ບໍລິສັດໂບອິ້ງກ່າວວ່າ ຕົນໄດ້ຮັບອະນຸຍາດໃຫ້ຂາຍເຄື່ອງ
ອາໄຫຼ່ຈຳນວນນຶ່ງ ໃຫ້ແກ່ອີຣ່ານ ພາຍໃນໄລຍະເວລາທີ່ມີ
ຂອບເຂດຈຳກັດ ເພື່ອໃຫ້ ປະເທດດັ່ງກ່າວ ສາມາດສ້ອມ
ແປງຝູງເຮືອບິນໂດຍສານ ທີ່ມີອາຍຸເກົ່າແກ່ຂອງຕົນແລ້ວ
ນັ້ນ.
ນີ້ແມ່ນເທື່ອທຳອິດທີ່ບໍລິສັດເຮືອບິນຍັກໃຫຍ່ຂອງສະຫະ
ລັດ ໄດ້ເຮັດທຸລະກິດກັບອີຣ່ານນັບແຕ່ປີ 1979 ເປັນຕົ້ນ
ມາ ເວລາວໍຊິງຕັນເລີ້ມທຳການລົງໂທດຕໍ່ອີຣ່ານ ຫຼັງຈາກ ເກີດວິກິດການຈັບຕົວປະກັນ.
ການລົງໂທດນັບຕັ້ງແຕ່ນັ້ນມາກໍໄດ້ມີການເພີ້ມທະວີຂຶ້ນເພື່ອຂັດຂວາງບໍ່ໃຫ້ອີຣ່ານພັດ ທະນາອາວຸດນິວເຄລຍ.
ແຕ່ການລົງໂທດໄດ້ມີການໂຍະຍານຜ່ອນຜັນເມື່ອໄວໆມານີ້ ຫລັງຈາກອີຣ່ານ ໄດ້ຕົກ ລົງທີ່ຈະຫລຸດຜ່ອນກິດຈະການໃນດ້ານນິວເຄລຍຂອງຕົນ.
ໂຄສົກຄົນນຶ່ງຂອງບໍລິສັດກ່າວວ່າໂບອິ້ງສາມາດຂາຍເຄື່ອງອາໄຫຼ່ທີ່ຈຳເປັນຕ່າງໆເພື່ອ ໃຫ້ເຮືອບິນຂອງອີຣ່ານບິນໄດ້ຢ່າງປອດໄພແຕ່ຍັງບໍ່ໄດ້ຮັບອະນຸຍາດໃຫ້ຂາຍເຮືອບິນ ໃໝ່ໃຫ້ແກ່ອີຣ່ານເທື່ອ ໃນເວລານີ້.
ກະຊວງການເງິນຂອງສະຫະລັດ ຊຶ່ງເປັນຜູ້ກຳກັບນຳການລົງທຶນຂອງນາໆຊາດນັ້ນບໍ່ ຍອມໃຫ້ຄວາມເຫັນກ່ຽວກັບເລື່ອງນີ້.