ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຫົວຮຸນແຮງ Boko Haram ສັງຫານຫລາຍສິບຄົນ ຢູ່ Niger


ແຜນທີ່ ​Niger
ແຜນທີ່ ​Niger

ພວກ​ກະບົດ​ຈາກ ກຸ່ມ​ຫົວ​ຮຸນ​ແຮ​ງຈັດ Boko Haram ​ໄດ້​ສັງ
ຫານ​ຢ່າງໜ້ອຍ 38 ຄົນ​ຈາກ​ການ​ບຸກໂຈມຕີສອງ​ໝູ່​ບ້ານ​ໃນ
ຂົງ​ເຂດ Diffa ຂອງ ​Niger ​ໃກ້​ກັບ​ຊາຍ​ແດ​ນຂອງ Nigeria.

ການ​ໂຈມ​ຕີນີ້ ​ເປັນ​ຂີດ​ໝາຍ​ຫລ້າ​ສຸດ​ໃນຄວາມ​ພະຍາຍາມ
ຂອງ​ກຸ່ມ Boko Haram ທີ່ມີຖານປະຕິບັດງານ​ຕັ້ງຢູ່​ໃນ
Nigeria ​ເພື່ອເຂົ້າໂຈມ​ຕີບັນດາປະ​ເທດ​ເພື່ອນ​ບ້ານ ທີ່ໄດ້​
ເຂົ້າ​ຮ່ວມກັບກອງ​ທັບ Nigeria ໃນຄວາມ​ພະ​ຍາມເພື່ອ ປາບ
ປາມກຸ່ມ​ດັ່ງກ່າວ. ​ໃນ​ຕົ້ນ​ອາທິດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໃນປະ​ເທດ
Chad ໄດ້ຖິ້ມໂທດໃສ່ກຸ່ມ​ດັ່ງກ່າວ​ເປັນຜູ້ວາງ​ລະ​ເບີດສະລະ​ຊີບ
2 ຄັ້ງຢູ່​ໃນ​ນະຄອນ ຫລວງ ເຮັດ​ໃຫ້​ຢ່າງ​ໜ້ອຍ 33 ຄົນ​ເສຍ​ຊີວິດ.

Chad ພ້ອມ​ດ້ວຍ Niger ​ແລະ Cameroon ​ໄດ້​ສົ່ງ​ທະຫານ​ໃນ​ຕົ້ນ​ປີ​ນີ້​ເພື່ອສູ້​ລົບ​ກັບກຸ່ມ
Boko Haram ຫຼັງ​ຈາກ​ພວກ​ກະບົດ​ໄດ້​ເລີ້ມ​ໂຈມ​ຕີ​ຂ້າມ​ຊາຍ​ແດນຢ່າງ​ຕໍ່​ເນື່ອງ.

ໃນອາທິດ​ແລ້ວ​ນີ້ ບັນດາ​ປະ​ເທດ​ເຫລົ່າ​ນັ້ນ​ໄດ້ເຂົ້າ​ຮ່ວມ Nigeria ​ແລະ Benin ​ໃນ​ການ​
ປະກາດຈັດຕັ້ງກອງກຳລັງຢູ່ໃນຂົງ​ເຂດ​ໃໝ່ ​ທີ່ມີກອງບັນ ຊາການຢູ່ນະຄອນ N’Djamena ​ເພື່ອ​ປາບປາມ​ພວກ​ກະບົດ.

ກຸ່ມ Boko Haram ​ໄດ້ເລີ້ມກໍ່ກະບົດຢູ່ Nigria ​ໃນ​ປີ 2009 ​ແລະແຕ່​ນັ້ນ​ມາ ​ໄດ້​ສັງຫານ
​ຊາວ Nigeria ຫລາຍ​ພັນ​ຄົນ​ໃນ​ການ​ຍິງໂຈມຕີແລະ​ວາງລະ​ເບີດ. ລັດຖະບານ Nigeria
​ໄດ້​ຕອບ​ໂຕ້​ດ້ວຍ​ການ​ປະກາດພາວະສຸກເສີນ ຢູ່ໃນສາມລັດທາງພາກເໜືອຂອງປະເທດ
​ແຕ່​ການເຄື່ອນໄຫວດັ່ງກ່າວ ບໍ່ສາມາດຍຸດຕິການ​ໂຈມຕີຂອງພວກຫົວຮຸນແຮງ.

ອົງການນິລະໂທດສາກົນ ​ໄດ້​ຕິຕຽນການ​ຮັບມືຂອງ Nigeria ​ໂດຍກ່າວ​ໃນ​ ​ຕົ້ນເດືອນ​ນີ້
​ວ່າ ການ​ປະຕິບັດ​ງານ​ໄດ້​ສັງຫານ​ປະຊາຊົນຕື່ມອີກ 8,000 ຄົນ. ​

XS
SM
MD
LG