ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນເສຍຊີວິດ ໃນການໂຈມຕີ ບ້ານແຫ່ງໜຶ່ງ ຢູ່ທີ່ Chad ໂດຍພວກ Boko Haram


ແຜນທີ່ສະແດງໃຫ້ເຫັບບັນດາປະເທດ ໄນເຈີ ໄນຈີເຣຍ ຊາດ ກາເມຣູນ ແລະ ເບນິນ
ແຜນທີ່ສະແດງໃຫ້ເຫັບບັນດາປະເທດ ໄນເຈີ ໄນຈີເຣຍ ຊາດ ກາເມຣູນ ແລະ ເບນິນ

ບັນດາເຈົ້າໜ້າ​ທີ່ ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
Boko Haram ຈາກ​ໄນ​ຈີ​ເຣຍ ​ໄດ້​ສັງຫານ​ຢ່າງ​ນ້ອຍ 10 ຄົນ ​ໃນ​
ລະຫວ່າງ​ການ​ໂຈມ​ຕີ​ ໃນຕອນ​ເຊົ້າໆຂອງວັນສຸກມື້ນີ້ ​ຢູ່ທີ່​ປະ​ເທດ
Chad.

ບັນດາ​ເຈົ້າໜ້າ​ທີ່ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ ​ໄດ້​ໂຈມ​ຕີ​
ໝູ່​ບ້ານ​ແຫ່ງ​ໜຶ່ງ ຢູ່​ແຄມ​ຝັ່ງ​ທະເລສາບ Chad ​ແຕ່​ໃນທີ່ສຸດໄດ້​ຖືກ​
ຂັບ​ໄລ່ໃຫ້ ແຕກຖອຍໄປ ໂດຍກອງ​ທະຫານຂອງ Chad.

ມັນ​ເປັນຄັ້ງທຳ​ອິດ​ທີ່ ພວກ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ປະຕິ​ບັດ
​ການ​ໂຈມ​ຕີ​ໃນ​ປະ​ເທດ Chad ຊຶ່ງ​ປະ​ເທດ​ດັ່ງກ່າວ​ ໄດ້​ເຂົ້າຮ່ວມໃນ​ ການປະຕິບັດງານບຸກໂຈມຕີຂອງຂົງ​ເຂດ​ ຕໍ່ກຸ່ມຫົວ​ຮຸນ​ແຮງ​ອິສລາມ ດັ່ງກ່າວນີ້.

​ປະ​ເທດໄນຈີເຣຍ ​ໄນ​ເຈີ ຊາດ ກາ​ເມຣູນ ​ແລະ ​ເບ​ນິນ ​ໄດ້​ຕົກລົງ​ກັນ ຫວ່າງໄວໆມານີ້
ສ້າງຕັ້ງກອງ​ກຳລັງ​ຂອງຂົງ​ເຂດຂຶ້ນ ທີ່​ມີທະຫານ​ຈຳນວນ 8,700 ຄົນ ​ເພື່ອ​ຕໍ່ສູ້​ກັບ​ພວກ
Boko Haram.

ພວກ​ຫົວ​ຮຸນ​ແຮງ​ຈັດຈຸນີ້ ​ໄດ້​ເຂັ່ນຂ້າປະຊາຊົນຫຼາຍພັນ​ຄົນ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ກໍ່​ກະບົດ
​ຂຶ້ນ ​ໃນ​ປີ 2009 ​ແລະ ​ໄດ້​ເຂົ້າຍຶດເອົາຫລາຍສິບຫົວ​ເມືອງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​
ເໜືອ​ຂອງ​ໄນ​ຈີ​ເຣຍ.

NIGERIA CHAD VIOLENCE SOTVO
please wait

No media source currently available

0:00 0:01:13 0:00

XS
SM
MD
LG