ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວິດີໂອໃໝ່ ສະແດງໃຫ້ເຫັນວ່າເດັກຍິງ Chibok ທີ່ຖືກລັກພາຕົວໄປນັ້ນ ຍັງມີຊີວິດຢູ່


ໃນວັນທີ 4 ສິງຫານີ້ ພວກໂບໂກ ຮາຣາມ ໄດ້ເປີດເຜີຍວິດີໂອ ກ່ຽວກັບພວກເດັກຍິງທີ່ຖືກລັກພາຕົວໄປຈາກບ້ານ Chibok ໃນປີ 2014.
ໃນວັນທີ 4 ສິງຫານີ້ ພວກໂບໂກ ຮາຣາມ ໄດ້ເປີດເຜີຍວິດີໂອ ກ່ຽວກັບພວກເດັກຍິງທີ່ຖືກລັກພາຕົວໄປຈາກບ້ານ Chibok ໃນປີ 2014.

ລັດຖະບານຂອງ ໄນຈີເຣຍ ກ່າວວ່າ ຕົນກຳລັງຕິດຕໍ່ຫາພວກ ໂບໂກ ຮາຣາມ ຫຼັງຈາກໄດ້ ມີວິດີໂອໃໝ່ຖືກສາຍອອກທາງອອນໄລນ໌ໃນວັນອາທິດວານນີ້ ສະແດງໃຫ້ເຫັນພວກນັກ ຮຽນຍິງ Chibok ທີ່ຖືກລັກພາຕົວໄປໃນປີ 2014 ຫຼາຍເຖິງ 50 ຄົນ. ກຸ່ມຫົວຮຸນແຮງນີ້ ກ່າວວ່າ ເດັກຍິງຫຼາຍຄົນເສຍຊີວິດແລ້ວ ແລະ ພວກເຂົາໄດ້ຮຽກຮ້ອງໃຫ້ມີການແລກປ່ຽນ ກັບນັກໂທດທັງໝົດ.

ວິດີໂອທີ່ມີຄວາມຍາວ 11 ນາທີ ໄດ້ຖືກນຳລົງໃນເວັບໄຊທ໌ YouTube ໃນຕອນເຊົ້າຂອງ ວັນອາທິດວານນີ້, ສະແດງໃຫ້ເຫັນຜູ້ຊາຍທີ່ໃສ່ໜ້າກາກຄົນໜຶ່ງນຸ່ງເຄື່ອງທະຫານ ພ້ອມ ກັບພວກແມ່ຍິງໜຸ່ມໃສ່ຜ້າຄຸມທີ່ເບິ່ງຊົງອິດເມື່ອຍ, ນັ່ງ ແລະ ຢືນຢູ່ທາງຫຼັງລາວ.

ໃນເມືອງ Hausa, ຜູ້ຊາຍໃນວິດີໂອ ໃດ້ຮຽກຮ້ອງໃຫ້ລັດຖະບານ ໄນຈີເຣຍ “ປ່ອຍຕົວ ຄົນທີ່ຖືກກັກຕົວໄວ້ໃນເມືອງ Abuja, Lagos ແລະ Maiduguri."

ມັນແມ່ນການຮຽກຮ້ອງທີ່ພວກ ໂບໂກ ຮາຣາມ ໄດ້ກ່າວມາກ່ອນໜ້ານີ້. ບັນດານັກເຄື່ອນ ໄຫວກ່າວວ່າ ເພື່ອຜົນປະໂຫຍດຂອງພວກເດັກຍິງ Chibok ມັນເຖິງເວລາແລ້ວ ທີ່ລັດ ຖະບານ ໄນຈີເຣຍ ຈະທຳການເຈລະຈາ.

Excerpt of Boko Haram Video
please wait

No media source currently available

0:00 0:00:51 0:00

XS
SM
MD
LG