ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ຜູ້ບັນຊາການ ຕໍາຫລວດຈີນ ຈະຖືກ ນໍາໂຕຂື້ນສານ


ທ່ານ Wang Lijun ອະດີດຜູ້ບັນຊາການຕຳຫຼວດເມືອງ Chongqing
ທ່ານ Wang Lijun ອະດີດຜູ້ບັນຊາການຕຳຫຼວດເມືອງ Chongqing
ອ​ະດີດ​ຜູ້​ບັນຊາ​ການຕໍາຫລວດ​ຈີນ ຜູ້ທີ່ໄດ້​ຫລົບໜີ​ໄປ​ຫາ​ກົງ​
ສຸນ​ສະຫະລັດ ແລະ​ໄດ້​ກໍ່​ໃຫ້ເກີດ​ ​ຂ່າວ​ນອງ​ນັນທາງ​ດ້ານ​
ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຈີນ ​ໃນ​ຮອບຫລາຍ​ສິບ​ປີນັ້ນ
ຈະ​ຖືກ​ນຳ​ໂຕ​ຂຶ້ນສານ ​ໃນ​ວັນ​ອັງຄານຈະ​ມານີ້ຢູ່ທີ່ເມື​ອງ
Chengdu ​ໃນ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ບັນດາເຈົ້າ​ໜ້າ​ທີ່​ສານປະຊາ​ຊົນ ທີ່​ເມືອງ Chengdu ​ໄດ້​ປະກາດໃນ​ວັນ​ສຸກ​ນີ້ ກ່ຽວ​ກັບ​ວັນ​ຂຶ້ນສານຂອງທ່ານ Wang Lijun ຜູ້​ຖືກກ່າວຫາ​ວ່າ ​ພະຍາຍາ​ມທີ່​ຈະ​ໂຕນ​ໜີ ໃຊ້ອໍານາດ​ເຖື່ອນ ​ແລະ​ຮັບ​ສິນ​ບົນ.

ທ່ານ​ Wang ເຄີຍໄດ້​ຮັບໜ້າ​ທີ່​ເປັນ​ຫົວໜ້າຮັກ​ສາ​ຄວາມ​ປອດ​ໄພ​ສາທາລະນະ ທີ່ເມືອງ Chongqing ​ໃນ​ພາກ​ກາງຂອງ​ຈີນ ​ເວລາ​ທ່ານ​ໄດ້​ຫລົບໜີ​ໄປ​ຫາກົງ​ສຸນ​ສະຫະລັດ ທີ່​ເມືອງ Chengdu ​ໃນ​ເດືອນ​ກຸມພາຜ່ານ​ມາ ​ເພື່ອ​ບອກ​ໃຫ້​ນັກ​ການ​ທູດ​ສະຫະລັດຊາບ ​ກ່ຽວ​ກັບຂ່າວ​ນອງ​ນັນ​ໃນ​ການ​ຄາດ​ຕະກໍາ ທີ່​ພົວພັນ​ກັບ​ພັນ​ລະ​ຍາ​ຂອງນາຍທ່ານ ຄືທ່ານ Bo Xilai ຊຶ່ງ​ເປັນ​ຜູ້​ທີ່​ມີ​ອິດ​ທິພົນ​ຄົນ​ນຶ່ງ​ນັ້ນ.

​ເຫດການ​ດັ່ງກ່າວ​ໄດ້​ເຮັ​ດ​ໃຫ້ບັນດາ​ຜູ້​ນໍາ​ຈີນ ປົດ​ທ່ານ Bo ອອກ​ຈາກ​ຕຳ​ແໜ່​ງຜູ້​ນໍາ​ພັກ​ຄອມມູນິສເ​ມື​ອງ Chongqing. ພັນ​ລະ​ຍາ​ຂອງ​ທ່ານ Bo ຄື​ທ່ານ​ນາງ Gu Kailai ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ເດືອນ​ແລ້ວ​ນີ້​ໃນ​ຖານ​ຄາດ​ຕະກໍາ ​ແລະ​ໄດ້​ຕັດສິນລົງ​ໂທດ​ ທີ່​ອາດ​ຈະ​ເຖິງຕິດ​ຄຸກ​ຕະຫລອດ​ຊີວິດ.
XS
SM
MD
LG