ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະເບີດແຕກ ຢູ່ເທິງລົດໄຟ ໃນປາກິສຖານ ສີ່ຄົນເສຍຊີວິດ


ແຂວງ Baluchistan ປະເທດ Pakistan.
ແຂວງ Baluchistan ປະເທດ Pakistan.

​ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າ ລະ​ເບີດຂະໜາດ​ແຮງ​ໄດ້​ແຕກ​ຂຶ້ນ​ຢູ່​ເທິງ​ລົດ​ໄຟເຮັດໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສີ່​ຄົນແລະ​ໄດ້​ຮັບ​ບາດ​ເຈັບອີກ​ 13 ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ລະ​ເບີ​ດ​ໄດ້ແຕກ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້​ໃກ້​ກັບບ້ານ Mach ຢູ່​ໃນ​ແຂວງ Baluchistan ທາງ​ພາກ​ຕາເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມຮັບຜິດຊອບ​ໃດໆ​ກ່ຽວ​ກັບ​ການ​ໂຈມ​ຕີດັ່ງກ່າວ​ນີ້​ເທື່ອ.

ບັນດາ​ກຸ່​ມ​ແບ່ງ​ແຍກ​ດິນ​ແດນ​ ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນນີ້.

Officials in Pakistan say a powerful bomb blast on a train has killed at least four people and wounded 13 others.

Authorities say the bomb went off Friday near the village of Mach in Baluchistan province in the southwest part of the country.

There has been no immediate claim of responsibility for the attack.

Separatist groups in the past have carried out similar attacks.

XS
SM
MD
LG