ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ Boko Haram ວ່າ ພວກນັກຮຽນຍິງ ທີ່ຖືກລັກພາໂຕ ໄປນັ້ນ ແຕ່ງງານແລ້ວ


ພາບຈາກວີດີໂອ ສະແດງໃຫ້ເຫັນວ່າ ທ້າວ Abubakar Shekau (ກາງ) ຜູ້ນຳຂອງກຸ່ມ Boko Haram ພວມອ່ານຖະແຫຼງການ.
ພາບຈາກວີດີໂອ ສະແດງໃຫ້ເຫັນວ່າ ທ້າວ Abubakar Shekau (ກາງ) ຜູ້ນຳຂອງກຸ່ມ Boko Haram ພວມອ່ານຖະແຫຼງການ.

ຜູ້ນຳກຸ່ມຫົວຮຸນແຮງຈັດ Boko Haram ຂອງໄນຈີເຣຍ ກ່າວວ່າ
ພວກເດັກນັກຮຽນຍິງ 219 ຄົນ ທີ່ຖືກລັກພາໂຕໄປ ຈາກເມືອງ
Chibok ໃນຕົ້ນປີນີ້ໄດ້ພາກັນປ່ຽນໄປນັບຖືສາສະໜາອິສລາມ ແລະກໍແຕ່ງງານໝົດແລ້ວ.

ທ້າວ Abubarka Shekau ກ່າວຢູ່ໃນວີດີໂອວ່າ ພວກເດັກຍິງທີ່
ລາວເວົ້າວ່າເວລານີ້ຢູ່ເຮືອນກັບຜົວເຂົາເຈົ້ານັ້ນແມ່ນພາກັນທ່ອງ ຂຶ້ນໃຈສອງບົດຂອງຄຳພີໂກຣ່ານ.

ໄນຈີເຣຍປະກາດວ່າ ຕົນໄດ້ທຳການເຈລະຈາກັບກຸ່ມ Boko Ha-
ram ເພື່ອໃຫ້ປ່ອຍພວກເດັກຍິງເຫຼົ່ານີ້. ທ້າວ Shekau ປະຕິເສດ ຕໍ່ການກ່າວອ້າງດັ່ງກ່າວໂດຍເວົ້າວ່າ ລາວບໍ່ຮູ້ຈັກກັບຜູ້ຊາຍທີ່ອ້າງວ່າເປັນຜູ້ຕາງໜ້າຂອງ
ກຸ່ມ Boko Haram ໃນການເຈລະຈາກັນນັ້ນ.

ທ້າວ Shekau ເວົ້າວ່າ ບັນຫາຂອງພວກເດັກນ້ອຍນັກຮຽນຍິງຈຸນີ້ແມ່ນລືມກັນໄປດົນແລ້ວ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ພິມເຜີຍແຜ່ລາຍງານ ສະບັບນຶ່ງ ໃນຕົ້ນອາທິດນີ້ ເວົ້າວ່າ ກຸ່ມ Boko Haram ໄດ້ຈັບພວກແມ່ຍິງແລະເດັກນ້ອຍແມ່ຍິງໄວ້ ຫລາຍເຖິງ 500 ຄົນ ແລະການບັງຄັບໃຫ້ແຕ່ງງານ ແມ່ນເປັນເລື່ອງທຳມະດາຢູ່ໃນຄ້າຍ ຂອງພວກຫົວຮຸນແຮງ. ອະດີດໂຕປະກັນຄົນນຶ່ງແຈ້ງໃຫ້ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ຊາບວ່າ ນາງໄດ້ເຫັນພວກນັກຮຽນຍິງບາງຄົນ ຈາກເມືອງ Chibok ຖືກບັງຄັບໃຫ້ເຮັດ
ກິນ ແລະທຳຄວາມສະອາດມ້ຽນມັດ ໃຫ້ແກ່ພວກແມ່ຍິງ ແລະເດັກຍິງຈຸນຶ່ງ ທີ່ໄດ້ຖືກຄັດ ເລືອກເປັນພິເສດ ຍ້ອນຄວາມງາມຂອງພວກເຂົາເຈົ້າ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ຄຳໃຫ້ການ ຂອງພວກພະ ຍານແລະຜູ້ເຄາະຮ້າຍ ກ່ຽວກັບການລັກພາໂຕ ຂອງກຸ່ມ Boko Haram ແມ່ນແນະໃຫ້ ເຫັນວ່າ ລັດຖະບານໄນຈີເຣຍບໍ່ໄດ້ດຳເນີນການຢ່າງເປັນການພຽງພໍເພື່ອປົກປ້ອງພວກ ແມ່ຍິງແລະເດັກຍິງ ຈາກການປະຕິບັດທີບໍ່ຖືກບໍ່ຕ້ອງຈຳນວນມະຫາສານຕໍ່ພວກແມ່ຍິງ ຫຼືໃຫ້ການສະໜັບສະໜຸນຕໍ່ພວກເຂົາເຈົ້າຢ່າງມີປະສິດທິຜົນຕະຫຼອດທັງດ້ານສຸຂະພາບ ຈິດແລະການປິ່ນປົວພະຍາບານ ຫລັງຈາກຖືກລັກພາໂຕໄປ. ລາຍງານທີ່ຍາວ 63 ໜ້າ ຍັງເວົ້າວ່າໄນຈີເຣຍແມ່ນບໍ່ສາມາດທຳການສືບສວນແລະລົງໂທດຕໍ່ພວກທີ່ຮັບຜິດຊອບ ໃນການກໍ່ລ່ວງລະເມີດເຫຼົ່ານີ້.

ທ້າວ Shekau ຊຶ່ງເປັນຜູ້ນຳຂອງກຸ່ມ Boko Haram ໄດ້ກ່າວເຖິງອີກເລື່ອງນຶ່ງ ຢູ່ໃນວີດີ ໂອໂດຍອ້າງວ່າກຸ່ມຂອງລາວມີໂຕປະກັນຊາວເຢຍຣະມັນທີ່ຖືກລັກພາໂຕໄປເມື່ອເດືອນ ກໍລະກົດຜ່ານມານີ້.

BOKO HARAM NIGERIA VO
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG