ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການດໍາເນີນຄະດີ ທ່ານ Bo Xilai ກ້າວເຂົ້າສູ່ ມື້ທີ 3 ແລ້ວ (ວິດີໂອ)


ບັນດານັກຂ່າວ ພາກັນເບິ່ງຄຳໃຫ້ການ ຂອງ ນາງ Gu Kailai ພັນລະຍາ ທ່ານ Bo Xilai.
ບັນດານັກຂ່າວ ພາກັນເບິ່ງຄຳໃຫ້ການ ຂອງ ນາງ Gu Kailai ພັນລະຍາ ທ່ານ Bo Xilai.
ການ​ດຳ​ເນີນ​ຄະດີ​ອະດີດນັກ​ການເມືອງພັກ​ຄອມ​ມິ​ວນິສ ທ່ານ
Bo Xilai ​ໃນ​ຂໍ້​ຫາ​ສໍ້ລາດ​ບັງ​ຫລວງ ​ໄດ້​ກ້າວເຂົ້າ​ສູ່​ມື້​ທີສາມ ​
ຢ່າງ​ບໍ່​ຄາດ​ຝັນ.

​ໄອ​ຍະ​ການ​ໄດ້​ອ່ານ​ຄຳ​ໃຫ້ການ​ຂອງ​ທ່ານ Bo ​ເມື່ອ​ເດືອນ​ເມ
ສາ​ຜ່ານ​ມາ ທີ່​ທ່ານ ​ເວົ້າວ່າ ມີການ​ນຳ​ເອົາ​ເງິນ ຫລາຍ​ກວ່າ
800.000 ​ໂດ​ລາ ອອກ​ຈາກ​ໂຄງການ​ສ້າງຕຶກ​ອ​າ​ຄານ​ຂອງ
ລັດຖະບານ ​ແລະເອົາ​ໄປ​ໃສ່​ໄວ້​ໃນ​ບັນຊີເງິນ​ຝາກ​ຂອງພັນ​ລະ
​ຍາທ່ານ ​ແຕ່​ທ່ານບໍ່​ໄດ້​ສໍ້​ໂກງ​ເອົາ​ຈຳນວນດັ່ງກ່າວ.

​ໃນ​ຄຳ​ໃຫ້ການ​ນີ້ ທ່ານ Bo ​ໄດ້​ຂໍ​ຂະ​ມາ​ໂທດ ທີ່​ບໍ່​ໄດ້​ດຳ​ເນີນ​
ການ​ຫຍັງ​ເພື່ອ​ຍຸຕິ ການ​ລັກຂະ​ໂມ​ຍຫຼືນຳເອົາ​ເງິນ​ນັ້ນ​ຄືນ​ມາ.

​ໃນ​ການ​ດໍາ​ເນີນ​ຄະດີໃນວັນ​ສຸກ​ວານ​ນີ້ ທ່ານ Bo ບໍ່​ໄດ້​ໃຫ້​
ຄວາມ​ສຳຄັນ​ກ່ຽວ​ກັບ ຄໍາໃຫ້ການ​ຂອງ​ພັນ​ລະ​ຍາ​ທ່ານ ທີ່​
ເຮັດໃຫ້ທ່ານ​ພົວພັນ​ກັບ​ການ​ກະທໍາ​ຜິດໂດຍ ​ເອີ້ນນາງວ່າ
​ເປັນບ້າ ​ແລະ​ກ່າວ​ເຖິງ​ຄໍາ​ໃຫ້ການ ຂອງ​ນາງ​ວ່າ “​ເປັນ
​ໜ້າ​ຢາກຫົວ.”

Bo Xilai's Wife Testifies Against Him in China Court Video
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ


​ການ​ດຳ​ເນີນ​ຄະດີ ຢູ່​ທີ່​ເມືອງ Jinan ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ທີ່​ໄດ້​ປິດ​ລັບບໍ່​ໃຫ້
ນັກຂ່າວ​ຕາ​ເວັນ​ຕົກ​ເຂົ້າ​ໄປ​ຟັງ​ນັ້ນ ຄໍາ​ຖະ​ແຫລ​ງຂອງ​ທ່ານ Bo ແມ່ນ ​ໄດ້​ຟັງ​ກັນຈາກ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ລັດ ​ແລະ​ລາຍ​ງານ​ການ​ດຳ​ເນີນ​ຄະດີ​ທີ່​ຍືດຍາວ​ ​ໄດ້​ນຳ​ອອກເຜີຍ​ແຜ່ ທາງສື່ສັງ​ຄົມຂອງ​ຈີນ.



ຄໍາ​ໃຫ້ການ​ຂອງ​ທ່ານ Bo ຕິດຕາມດ້ວຍວິ​ດີ​ໂອ ທີ່​ນຳ​ອອກເຜີຍ​ແຜ່​ທາງ​ອິນ​ເຕີ ແນັດ ທີ່
ນາງ Gu Kailai ພັນ​ລະ​ຍາ​ທີ່​ຖືກ​ຄຸກ​ຢູ່​ຂອງ​ທ່ານ ກ່າວ​ວ່າ ​ທ່ານ Bo ​ແມ່ນ​ຮູ້​ເລື່ອງ​ດີ ທີ່​ນັກ​ທຸກ​ລະ​ກິດຮັ່ງມີຄົນ​ນຶ່ງ ​ໄດ້​ມອບຂອງ​ຂວັນ​ລາ​ຄາ​ແພງຫຼາຍ ຄັ້ງໃຫ້​ແກ່​ຄອບຄົວ ທີ່​ພວກ​ໄອ​ຍະ​ການກ່າວ​ວ່າ ​ເປັນ​ການ​ໃຫ້​ສິນ​ບົນ​ ຫລື​ຊື້​ຈ້າງ​ຈອບ​ອອຍນັ້ນ.


Bo Xilai
please wait
Embed

No media source currently available

0:00 0:00:39 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG