ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າແຂວງບໍ່ແກ້ວ ອອກຄຳສັ່ງ ໃຫ້ຢຸດ ການອະນຸມັດ ສຳປະທານທີ່ດິນ


ສວນກ້ວຍ ຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານ ຈາກອຳນາດການປົກຄອງຂັ້ນແຂວງ ຢູ່ໃນແຂວງບໍ່ແກ້ວ.
ສວນກ້ວຍ ຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານ ຈາກອຳນາດການປົກຄອງຂັ້ນແຂວງ ຢູ່ໃນແຂວງບໍ່ແກ້ວ.

ເຈົ້າແຂວງບໍ່ແກ້ວ ອອກຄຳສັ່ງໃຫ້ຢຸດການອະນຸມັດ ສຳປະທານທີ່ດິນ ໃຫ້ແກ່ບັນດາ ນັກທຸລະກິດຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ໃນແຂວງ ເພາະໄດ້ສົ່ງຜົນກະທົບ ຕໍ່ສິ່ງ ແວດລ້ອມ ຢ່າງກວ້າງຂວາງ.

ທ່ານຄຳພັນ ເຜີຍຍະວົງ ເຈົ້າແຂວງ ແລະເລຂາພັກແຂວງບໍ່ແກ້ວ ໄດ້ອອກຄຳສັ່ງໄປ ເຖິງທຸກໜ່ວຍງານ ທີ່ກ່ຽວຂ້ອງໃນທົ່ວແຂວງບໍ່ແກ້ວ ເມື່ອບໍ່ນານມານີ້ ເພື່ອໃຫ້ຢຸດຢັ້ງ ການອະນຸມັດ ສຳປະທານທີ່ດິນ ໃຫ້ແກ່ບັນດານັກທຸລະກິດຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ໃນແຂວງບໍ່ແກ້ວ ຢ່າງສິ້ນເຊີງ ເນື່ອງຈາກວ່າ ການປູກກ້ວຍຂອງບັນດານັກທຸລະກິດຈີນ ໃນເວລານີ້ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະປະຊາຊົນລາວ ໃນແຂວງ ບໍ່ແກ້ວ ຢ່າງກວ້າງຂວາງ.

ຜົນຜະລິດ ຈາກສວນກ້ວຍ ຂອງບໍລິສັດຈີນ ຢູ່ໃນແຂວງບໍ່ແກ້ວ ຂອງລາວ.
ຜົນຜະລິດ ຈາກສວນກ້ວຍ ຂອງບໍລິສັດຈີນ ຢູ່ໃນແຂວງບໍ່ແກ້ວ ຂອງລາວ.

ທັງນີ້ ໂດຍເປັນຜົນກະທົບຈາກການທີ່ບັນດານັກທຸລະກິດຈີນ ໄດ້ພາກັນໃຊ້ປຸຍ ແລະ ສານເຄມີ ໃນການປູກກ້ວຍ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນ ສານເຄມີທີ່ໃຊ້ເພື່ອເລັ່ງ ຜົນຜະລິດ ແລະກຳຈັດສັດຕູພືດນັ້ນ ໄດ້ກາຍເປັນບັນຫາ ທີ່ຄຸກຄາມຕໍ່ສຸຂະພາບອະນາໄມ ຂອງປະຊາຊົນ ທັງກໍຍັງໄດ້ສົ່ງຜົນກະທົບຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ ນາເຂົ້າ ແລະ ພືດຜົນຕ່າງໆ ຂອງປະຊາຊົນລາວໃນແຂວງບໍ່ແກ້ວ ຢ່າງໜັກໜ່ວງອີກດ້ວຍ.

ໂດຍທີ່ທ່ານມາ ທາງການແຂວງບໍ່ແກ້ວ ໄດ້ອະນຸມັດສຳປະທານ ທີ່ດິນເພື່ອປູກກ້ວຍໃຫ້ ແກ່ບັນດານັກທຸລະກິດຈີນໄປແລ້ວ ໃນພື້ນທີ່ກວ້າງກວ່າ 10,000 ເຮັກຕາ ຊຶ່ງສ່ວນໃຫຍ່ ເປັນສຳປະທານທີ່ດິນ ທີ່ຢູ່ສູງກວ່າທີ່ຢູ່ອາໄສ ແລະທີ່ດິນທຳກິນຂອງປະຊາຊົນລາວ ໃນ ແຂວງບໍ່ແກ້ວ ສະນັ້ນ ເມື່ອຍາມຝົນຕົກລົງມາ ກໍຊັດເອົາສານເຄມີລົງມາ ໃນເຂດທີ່ດິນ ທຳກິນຂອງປະຊາຊົນ ແລະແຫລ່ງນ້ຳທຳມະຊາດດ້ວຍ.

ພະນັກງານ ສອງຄົນຢູ່ທີ່ສວນກ້ວຍ ຂອງບໍລິສັດຈີນ ກຳລັງເກັບກ່ຽວເອົາ ກ້ວຍ ທີ່ໄດ້ເຕີບໃຫຍ່ ຢ່າງເຕັມສ່ວນ ຢູ່ໃນສວນ.
ພະນັກງານ ສອງຄົນຢູ່ທີ່ສວນກ້ວຍ ຂອງບໍລິສັດຈີນ ກຳລັງເກັບກ່ຽວເອົາ ກ້ວຍ ທີ່ໄດ້ເຕີບໃຫຍ່ ຢ່າງເຕັມສ່ວນ ຢູ່ໃນສວນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ເປີດເຜີຍວ່າ ໃນແຜນການປະຈຳປີ 2014-2015 ລັດຖະບານລາວ ມີລາຍຮັບຈາກການອະນຸຍາດສຳປະທານ ທີ່ດິນເພື່ອ ການປູກພືດອຸດສາຫະກຳຕ່າງໆ ເຊັ່ນຢາງພາລາ ໄມ້ວິກ ແລະກ້ວຍ ໃນມູນຄ່າ ລວມ 19 ລ້ານ 5 ແສນໂດລາ ຊຶ່ງກໍຖືເປັນລາຍຮັບທີ່ຕ່ຳຫຼາຍ ເມື່ອທຽບກັບພື້ນທີ່ສຳປະທານລວມ ທີ່ກວ້າງກວ່າ 570,000 ເຮັກຕາ ໃນທົ່ວປະເທດ.

ໂດຍສາເຫດທີ່ເຮັດໃຫ້ລັດຖະບານລາວ ມີລາຍຮັບທີ່ຕ່ຳຫຼາຍ ດັ່ງກ່າວ ກໍເພາະວ່າ ໄດ້ ມີການປະເມີນຄ່າເຊົ່າ ຫຼືຄ່າສຳປະທານທີ່ດິນໃນອັດຕາ ທີ່ຕ່ຳກວ່າຄວາມເປັນຈິງ ຊຶ່ງ ສ່ວນໃຫຍ່ ກໍເປັນການປະເມີນຄ່າ ສຳປະທານ ໂດຍພະນັກງານຂອງລັດຖະບານ ໃນ ລະດັບທ້ອງຖິ່ນ ຂອງແຕ່ລະເຂດແຂວງ.

ສ່ວນເຈົ້າໜ້າທີ່ຂັ້ນສູງ ໃນກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຢືນ ຢັນວ່າ ການກວດກາ ໃນຕະຫຼອດແຜນການ ປີຜ່ານມາ ພົບວ່າ ມີພື້ນທີ່ສຳປະທານພຽງ 44,500 ເຮັກຕາ ເທົ່ານັ້ນ ທີ່ໄດ້ມີການປະເມີນຄ່າສຳປະທານ ຢ່າງຖືກຕ້ອງຕາມລະ ບຽບກົດໝາຍ ຊຶ່ງໝາຍຄວາມວ່າ ໄດ້ມີການທຸຈະລິດເກີດຂຶ້ນ ໃນການປະເມີນຄ່າ ສຳ ປະທານທີ່ດິນສ່ວນໃຫຍ່ ຫຼື ກວ້າງກວ່າ 525,500 ເຮັກຕາ ນັ້ນເອງ.

ທາງດ້ານສະພາແຫ່ງຊາດລາວ ລາຍງານວ່າ ໃນລະຍະ 3 ປີມານີ້ ສະພາແຫ່ງຊາດ ໄດ້ ຮັບການຮ້ອງຮຽນ ຈາກປະຊາຊົນຫຼາຍກວ່າ 5,000 ກໍລະນີ ທີ່ເປັນບັນຫາຂັດແຍ້ງ ກ່ຽວ ກັບສິດໃນການຖືຄອງທີ່ດິນ ແລະທີ່ຢູ່ອາໄສ ລະຫວ່າງ ປະຊາຊົນ ກັບທາງການລາວ ແລະ ບໍລິສັດເອກະຊົນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນຫ້ອງວ່າການສະພາແຫ່ງຊາດລາວ ໄດ້ໃຫ້ ການຢືນຢັນວ່າ:

“ເລື່ອງບັນຫາທີ່ດິນນີ້ ກະຍັງເປັນບັນຫາ ທີ່ວ່າມີຄວາມສົນໃຈ ແລະເປນຫ່ວງເປັນໃຍ ຂອງສັງຄົມ ເວົ້າເຖິງທີ່ດິນ ມັນຕ້ອງເວົ້າເຖິງການພົວພັນເຖິງປ່າ ແລ້ວກະພົວພັນ ເຖິງບ່ອນວ່າ ການຈັບຈອງ ນັບແຕ່ພວກເຮົາໄດ້ມີການຈັດສັນ ແບ່ງດິນແບ່ງປ່າ ໃຫ້ ພໍ່ແມ່ປະຊາຊົນໄດ້ຄຸ້ມຄອງ ນຳໃຊ້ນັ້ນ ແລະພ້ອມດຽວກັນນັ້ນ ບັນຫາດັ່ງກ່າວ ກະຍັງ ເປັນຊ່ອງວ່າງເກີດມີການຊື້ສິດນຳໃຊ້ທີ່ດິນ ຈາກປະຊາຊົນກະລາມໄປຮອດບ່ອນວ່າ ປ່າສະຫງວນ.”

ໂດຍໃນປັດຈຸບັນນີ້ ທາງການລາວທັງໃນຂັ້ນສູນກາງ ແລະລະດັບທ້ອງຖິ່ນ ໄດ້ອະນຸຍາດ ສຳປະທານ ທີ່ດິນໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 1,281 ສັນຍາ ຊຶ່ງແບ່ງ ເປັນການອະນຸຍາດ ຈາກລະດັບສູນກາງ ຈຳນວນ 45 ສັນຍາ ໃນເນື້ອທີ່ 113,281 ເຮັກຕາ ສ່ວນຂັ້ນແຂວງອະນຸຍາດ 1,213 ສັນຍາ ໃນເນື້ອທີ່ 158,813 ເຮັກຕາ ແລະ ອີກ 23 ສັນ ເປັນການສຳຫຼວດເພື່ອພິຈາລະນາອອກໃບອະນຸຍາດ ໃນເນື້ອທີ່ກວ້າງກວ່າ 3 ໝື່ນເຮັກຕາ ໃນທົ່ວປະເທດ ຊຶ່ງຍັງບໍ່ຮວມເຖິງເຂດສຳປະທານ ການຂຸດຄົ້ນແຮ່ທາດ ໃນທົ່ວປະເທດລາວແຕ່ຢ່າງໃດ.

XS
SM
MD
LG