ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

12 ຄົນ ເສຍຊີວິດ ໃນການໂຈມຕີ ຂອງກຸ່ມ Boko Haram ທີ່ປະເທດ Chad


NIGERIA CHAD VIOLENCE SOTVO
please wait

No media source currently available

0:00 0:01:13 0:00

ກຸ່ມຫົວຮຸນແຮງຈັດ Boko Haram ຈາກໄນຈີເຣຍໄດ້ທຳການ
ໂຈມຕີເປັນເທື່ອທຳອິດ ຕໍ່ບ້ານແຫ່ງນຶ່ງໃນປະເທດ Chad ອັນ
ເປັນພາກສ່ວນນຶ່ງໃນການກໍ່ກະບົດທີ່ພວມຂະຫຍາຍວົງກວ້າງ
ອອກ ຊຶ່ງໃນເວລານີ້ກວມເອົາ 4 ປະເທດ.

ເຈົ້າໜ້າທີ່ Chad ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນໃນ
ການໂຈມຕີບ້ານ Ngouboua ໃນຕອນເຊົ້າຂອງວັນສຸກວານນີ້
ຮວມທັງພໍ່ບ້ານ ຂອງບ້ານດັ່ງກ່າວ. ເຈົ້າໜ້າທີ່ເວົ້າວ່າ ພວກຫົວ
ຮຸນແຮງໄດ້ໃຊ້ເຮືອຈັກ 4 ລຳຂ້າມທະເລສາບ Chad ໃນຕອນ
ເຊົ້າມືດຂອງມື້ວານນີ້.

ພວກຫົວຮຸນແຮງໄດ້ຈູດເຜົາບາງສ່ວນຂອງບ້ານດັ່ງກ່າວກ່ອນຈະຖືກຂັບໄລ່ໃຫ້ແຕກຖອຍ
ໄປໂດຍທະຫານ Chad.

ເຈົ້າໜ້າທີ່ເວົ້າວ່າ ທະຫານບໍ່ສາມາດຕິດຕາມພວກບຸກໂຈມຕີໄດ້ ຍ້ອນບໍ່ມີເຮືອຈັກ ແຕ່ກໍ
ໄດ້ໃຊ້ເຮືອບິນເຮຣີຄອບເຕີ້ໂຈມຕີພວກກ່ຽວຢູ່ທີ່ທະເລສາບດັ່ງກ່າວໂດຍໄດ້ທຳລາຍເຮືອ
ຈັກຂອງພວກຫົວຮຸນແຮງທີ່ຖອຍໄປນັ້ນ.

ທ່ານ Bayana Kossingar ຜູ້ປົກຄອງໃນເຂດທະເລສາບ Chad ກ່າວວ່າ ພວກທີ່ເສຍ
ຊີວິດໃນການໂຈມຕີແມ່ນຮວມທັງທະຫານ 2 ຄົນ ພົນລະເຮືອນ 5 ຄົນແລະພວກຫົວຮຸນ
ແຮງ 5 ຄົນ.

ບ້ານ Ngouboua ໃນເວລານີ້ແມ່ນບ່ອນພັກພາອາໄສຂອງພວກອົບພະຍົບຫຼາຍກວ່າ 2
ພັນຄົນ ທີ່ໄດ້ພາກັນຫລົບໜີຈາກການກໍ່ຄວາມຮຸນແຮງຂອງກຸ່ມ Boko Haram ຢູ່ໃນປະ ເທດໄນຈີເຣຍ. ທ່ານ Idriss Peve ຫົວໜ້າສູນອົບພະຍົບ ທີ່ບ້ານ Ngouboua ກ່າວວ່າ ບໍ່ມີພວກອົບພະຍົບໃດໆໄດ້ຮັບບາດເຈັບຫຼືລົ້ມຕາຍໃນການໂຈມຕີມື້ວານນີ້.

ກ່ອນໜ້ານີ້ ກຸ່ມ Boko Haram ເຄີຍທຳການໂຈມຕີຢ່າງຮ້າຍແຮງມາແລ້ວຕໍ່ຫລາຍໆຫົວ ເມືອງໃນປະເທດ Cameroon ແລະ Niger.

ເມື່ອໄວໆມານີ້ປະເທດທັງສອງພ້ອມກັບ Chad ໄດ້ເຂົ້າຮ່ວມການບຸກໂຈມຕີຂອງຂົງເຂດ
ຕໍ່ກຸ່ມຫົວຮຸນແຮງຈັດດັ່ງກ່າວນີ້.

NIGERIA CHAD VIOLENCE VO
please wait

No media source currently available

0:00 0:00:34 0:00

XS
SM
MD
LG