ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວຕາບອດຈີນ ກ່າວວ່າ ຈີນກົດດັນ ໃຫ້ລາວ ຕ້ອງໄດ້ອອກຈາກ NYU (ວີດີໂອ)


ທ່ານ Chen Guangcheng ນັກເຄຶ່ອນໄຫວຕາບອດຈີນ ຢູ່ນະຄອນນິວຢອກ ເວົ້າວ່າ ຈີນ​ໄດ້​​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ ​ບີບ​ບັງ​ຄັບ​ໃຫ້ມະຫາວິທະຍາໄລນິວຢອກ ປ່ອຍ​ລາວໄປ​ໃນ​ທ້າຍ​​ເດືອນນີ້.
ທ່ານ Chen Guangcheng ນັກເຄຶ່ອນໄຫວຕາບອດຈີນ ຢູ່ນະຄອນນິວຢອກ ເວົ້າວ່າ ຈີນ​ໄດ້​​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ ​ບີບ​ບັງ​ຄັບ​ໃຫ້ມະຫາວິທະຍາໄລນິວຢອກ ປ່ອຍ​ລາວໄປ​ໃນ​ທ້າຍ​​ເດືອນນີ້.
ນັກ​ເຄື່ອນ​ໄຫ​ວຕາບອດຊາວ​ຈີນ ​ທີ່ໄດ້​ເດີນທາງເຂົ້າມາ​ຢູ່​ໃນ
ສະຫະລັດ ປີ​ກາຍ​ນີ້ ​ໄດ້​ຢັ້ງຢືນ​ລາຍ​ງານ​ຂ່າວ​ຕ່າງໆ ​ທີ່​ວ່າຈີນ​
ໄດ້ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ ​ບີບ​ບັງ​ຄັບ​ມະຫາວິທະ
ຍາ​ໄລນິວຢອກ ​ໃຫ້ບອກ​ໃຫ້​ລາວໜີ​ອອກໄປ​ໃນ​ທ້າຍເດືອນນີ້.

ທ່ານ Chen Guangcheng ​ໄດ້​ເຜີ​ຍ​ແຜ່ຄໍາ​ຖະ​ແຫລ​ງ​ຜ່ານ​
ທາງທະນາຍ ຄວາມ​ຂອງ​ລາວ ​ໃນ​ຕອນແລງ​ວັນ​ອາທິດ​ວານ​
ນີ້ ເວົ້າ​ວ່າ ປັ​ກກິ່ງໄດ້ “​ໃຊ້ກົດ​ດັນຢ່າງ​ບໍ່​ລົດ​ລະ” ​ບີບບັງຄັບໃຫ້
ມະຫາວິທະຍາ​ໄລ​ນິວຢອກ ຫລື NYU ບອກ​ໃຫ້​ລາວ​ໜີ​ອອກ
​ຈາກມະຫາ​ວິດ​ທະຍາ​ໄລ​ໄປ ​ໃນ​ທ້າຍ​ເດືອນ​ມິ​ຖຸນາ​ນີ້.

ທ່ານ Chen ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ມະຫາ​ວິທະຍາ​ໄລ
NYU ​ທີ່​ໄດ້ໃຫ້​ການ​ຕ້ອນຮັບ ​ແລະສະໜັບ​ສະ​ໜຸນ​ລາວ ​ແຕ່​
ກ່າວ​ວ່າ ອິດ​ທິພົນ​ຂອງພວກຈີນຄອມ​ມິ​ວນິສ​ໃນ​ວົງ​ການ​ສຶກສາ​ຊັ້ນສູງຂອງສະຫະລັດນັ້ນ
ແມ່ນ​ໃຫຍ່​ຫລວງ​ ຫລາຍ​ກ່ວາ​ທີ່​ຜູ້​ຄົນຄິດ​ກັນ.

ມະຫາວິທະຍາ​ໄລ NYU ​ໄດ້​ປະຕິເສດ​ການ​ກ່າວ​ຫາດັ່ງ​ກ່າວ ແລະ​ເວົ້າ​ວ່າ ທາງມະຫາ
ວິທະຍາ​ໄລ ​ໄດ້​ບອກ​ ທ່ານ Chen ​ແລ້ວໃນ​ປີ​ກາຍ​ນີ້​ວ່າ​ ກໍານົດ​ການ​ສອນຂອງທ່ານ ​ແມ່ນພຽງ​ນຶ່ງປີ​ເທົ່າ​ນັ້ນ.

US China
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG