ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວວ່າ ອົບພະຍົບທາງເຮືອ ຕ້ອງການໆຊ່ວຍເຫຼືອ ຢ່າງຮີບດ່ວນ


نمایشگاه ۲۵ پیرا‌هن و لباس پرنسس دایانا در کاخ کنزینگتون در لندن. همسر ولیعهد انگلیس که ۱۹۹۷ در یک تصادف کشته شد.
نمایشگاه ۲۵ پیرا‌هن و لباس پرنسس دایانا در کاخ کنزینگتون در لندن. همسر ولیعهد انگلیس که ۱۹۹۷ در یک تصادف کشته شد.

ສະຫະລັດ ກ່າວ​ວ່າ ອົບ​ພະ​ຍົບທາງ​ເຮືອ​ຫລາຍ​ພັນ​ຄົນ ທີ່ພາ
ກັນ​ລ່ອງ​ລອຍ​ຢູ່​ຕາມທະເລ​ໃນເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​
ໃຕ້ນັ້ນ ຕ້ອງການຄວາມຊ່ວຍເຫຼືອ ​ຢ່າງ​ຮີບ​ດ່ວນ.

ຮອງ​ລັດຖະມົນຕີ ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Anne
Richard ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່ບາງກອກ ໃນວັນ​ສຸກ​ມື້​
ນີ້​ວ່າ “ພວກ​ເຮົາ​ຕ້ອງ​ຊ່ວຍ​ຊີວິດ​ໄວ້​ຢ່າງ​ຮີບດ່ວນ.”

ທ່າ​ນາງ Richard ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ຊ່ວຍ​ກູ້ ເອົາ​ຊີວິດ​
ໄວ້​ຢ່າງ​ຮີບ​ດ່ວນ. ພວກ​ເຮົາຕ້ອງ​ພັດທະນາ​ຊ່ອງທາງ​ໃຫ້​ດີ​ຂື້ນ
​ໃນ​ການ​ສົນທະນາ ​ແລະ​ພົບ​ປະກັນ​ກ່ຽວ​ກັບ​ບັນຫາຕ່າງໆ​ເຫລົ່າ
​ນີ້ ​ແລະ​ເອົາ​ບາດກ້າວ ​ເວລາ​ຜູ້ຄົນ​ໄດ້​ອອກ​ສູ່​ທະ​ເລ​ຢູ່​ໃນ​ເຮືອ ​ແລະ​ພວກ​ເຮົາຕ້ອງໄດ້ໄປ
ແລະ​ຊອກຫາສາເຫດຮາກ​ເຫງົ້າວ່າ​ເປັນ​ຫຍັງ ​ຜູ້ຄົນ​ຈຶ່ງມີ​ຄວາມຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ບໍ່​ມີທາງ​
ເລືອກ ​ແຕ່​ຕ້ອງ​ໄດ້​ຫລົບໜີ​ ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ແລະອອກເດີນທາງທີ່ເປັນອັນ
ຕະລາຍແບບນັ້ນ.”

ທ່ານ​ນາງ Richard ກຳລັງ​ຢູ່ທີ່​ປະ​ເທດ​ໄທເພື່ອ​ເຂົ້າ​ຮວມປະຊຸມ​ນຶ່ງມື້​ກັບບັນດາ ​ປະ​ເທດ
ໃນເຂດເອເຊຍຕາເວັນອອກສຽງໃຕ້​ແລະ​ກຸ່ມ​ປົກປ້ອງສິດທິມະນຸດ ທີ່​ໄດ້​ເລີ້ມ​ຂື້ນ​ໃນ​ວັນ
​ສຸກມື້ນີ້ ອັນ​ເປັນ​ພາກ​ສ່ວນ​ນຶ່ງໃນການດຳເນີນຄວາມພະຍາຍາມ ຢ່າງເປັນຂະບວນເພື່ອ
ແກ້ໄຂ​ບັນຫາອົບ​ພະ​ຍົບທາງ​ເຮືອຢູ່​ໃນ​ທະ​ເລ Andaman ​ແລະ​ອ່າວ Bengal.

ຮອງ​ນາຍົກລັດຖະມົນຕີ​ໄທ ທ່ານທະນະສັກ ປະຕິມາປຣະກອນ​ໄດ້​ຮຽກຮ້ອງ​ໃຫ້ ​ທຸກໆ
ປະ​ເທດ​ ​ແລະ​ກຸ່ມ​ຕ່າງໆ​ຊອກ​ຫາ​ຊ່ອງ​ທາງ ເພື່ອຫລີກ​ລ່ຽງບໍ່ໃຫ້ວິກິດການ​ ​ດ້ານ​ມະນຸດ
ສະທຳເພີ້ມທະວີຄວາມຮ້າຍແຮງຂຶ້ນຕື່ມ.

ທ່ານທະນະສັກ ກ່າວ​ວ່າ “ກ່ອນ​ອື່ນໝົດ ແມ່ນການແກ້ໄຂໃນທັນທີຕໍ່ສະຖານະ​ການດ້ານ
ມະນຸດສະທຳ​ໂດຍ ກ່ຽວກັບ​ພວກ​ອົບ​ພະ​ຍົບທາງເຮືອທີ່ຕົກຄ້າງຢູ່ກາງ ທະເລ. ສອງ​ມາ
ແມ່ນເພື່ອປາບປາມ​ບັນຫາ ທີ່ມີມາດົນນານ ໃນການ​ລັກລອບ​ ​ແລະ​ການ​ຄ້າ​ມະນຸດ ​ເພື່ອ
​ປ້ອງ​ບໍ່ໃຫ້ການ​ເຄື່ອນ​ໄຫວ​ທີ່​ຜິດປົກກະຕິດັ່ງກ່າວຮ້າຍ ແຮງຂຶ້ນຕື່ມ. ສາມມາ ແມ່ນເພື່ອ
ແກ້ໄຂສາເຫດ​ຮາກ​ເຫງົ້າ​ຕົ້ນຕໍ.”

ທ່ານ William Lucy ຜູ້ອຳນວຍການຍົກຍ້າຍຖິ່ນຖານສາກົນຫລື IOM ກ່າວ​ວ່າ ບາດ​
ກ້າວ​ອັນ​ຮີບ​ດ່ວນ​ທີ່​ສຸດ ທີ່ຕ້ອງໄດ້ເຮັດແມ່ນ​ກາ​ນນຳ​ເອົາ​ພວກອົບພະຍົບ ​ປະມານ 3,900
​ທີ່​ຕົກ​ຄ້າງ​ຢູ່ກາງ​ທະ​ເລ ​ເຂົ້າມາຂຶ້ນຝັ່ງ. ທ່ານ​ກ່າວ​ວ່າ​ ທ່ານ​ຫວັງ​ວ່າ​ກອງ​ປະ​ຊຸມຈະ​ນຳ​ໄປ
​ສູ່ການເອົາບາດ​ກ້າວ​ໜັກ​ແໜ້ນ ເພື່ອແກ້ໄຂ​ບັນຫາ​ອົບ​ພະຍົບທາງ​ເຮຶຶອ.

​ແຕ່​ທ່ານໄດ້​ປະ​ຕິ​ເສດບໍ່ຍອມຕິຕຽນມຽນມາກ່ຽວກັບນະໂຍບາຍທີ່ພວກນັກເຄື່ອນໄຫວ
ກ່າວວ່າ ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມນັ້ນ.

Thailand Migrants
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG