ໃນໄລຍະສອງສາມທົດສະວັດຜ່ານມານີ້ ການສັບປ່ຽນອະໄວຍະວະຂອງມະນຸດ ໄດ້ກາຍ
ມາເປັນເລື້ອງທຳມະດາພໍສົມຄວນຢູ່ໃນທົ່ວໂລກ ແຕ່ວ່າພວກທ່ານໝໍ ແລະພວກຄົນປ່ວຍກໍແມ່ນຍັງຕ້ອງໄດ້ປະເຊີນກັບບັນຫາເນື້ອເຍື້ອທີ່ບໍ່ຍອມຮັບແລະຈຳເປັນຕ້ອງໄດ້ສັກ
ເລືອດເຂົ້າໄປຊຸບລ້ຽງອະໄວຍະວະໃໝ່ນັ້ນທັນທີ. ບັນດານັກຄົ້ນຄ້ວາຈາກມະຫາວິທະຍາໄລຫຼາຍໆແຫ່ງ ໄດ້ປະສານງານກັນ ໃນຄວາມພະຍາຍາມ ຫາທາງແກ້ໄຂບັນຫາດັ່ງກ່າວ ຊຶ່ງຮວມມີ ຄະນະຂອງມະຫາວິທະຍາໄລ Pennsylvania ມະຫາວິທະຍາໄລ Rice ຈາກນະຄອນ Houston ທີ່ກຳລັງທົດລອງເຄື່ອງພິມ ທີ່ເອີ້ນວ່າ 3-D ຫຼື 3 ມິຕິ ທີ່ຜລິດ ເສັ້ນ
ເລືອດແລະສິ່ງອື່ນໆສຳລັບການສັບປ່ຽນດັ່ງກ່າວ. ໃນຂນະທີ່ນັກຂ່າວ VOA Greg Flakus ລາຍງານມາຈາກນະຄອນ Houstonຢູ່ນີ້ກໍແມ່ນວ່າ ນອກນັ້ນ ພວກເຂົາເຈົ້າ
ຍັງນຳໃຊ້ອະໄວຍະວະທຽມເຫຼົ່ານີ້ເພື່ອຫາທາງເອົາຊະນະເຊື້ອໂຣກທີ່ຈະພາໃຫ້ເກີດມະເຮັງນຳ ວັນນະສອນຈະນຳເອົາລາຍລະອຽດ ເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເຄື່ອງພິມ 3-D ຫຼື 3 ມິຕິ ທີ່ວ່ານີ້ ແມ່ນນຳໃຊ້ທາດນ້ຳຕານເພື່ອສ້າງຕົວແບບ ຊຶ່ງຈະສາມາດ
ນຳມາເຮັດຫຼອດເລືອດຊິລິກັອນນ້ອຍໆແລະເສັ້ນເລືອດໃຫຍ່.
ໃນປີກາຍນີ້ ພວກນັກຄົ້ນຄ້ວາໄດ້ສັບປ່ຽນຫຼອດເລືອດທຽມນີ້ໄດ້ຢ່າງສຳເລັດຜົນກັບພວກ
ຕົວໜູ. ທ່ານ Jordan Miller ຜູ້ນຳພາການວິໄຈນີ້ ກ່າວວ່າ ແຕ່ວ່າເປົ້າໝາຍບັ້ນປາຍແມ່ນວ່າ ຈະຜະລິດໂຄງຮ່າງເພື່ອຈະສາມາດນຳໄປໃຊ້ກັບມະນຸດໃຫ້ໄດ້.
ທ່ານ Jordan Miller ນັກຄົ້ນຄ້ວາດ້ານວິສະວະກຳຊີວະສາດ ກ່າວວ່າ “ພວກເຮົາຢູ່ໃນ
ຂະແໜງທີ່ພະຍາຍາມຈະສ້າງເນື້ອເຍື້ອ ແລະລະບົບອະໄວຍະວະໃໝ່ ສຳຫຼັບຄົນປ່ວຍ
ທີ່ເປັນມະນຸດ ທີ່ສ້າງຂຶ້ນຈາກແຊລຂອງເຂົາເຈົ້າເອງ.”
ຄວາມຄິດຢ່າງນຶ່ງກໍຄື ການທີ່ຈະເຕີມໃຫ້ເຕັມຕົວແບບ ສິ່ງທີ່ຫາໄດ້ເປັນປະຈຳໃນຮ່າງກາຍທາດ ເຊັ່ນ ທາດ collagen ທີ່ສາມາດຕໍ່ເຕີມເຂົ້າໄປຢ່າງປອດໄພ ໃນຮ່າງກາຍພ້ອມກັບອະໄວຍະວະຂອງຜູ້ບໍລິຈາກ ຊຶ່ງຈະເປັນກົນໄກຢ່າງວ່ອງໄວໃຫ້ເລືອດນຳສົ່ງ.
ນາງ Samantha Paulsen ນັກສຶກສາປລິນຍາໂທ ກ່າວວ່າ “ຖ້າພວກເຮົາເອົາທາດ
ແຫຼວ collagen ເຂົ້າໄປ, ແຊລ ຈາກຮ່າງກາຍຂອງພວກເຮົາຈະສາມາດນຳ ເອົາໂປຣ
ຕີນຂອງມັນເອງເຂົ້າໄປແທນ.”
Collagen ເປັນວັດຖຸທີ່ຈະກາຍເປັນກະດູກ ເປັນເອັນ ແລະສິ່ງອື່ນໆທີ່ພາໃຫ້ເນື້ອເຍື້ອ
ຕິດຕໍ່ກັນໃນຮ່າງກາຍ.
ພ້ອມດຽວກັນນີ້ ພວກນັກຄົ້ນຄ້ວາຈາກສະຖາບັນ Rice ກໍແມ່ນກຳລັງຫາທາງ ທີ່ຈະໃຊ້ລະບົບທຽມຕ່າງໆຂອງພວກເຂົາເຈົ້າເພື່ອຮຽນຮູ້ກ່ຽວກັບໄພຂົ່ມຂູ່ທີ່ຮ້າຍແຮງທີ່ສຸດຂອງມວນມະນຸດ.
ນາງ Paulsen ກ່າວວ່າ “ພວກເຮົາສາມາດໃຊ້ແບບທີ່ຄ້າຍຄືກັນນີ້ ກັບຫຼອດເລືອດຂອງພວກເຮົາ ທີ່ພວກເຮົາໄດ້ອອກແບບແລະຫຼັງຈາກນັ້ນ ພວກເຮົາກໍສາມາດສຶກສາເບິ່ງວ່າ ແຊລມະເຮັງຈະສາມາດເຄື່ອນຍ້າຍອອກຈາກຕ່ອມເນື້ອງອກເຂົ້າໄປໃນເສັ້ນເລືອດແບບໃດ.”
ການຄົ້ນຄວ້າທັງໝົດຂອງນັກວິໄຈທັງຫຼາຍ ແມ່ນໄດ້ຮັບຜົນສຳເລັດຍ້ອນເຄື່ອງພິມ 3 ມິຕິ
ທີ່ຜະລິດຂຶ້ນມາພິເສດ ວ່ອງໄວແລະແມ່ນຍຳ ຊຶ່ງທ່ານ
ທ່ານ Miller ກ່າວວ່າ ເປັນເຄື່ອງທີ່ອອກແບບຂຶ້ນມາເພື່ອຕັດໂລຫະທີ່ດັດແປງໃຫ້ມາໃຊ້
ສຳລັບການທົດລອງນີ້.
ທ່ານ Miller ກ່າວວ່າ “ພວກເຮົາຈະສາມາດໃຊ້ໂຄງຮ່າງແບບດຽວກັນ ກັບທີ່ທຸກໆຄົນໃຊ້ສຳລັບພິມ 3 ມິຕິ ແຕ່ວ່າພວກເຮົາໃຊ້ມັນສຳລັບດູູດທາດນ້ຳຕານອອກໄປ ແທນທີ່ຈະໃຊ້ມັນຕັດໂລຫະ.”
ຄະນະຂອງທ່ານ Miller ໄດ້ສ້າງສິ່ງນີ້ຂຶ້ນແລະແບ່ງປັນການອອກແບບນີ້ໃນທາງອິນເຕິແນ໊ຕ ກັບປະຊາຄົມຊາວ RepRap.org ເພື່ອໃຫ້ຜູ້ຄົນໃນທົ່ວໂລກຈະນຳໄປປະດິດ
ເຄື່ອງຈັກ ທີ່ບາງຄົນຈະສາມາດປະດິດພາກສ່ວນຂອງຕົນເອງໄດ້.
ທ່ານ Miller ກ່າວວ່າ “ການເຄື່ອນໄຫວ ທີ່ເປີດກວ້າງນີ້ ເປັນການສົ່ງເສີມໃຫ້ພະລັງອຳນາດແທ້ໆ ແກ່ ວິທະຍາສາດ. ນີ້ລະ ມັນຈຶ່ງແມ່ນ ວິດທະຍາສາດ. ວິດທະຍາສາດ
ກໍຄື ທ່ານຈະສາມາດນຳການປະດິດຄິດສ້າງຂອງຄົນອື່ນມາເຮັດໄດ້ ປະກອບເປັນອຸບປະກອນໄດ້.”
ທ່ານ Miller ເຕື່ອນວ່າ ມັນຈະຕ້ອງໃຊ້ເວລາໃນການວິໄຈຂັ້ນຕໍ່ໄປ ອີກດົນ ກ່ອນທີ່ ເຄື່ອງພິມ 3 ມິຕິ ຈະນຳເອົາສິ່ງປະດິດສ້າງເຫຼົ່ານີ້ຂຶ້ນມານຳໃຊ້ກັບພວກຜູ້ປ່ວຍທີ່ເປັນມະ
ນຸດນັ້ນໄດ້ ແຕ່ຍ້ອນຄວາມພະຍາຍາມໃນການຮ່ວມມືຂອງພວກເຂົາເຈົ້າ ພວກເຂົາເຈົ້າ ພ້ອມດ້ວຍສະມາຊິກຂອງຄະນະຂອງເຂົາເຈົ້າ ກໍຫວັງວ່າຈະໄດ້ເຫັນຄວາມຝັນກາຍເປັນ
ຄວາມຈິງ.