ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ພວກຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ​​ຍຶດເອົາ​ຄ້າຍ​ທະຫານ ຢູ່ໄນ​ຈີ​ເຣຍ


ແຜນທີ່ເມືອງ Baga ໃນລັດ Borno ປະເທດ Nigeria
ແຜນທີ່ເມືອງ Baga ໃນລັດ Borno ປະເທດ Nigeria

ກຸ່ມທີ່ສົງ​ໄສ​ວ່າ ແມ່ນ​ພວກຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ​ໄດ້​ຍຶດ
​ເອົາ​ຄ້າຍ​ທະຫານ ​ໃນເມືອງ Baga ຢູ່ທາງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ.

ພົນລະ​ເມືອງ​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ພວກ​ກຸ່ມ​ອິສລາມຕິດ​ອາວຸດ
ດັ່ງກ່າວ ເອົາ​ຊະນະ​ກອງ​ທະຫານໄດ້ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັນເປັນ
​ເວລາໜຶ່ງຊົ່ວ​ໂມງ ​ຢູ່​ໃນຄ້າຍ​ດັ່ງກ່າວ ໃກ້​ກັບ ​ແມ່ນ້ຳ Chad.

ມີ​ລາຍ​ງານ​ວ່າ ບັນດາ​ທະຫານ ​ແລະ ພົນລະ​ເຮືອນ ​ໄດ້​ພາກັນ
​ຫລົບໜີ​ອອກ​ຈາກ​ບໍລິ​ເວນ​ດັ່ງກ່າວ​ນັ້ນ ຫຼັງຈາກ​ໄດ້ຖືກ​ໂຈມ​ຕີ
ຫຼາຍໆບັ້ນ ​ໃນ​ວັນ​ເສົາ​ຜ່ານ​ມາ.

ຄ້າຍ​ດັ່ງກ່າວ ​ແມ່ນ​ຖືກ​ນຳ​ໃຊ້​ໂດຍ ກອງກຳລັງ​ປະຕິບັດ​ການຂອງ​ນາໆ​ຊາດ ທີ່​ໄດ້​ຮັບ​ຄຳ
​ສັ່ງ​ໃຫ້​ຕໍ່ສູ້​ກັບ ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ແລະ ການ​ບຸກລຸກຕ່າງໆ​. ​ກອງ​ກຳລັງ​ນາໆ​ຊາດ​ດັ່ງ
ກ່າວ ​ແມ່ນມີລວມທັງທະຫານ ຈາກປະ​ເທດ ​ໄນ​ຈີ​ເຣຍ Chad ​ແລະ ​ໄນ​ເຈີ.

ພວກ​ໂບ​ໂກ ຮາຣາມ ​ໄດ້​ຖືກ​ຖິ້ມໂທດ​ໃສ່​ ວ່າ​ເປັນ​ຕົ້ນ​ເຫດ​ຂອງການ​ເສຍ​ຊີວິດ ​ຂອງຫຼາຍ
ພັນ​ຄົນ ​ໃນ​ລະຫວ່າງການ​ກໍ່​ກະບົດ​ ລະຍະ 5 ປີ ​ໃນປະ​ເທດໄນ​ຈີ​ເຣຍນັ້ນ.

XS
SM
MD
LG