ເດືອນ​ແລ້ວ​ນີ້ ​ແລະ​ເກືອບ 9,000
ຄົນ​ ໃນ​ປີ​ກາຍ​ນີ້.

​ນອກເໜືອໄປຈາກ ການໂຈມຕີດ້ວຍ​ລະ​ເບີດ ທີ່ມີ​ຢູ່​ເປັນ​ປະ​ຈໍາ​ ໃນ​ກຸງ Bagdad ແລ້ວ
ລັດຖະບານ​ຍັງໄດ້​ຕໍ່ສູ້​ມາ​ເປັນ​ເວລາ​ຫຼາຍ​ເດືອນ ​ເພື່ອ​ຢຶດເອົາ​ຄືນ ບາງ​ເຂດຂອງ​ແຂວງ
Anbar ທາງພາກຕາເວັນຕົກຂອງປະເທດຈາກພວກຫົວຮຸນແຮງທີ່​ເປັນເຄືອຂ່າຍຂອງ​
ກຸ່ມກໍ່ການຮ້າຍ al-Qaida.

iraq
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG