ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸຫິມະ ຂັດຂວາງ ຄວາມພະຍາຍາມ ຊ່ອຍກູ້ໄພ ກຳປັ່ນຮັດເຊຍ ຢູ່ຂົ້ວໂລກໃຕ້ (ວີດີໂອ/ສະໄລດ໌)


ຜູ້ຄົນເຕົ້າໂຮມກັນ ຢູ່ທາງຂ້າງ ກຳປັ່ນສຳຫຼວດ MV Akademik Shokalskiy ຂອງຣັດເຊຍ ທີ່ຄາຢູ່ໃນນ້ຳກ້ອນໜາ ທີ່ຂົ້ວໂລກໃຕ້, ວັນທີ 30 ທັນວາ 2013.
ຜູ້ຄົນເຕົ້າໂຮມກັນ ຢູ່ທາງຂ້າງ ກຳປັ່ນສຳຫຼວດ MV Akademik Shokalskiy ຂອງຣັດເຊຍ ທີ່ຄາຢູ່ໃນນ້ຳກ້ອນໜາ ທີ່ຂົ້ວໂລກໃຕ້, ວັນທີ 30 ທັນວາ 2013.
ພາຍຸ​ຫິມະ​ໃນ​ຂົ້ວ​ໂລກ​ໃຕ້​ໄດ້​ຢຸດ​ຄວາມ​ພະຍາຍາມ​ຂອງ​ກຳ​ປັ່ນ
​ຕັດ​ນ້ຳກ້ອນ​ອອສ​ເຕຣ​ເລຍ​ລຳ​ນຶ່ງ​ເພື່ອ​ກູ້​ໄພພວກ​ຜູ້​ໂດຍສານ​
74ຄົນຢູ່​ເທິງ​ກໍ່າ​ປັ່ນ​ຄົ້ນ​ຄ້ວາ​ຂອງຣັດ​ເຊຍ​ລໍາ​ນຶ່ງ ທີ່ໄດ້​ຕິດ​ຄ້າງ​
ຢູ່​ລະຫວ່າງ​ແຜ່ນ​ນໍ້າກ້ອນມາ​ເປັນ​ເວລາ​ເກືອ​ບນຶ່ງ​ອາທິດ ​ໃນ​ຂະ
ນະ​ທີ່​ລົ​ມພັດ​ແຮງປ້ອງ​ກັນ​ບໍ່​ໃຫ້​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ​ຊ່ອຍ​ກູ້​ໄພ
​ໄດ້.

ອົງການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຂອງ​ອອສ​ເຕຣ
​ເລຍ ຊຶ່ງ​ເປັນ​ຜູ້​ປະສານ​ງານ​ໃນ​ການ​ຊ່ອຍ​ກູ້​ໄພ​ ກ່າວ​ໃນ​ວັນ​ຈັນ
​ມື້​ນີ້​ວ່າ ກຳ​ປັ່ນ​ຕັດ​ນ້ຳກ້ອນ Aurora Australis ຕ້ອງແລ່ນກັບ
​ຄືນສູ່​ນ່ານ​ນ້ຳທີ່​ເປີດ​ກວ້າງ ຍ້ອນ​ອາກາດ​ມືດ​ບໍ່​ເຫັນ​ແຈ້ງ​ດີ.


ກຳປັ່ນຕັດນ້ຳກ້ອນ Snow Dragon ຫຼືມັງກອນຫິມະ ຂອງຈີນ ທີ່ຖືກສົ່ງໄປກູ້ໄພໄດ້ໄປ
ຮອດບໍລິເວນຫ່າງຈາກກຳປັ່ນສຳຫຼວດ MV Akademik Shokalskiy ຂອງຣັດເຊຍ ໃນວັນເສົາມື້ກ່ອນນີ້ ແຕ່ກໍຕ້ອງຢຸດ ຍ້ອນມີນ້ຳກ້ອນຂວາງໜ້າຢູ່ ທີ່ໜາເກີນກວ່າທີ່ກຳປັ່ນ
ຈະສາມາດບຸກໄປຕໍ່ໄດ້.

ຖ້າ​ຫາກ​ກຳ​ປັ່ນ​ຂອງ​ອອສ​ເຕຣ​ເລຍ​ບໍາສາ​ມາ​ບຸກຜ່ານ​ເຂົ້າ​ໄປ​ໃນ​ແຜ່ນ​ນ້ຳກ້ອນທີ່​ໜາ
3 ​ແມັດ ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຢູ່​ເທິງ​ກຳ​ປັ່ນ​ຈີນ ສາມາດ​ຊ່ອຍ​ກູ້​ໄພ​ພວກ​ຄົນ​ໂດຍສານ​ທີ່​
ຄ້າງ​ຄາ​ຢູ່​ໃນ​ເຮືອ​ນັ້ນ. ​ແຕ່​ພາຍຸ​ຫິມະ​ໄດ້​ເຮັດ​ໃຫ້​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂຶ້ນ​ບໍ່​ໄດ້​ໃນ​ເວລາ​ນີ້.

Antartica ship
please wait
Embed

No media source currently available

0:00 0:01:01 0:00
XS
SM
MD
LG