ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງ​ປະຊຸ​ມນາໆ​ຊາດ​ ວ່າດ້ວຍລະ​ເບີດ​ລູກ​ຫວ່ານ ໄຂຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​


ກອງ​ປະຊຸ​ມນາໆ​ຊາດ​ ວ່າດ້ວຍລະ​ເບີດ​ລູກ​ຫວ່ານ ໄຂຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​
ກອງ​ປະຊຸ​ມນາໆ​ຊາດ​ ວ່າດ້ວຍລະ​ເບີດ​ລູກ​ຫວ່ານ ໄຂຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​

ກອງ​ປະຊຸ​ມນາໆ​ຊາດ​ ທີ່ມີ​ຈຸດປະສົງ​ກຳຈັດລະ​ເບີດ​ລູກ
ຫວ່ານຢູ່ໃນທົ່ວໂລກ ໄຂຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​ໃນ ​ວັນ​ອັງຄານ​ມື້ນີ້.

ຄະນະ​ຜູ້ຕາງໜ້າຈາກຫຼາຍ​ກ່ວາ 100 ​ປະ​ເທດທົ່ວ​ໂລກ​
ແລະອົງການ​ສະຫະ​ປະຊາ​ຊາດ ພ້ອມ​ທັງ​ອົງ​ກອນ​ທີ່​ບໍ່​ຂຶ້ນ​
ກັບລັດຖະບານ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຕ່າງໆ​ໄດ້ເຂົ້າ​
ຮ່ວມກອງ​ປະຊຸມ​ເທື່ອທຳອິດຂອງປະເທດພາຄີສົນທິສັນ
ຍານາໆຊາດວ່າດ້ວຍລະ​ເບີດ​ລູກ​ຫວ່ານ ຊຶ່ງ​ໄດ້ກາຍເປັນ
ກົດໝາຍນາໆ​ຊາດໄປ​ແລ້ວ​ນັບ​ຕັ້ງ​ແຕ່ວັນ​ທີ່ 1 ​ເດືອນ ສິງຫາ​ ເປັນ​ຕົ້ນ​ມາ.

ລະ​ເບີດ​ລູກ​ຫວ່ານ​ແມ່ນ​ເປັນ​ລະ​ເບີດກະປາງ ຫຼືບັ້ງທີ່ບັນຈຸລະເບີດນ້ອຍໆຢູ່ທາງໃນ ຊຶ່ງ
ເວລາຕົກລົງມາໃກ້ຈະຮອດພື້ນດິນ ມັນ​ກໍ​ຈະ​ແຕກ​ອອກ ​ແລ້ວ​ຫວ່ານ​ລູກ​ລະເບີດຂະໜາດ
ນ້ອຍຫຼືບອມບີ້ ກະຈາຍອອກໄປໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ. ສປປ ລາວ ​ເປັນ​ປະ​ເທດ​ທີ່
ຍັງ​ໄດ້ຮັບ​ການ​ກະທົບ​ຈາກລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຂອງ​ອະ​ເມຣິກາ​ ທີ່ຖິ້ມລົງໃນປາງ​ສົງຄາມ​
ຫວຽດນາມ ​ເມື່ອສາມ​ທົດ​ສະ​ວັດກວ່າໆມາ​ແລ້ວ ເພື່ອລົບກວນ​ເສັ້ນທາງລຳລຽງ​ຂອງພວກ
ຫວຽດນາມ​ເໜືອ​ນັ້ນ. ໃນ​ແຕ່ລະ​ປີ ໄດ້​ມີ​ຜູ້​ຄົນ​ຈຳນວນຫຼວງ​ຫຼາຍ​ໃນ​ທົ່ວ​ໂລກ​ ທີ່​ໄດ້​ລົ້ມ​ຕາຍ​ ຈາກລະ​ເບີດ​ພວກ​ນີ້​.

ສົນທິສັນ​ຍາ​ໄດ້​ຖືກ​ເຊັນໂດຍ 108 ປະ​ເທດ​ທົ່ວໂລກ​ແລະ​ໄດ້​ຮັບ​ການ​ຮັບຮອງຢ່າງເປັນທາງ
ການ ຢ່າງ​ນ້ອຍ 40 ປະ​ເທດແລ້ວ ຊຶ່ງ​ໄດ້​ມີ​ຫຼາຍ​ກ່ວາສິບປະ​ເທດທີ່​ໄດ້ທຳລາຍ ຫຼື​ພວມ​ຢູ່
ໃນຂັ້ນຕອນການ​ທຳລາຍ​ພວກ​ລະ​ເບີດ​ລູກ​ຫວ່ານ ​ໃນຄັງອາວຸດຂອງພວກເຂົາເຈົ້າ.

XS
SM
MD
LG