ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ໂບລີເວຍ ຈັດການລົງ ປະຊາມະຕິ ສຳລັບການ ດຳລົງ ຕຳແໜ່ງສະໄໝທີ 4 ຂອງທ່ານ Morales


ແມ່ຍິງຊົນເຜົ່າ Aymara ຄົນໜຶ່ງກຳລັງຍ່າງຜ່ານຝາທີ່ມີຕົວ
ໜັງສືຂຽນເປັນພາສາ ສເປນ "Tell Bolivia Yes," ຫຼື "ບອກ ໂບລີເວຍວ່າ ແມ່ນ" ໃນການສະໜັບສະໜູນປະທານາທິ ບໍດີ ທ່ານ Evo Morales, ໃນເມືອງ El Alto, ປະເທດ ໂບລີເວຍ, 20 ກຸມພາ, 2016.
ແມ່ຍິງຊົນເຜົ່າ Aymara ຄົນໜຶ່ງກຳລັງຍ່າງຜ່ານຝາທີ່ມີຕົວ ໜັງສືຂຽນເປັນພາສາ ສເປນ "Tell Bolivia Yes," ຫຼື "ບອກ ໂບລີເວຍວ່າ ແມ່ນ" ໃນການສະໜັບສະໜູນປະທານາທິ ບໍດີ ທ່ານ Evo Morales, ໃນເມືອງ El Alto, ປະເທດ ໂບລີເວຍ, 20 ກຸມພາ, 2016.

ປະເທດ ໂບລີເວຍ ກຳລັງຈັດການລົງປະຊາມະຕິໃນວັນອາທິດມື້ນີ້ ເພື່ອຕັດສິນວ່າຈະປັບປຸງລັດຖະທຳມະນູນ ເພື່ອອະນຸຍາດໃຫ້ປະ ທານາທິບໍດີ ທ່ານ Evo Morales ດຳລົງຕຳແໜ່ງເປັນສະໄໝທີ 4 ຕິດຕໍ່ກັນໃນປີ 2019 ຫຼື ບໍ່. ບັນດາຜູ້ລົງຄະແນນສຽງໄດ້ແບ່ງແຍກ ອອກຢ່າງເທົ່າທຽມກັນກ່ຽວ ກັບບັນຫາທີ່ສືບຕໍ່ມາເຖິງປະຈຸບັນນີ້.

ເຖິງແນວໃດກໍຕາມ ຕອນນີ້, ຈຳນວນປະຊາຊົນ ໂບລີເວຍ ທີ່ເພີ່ມ ຂຶ້ນ ແມ່ນກຳລັງເລີ່ມທີ່ຈະສົງໄສກ່ຽວກັບຄວາມຊ່ືສັດຂອງປະທາ ນາທິບໍດີທີ່ເປັນຄົນພື້ນເມືອງຄົນທຳອິດຂອງປະເທດ ຫຼັງຈາກມັນໄດ້ຖືກເປີດເຜີຍອອກມາວ່າບໍລິສັດທີ່ອະດີດຄົນຮັກຂອງທ່ານ Morales ໄດ້ເຮັດ ວຽກໃຫ້ນັ້ນໄດ້ຮັບສັນຍາວຽກທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍ.

ແລະນອກນັ້ນ ມັນຍັງໄດ້ຖືກເປີດເຜີຍອອກມາອີກວ່າທ່ານ Morales ແລະ ຄົນຮັກຂອງທ່ານ ເຄີຍມີລູກນ້ອຍນຳກັນໃນປີ 2007 ແລະ ໄດ້ເສຍຊີວິດພາຍໃຕ້ກໍລະນີທີ່ບໍ່ສາມາດອະທິບາຍ ໄດ້.

ທ່ານ Morales ກ່າວວ່າ ຂໍ້ກ່າວຫານີ້ ແມ່ນກົນລະຍຸດທີ່ບໍ່ສະອາດ ເຊິ່ງໄດ້ກ່າວອອກມາເພື່ອ ປ່ຽນຈຸດສົນໃຈຈາກຄວາມສຳເລັດຂອງທ່ານໃນການຕັດຄວາມ ທຸກຍາກຢ່າງສຸດຂີດຂອງ ປະເທດ ໂບລີເວຍ ແລະ ການມອບອຳນາດໃຫ້ແກ່ຊົນເຜົ່າພື້ນເມືອງກຸ່ມໃຫຍ່ຂອງປະເທດ ໃນລະຫວ່າງການດຳລົງຕຳແໜ່ງໃນທົດສະວັດນຶ່ງຂອງທ່ານ.

XS
SM
MD
LG