ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Morales ປະກາດ ໄຊຊະນະ ໃນການເລືອກຕັ້ງ ເປັນປະທານາທິບໍດີໂບລີເວຍ ສະໄໝທີສາມ


ປະທານາທິບໍດີ Evo Morales ​ແຫ່ງ​ໂບລີ​ເວ​ຍ​ ໄດ້​ປະກາດ​ໄຊ
ຊະນະ ໃນການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ທ່ານ​ ເພື່ອ​ໃຫ້​
ໄດ້​ດຳລົງ​ຕຳ​ແໜ່ງ​ ເປັນສະ​ໄໝ​ທີ​ສາມ.

ການ​ຢັ່ງ​ສຽງ​ບັນດາ​ຜູ້​ເລືອກຕັ້ງ ທີ່​ອອກ​ມາ​ຈາກ​ບ່ອນ​ປ່ອນ​ບັດ​
ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Morales ​ຊະນະ​ການ​ເລືອກ​ຕັ້ງໂດຍ
​ໄດ້ຮັບປະມານ 60 ​ເປີ​ເຊັນ​ຂອງຄະ​ແນນ​ສຽງ​ທັງ​ໝົດ​ ໃນ​ການ​
ປ່ອນ​ບັດເມື່ອວັນ​ອາທິດ​ວານນີ້. ຄູ່​ແຂ່ງຂັນ​ທີ່​ໄ​ດ້ຮັບຄະ​ແນນ​
ໃກ້​ຄຽງ​ທີ່​ສຸດ​ແມ່ນ ນັກທຸລະກິດ ​ Samual Doria Medina
​ໄດ້​ຮັບ​ສຽງ​ສະໜັບສະໜຸນ 24 ​ເປີ​ເຊັນ.

​ໃນ​ການ​ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ຫຼາຍ​ພັນ​ຄົນ ​ໃນ​ຕອນ
​ແລງ​ວັນອາທິດ​ວານ​ນີ້​ ທີ່ນະຄອນຫຼວງ La Paz ປະທານາທິບໍດີ Morales ກ່າວ​ວ່າ ຜົນ
ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ເປັນ​ໄຊຊະນະ​ສຳລັບ​ການ​ປົກຄອງ​ຂອງ​ທ່ານ. ທ່ານ​ໄດ້​ອຸທິດ
​ໄຊຊະນະຂອງ​ທ່ານ ​ໃຫ້​ແກ່​ມື້​ລາງ​ຜູ້ນຳ Cuba ທ່ານ Fidel Castro ​ແລະມື້​ລາງ​ຜູ້ນຳ Venezuela ທ່ານ Hugo Chavez.

ທ່ານ Morales ກ່າວ​ວ່າ “​ໄຊຊະນະ​ຄັ້ງ​ນີ້ ​ແມ່ນ​ເປັນ​ໄຊຊະນະ​ຂອງ​ພວກ​ທີ່ຕໍ່
ຕ້ານຈັກກະພັດ​ນິຍົມ ແລະ​ຕໍ່ຕ້ານລັດທິອານາ​ນິຄົມ.”

ທ່ານ Morales ໄດ້ເປັນ​ຜູ້ນຳ​ພາ​ໂບລີ​ເວ​ຍ ມາ​ຕັ້ງ​ແຕ່​ປີ 2006 ດ້ວຍການ​ດຳ​ເນີນນະ​ໂຍ
ບາຍ​ເສດຖະກິດ​ອ່ຽງຊ້າຍ ດ້ວຍ​ການ​ໃຊ້​ສຳນວນຊາດນິຍົມ​ປຸກ​ໃຈ​ປະຊາຊົນ ​ແລະ​ເພ່ງ
​ເລັງ​ໃສ່​ສິດທິ​ຂອງ​ຄົນ​ພື້ນ​ເມືອງ ​ແລະ​ສິ່ງ​ແວດລ້ອມ. ເສດຖະກິດ​ຂອງ​ໂບລີ​ເວ​ຍ​ໄດ້​ເຕີບ​ໂຕ​ຂຶ້ນ​ ໃນ​ອັດຕາ​ສະ​ເລ່ຍ 5 ​ເປີ​ເຊັນ​ໃນ​ແຕ່ລະ​ປີ ນັບ​ແຕ່​ທ່ານ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ.

ເຖິງ​ແມ່ນ​ມີ​ຄວາມ​ກ້າວໜ້າ​ກໍ​ຕາມ ​ແຕ່​ໂບລີ​ເວ​ຍກໍ​ຍັງ​ຄົງ​ເປັນ​ປະ​ເທດ​ນຶ່ງ​ທີ່ທຸກ​ຈົນ​ທີ່​ສຸດ​ໃນເຂດ​ອະ​ເມ​ຣິກາ​ໃຕ້ ​ແລະ​ພວກ​ຕຳ​ໜິຕິຕຽນໄດ້​ກ່າວ​ຫາ​ປະທານາທິບໍດີ​ວ່າ ​ໃຊ້​ອຳນາດຂອງ​ທ່ານ​ເກີນ​ຂອບ​ເຂດ​.

boliviaelections13october14
please wait

No media source currently available

0:00 0:00:40 0:00

XS
SM
MD
LG