ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ປະເທດ ໂບລີເວຍ ຈະລົງ ແຂ່ງຂັນ ດຳລົງຕຳແໜ່ງສະໄໝທີສີ່


ປະທານາທິບໍດີຂອງ ໂບລີເວຍ ທ່ານ Evo Morales ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ທຳນຽບລັດຖະ
ບານ ໃນນະຄອນຫຼວງ La Paz, ປະເທດ ໂບລີເວຍ. 24 ກຸມພາ, 2016.
ປະທານາທິບໍດີຂອງ ໂບລີເວຍ ທ່ານ Evo Morales ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ທຳນຽບລັດຖະ ບານ ໃນນະຄອນຫຼວງ La Paz, ປະເທດ ໂບລີເວຍ. 24 ກຸມພາ, 2016.

ພັກສັງຄົມນິຍົມທີ່ກຳລັງປົກຄອງປະເທດຢູ່ຂອງ ໂບລີເວຍ ໄດ້ຄັດຄ້ານຜົນຂອງການລົງ ປະຊາມະຕິເດືອນກຸມພາທີ່ຜ່ານມາ ແລະ ໄດ້ໜູນຫຼັງປະທານາທິບໍດີ Evo Morales ໃຫ້ ດຳລົງຕຳແໜ່ງຕໍ່ເປັນສະໄໝທີ 4 ໃນປີ 2019.

ການເຄື່ອນໄຫວສຳລັບລັດທິສັງຄົມນິຍົມ ໄດ້ຮັບຮອງເອົາການລົງແຂ່ງຂັນຂອງທ່ານ Morales ໃນລັດຖະສະພາຂອງພວກເຂົາເຈົ້າຢ່າງບໍ່ເປັນເອກະສັນ ເຊິ່ງຈັດຂຶ້ນໃນເມືອງ Montero ທາງພາກຕາເວັນອອກຂອງປະເທດ.

ຕໍ່ມາ, ທ່ານ Morales ກ່າວວ່າ “ຖ້າປະຊາຊົນເວົ້າວ່າ ໄປນຳທ່ານ Evo, ດັ່ງນັ້ນພວກ ເຮົາກໍຈົ່ງພາກັນສືບຕໍ່ສູ້ເພື່ອເອົາຊະນະສິດທິ ແລະ ສືບຕໍ່ກັບຂະບວນການຂອງພວກ ເຮົາ.” ທ່ານໄດ້ກ່າວຕື່ມວ່າ “ຫຼາຍເທື່ອມາແລ້ວພວກເຮົາໄດ້ເອົາຊະນະພວກປີກຂວາ.”

ທ່ານ Morales ແມ່ນປະທານາທິບໍດີ ໂບລີເວຍ ຄົນທຳອິດທີ່ເປັນຊົນເຜົ່າພື້ນເມືອງ, ຖືກ ເລືອກຕັ້ງຄັ້ງທຳອິດໃນປີ 2005, ຕໍ່ມາຖືກເລືອກຄືນໃນປີ 2009 ແລະ 2014.

ທ່ານໄດ້ຜ່າຍແພ້ຢ່າງຫວຸດຫວິດໃນການລົງປະຊາມະຕິຂອງຕົ້ນປີນີ້ ກຽ່ວກັບວ່າ ລັດຖະ ທຳມະນູນ ຄວນຖືກທົບທວນຄືນຫຼືບໍ່ ເພື່ອອະນຸຍາດໃຫ້ທ່ານດຳລົງຕຳແໜ່ງອີກຄັ້ງໃນປີ 2019. ສະໄໝການດຳລົງຕຳແໜ່ງຂອງທ່ານໃນປະຈຸບັນຈະໝົດອາຍຸໃນວັນທີ 22 ມັງກອນ ປີ 2020.

ລັດຖະທຳມະນູນຂອງປະເທດ ໂບລີເວຍ ອະນຸຍາດໃຫ້ດຳລົງຕຳແໜ່ງປະທານາທິບໍດີໄດ້ 2 ສະໄໝລຽນຕິດເທົ່ານັ້ນ. ທ່ານໄດ້ຫາທາງເພື່ອຂະຫຍາຍມັນໃຫ້ເປັນ 3 ສະໄໝລຽນຕິດ ໄດ້ຢ່າງສຳເລັດ.

ໃນຂະນະທີ່ການເລືອກຕັ້ງຄັ້ງຕໍ່ໄປຈະເປັນຄັ້ງທີ 4​ ສຳລັບທ່ານ, ສານລັດຖະທຳມະນູນໄດ້ ຕັດສິນວ່າ ການດຳລົງຕຳແໜ່ງສະໄໝທຳອິດຂອງທ່ານບໍ່ໄດ້ຖືກນັບ ໃນເມື່ອທ່ານ Morales ບໍ່ໄດ້ສຳເລັດການດຳລົງຕຳແໜ່ງ 5 ປີ ຍ້ອນການປ່ຽນແປງລັດຖະທຳມະນູນ ໃນປີ 2009 ເຮັດໃຫ້ ໂບລີເວຍ ເປັນປະເທດຫຼາຍເຊື້ອຊາດບໍ່ແມ່ນສາທາລະນະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG