ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Blatter ແລະ ທ່ານ Platini ຖືກຫ້າມ ບໍ່ໃຫ້ ຫຍຸ້ງກ່ຽວ ກັບກິລາ ເຕະບານ 8 ປີ


ປະທານ ອົງການ FIFA ທີ່ຖືກຫ້າມ ທ່ານ Sepp Blatter ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Zurich, ສະວິດເຊີແລນ. 21 ທັນວາ, 2015, ຫຼັງຈາກທ່ານໄດ້ຖືກຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບກິດຈະກຳທີ່ພົວພັນກັບກິລາເຕະບານ.
ປະທານ ອົງການ FIFA ທີ່ຖືກຫ້າມ ທ່ານ Sepp Blatter ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Zurich, ສະວິດເຊີແລນ. 21 ທັນວາ, 2015, ຫຼັງຈາກທ່ານໄດ້ຖືກຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບກິດຈະກຳທີ່ພົວພັນກັບກິລາເຕະບານ.

ຄະນະກຳມະການຈັນຍາບັນແຫ່ງກິລາເຕະບານຂອງ ອົງການ ເຕະບານ FIFA ໄດ້ຫ້າມປະທານ Sepp Blatter ທີ່ຖືກໂຈມຕີ ແລະ ຜູ້ຄຸ້ມຄອງທ່ານຄັ້ງໜຶ່ງຂອງທ່ານຈາກກິລາເປັນເວລາ 8 ປີ.

ຄະນະກຳມະການໄດ້ເອົາເລື່ອງທ່ານ Blatter ແລະ ທ່ານ Michel Platini, ຫົວໜ້າແຫ່ງສະຫະພັນແຫ່ງສະມາຄົມເຕະບານ ຢູໂຣບ ຫຼື UEFA ໃນວັນຈັນມື້ນີ້ ກ່ຽວກັບການທີ່ທ່ານ Blatter ໄດ້ຈ້າງເງິນ ທ່ານ Platini ຈຳນວນ 2 ລ້ານໂດລາໃນປີ 2011. ໄອຍະການ ສະວິດເຊີແລນ ໄດ້ເປີດການສືບສວນສອບສວນທາງອາຍາໃນ ການຈ້າງເງິນດັ່ງກ່າວ.

ການຫ້າມທີ່ວ່ານັ້ນ ເບິ່ງຄືວ່າຈະເຮັດໃຫ້ການສະເໜີຊື່ຂອງທ່ານ Platini ເພື່ອສືບທອດຕຳ ແໜ່ງທ່ານ Blatter ລົ້ມແຫຼວລົງ ເມື່ອການເລືອກຕັ້ງຈັດຂຶ້ນໃນເດືອນກຸມພາປີໜ້ານີ້. ທັງສອງ ທ່ານ, ເຊິ່ງໄດ້ປະຕິເສດຕໍ່ການກະທຳຜິດໃດໆ, ແມ່ນຄາດວ່າຈະຂໍອຸທອນຕໍ່ຄະນະກຳມະການ ອຸທອນ FIFA ແລະ ສານແຫ່ງການຕັດສິນຊີ້ຂາດສຳລັບ ກິລາ.

ທ່ານ Blatter ແລະ ທ່ານ Platini ໄດ້ຖືກຫ້າມຊົ່ວຄາວຕັ້ງແຕ່ເດືອນຕຸລາເປັນຕົ້ນມາຍ້ອນ ການຈ້າງເງິນທີ່ເປັນບັນຫານີ້.

ອົງການ FIFA ໄດ້ມີການພົວພັນໃນຂ່າວການກະທຳຜິດຫຼັງຈາກ ເຈົ້າໜ້າທີ່ FIFA 14 ຄົນໄດ້ ຖືກຈັບກຸມໃນເມືອງ Zurich ເມື່ອເດືອນພຶດສະພາທີ່ຜ່ານມາ ແລະ ໄດ້ຖືກກ່າວໂທດໃນ ສະຫະລັດ ດ້ວຍຂໍ້ຫາການສໍ້ລາດບັງຫຼວງເກືອບ 50 ກະທົງ, ລວມທັງການຕົວະຕົ້ມຫຼອກລວງ, ການສໍ້ໂກງທາງໂທລະເລກ ແລະ ການຟອກເງິນ. ນອກນີ້ ເຈົ້າໜ້າທີ່ ສະວິດເຊີແລນ ຫຼາຍຄົນ ຍັງໄດ້ແຍກການສືບສວນສອບສວນທາງອາຍາ ລວມມີການເລືອກເອົາປະເທດ ຣັດເຊຍ ແລະ ກາຕ້າ ໃຫ້ເປັນເຈົ້າພາບການແຂ່ງຂັນກິລາເຕະບານໂລກຂອງອົງການ FIFA ໃນປີ 2018 ແລະ 2022 ຕາມລຳດັບນຳ.

FIFA Scandal
please wait
Embed

No media source currently available

0:00 0:01:16 0:00

The ethics committee of football's ((soccer)) governing body FIFA has banned embattled President Sepp Blatter and his one-time protege from the sport for eight years.

The committee took the action against Blatter and Michel Platini, the head of the Union of European Football Association ((UEFA)) on Monday over a $2 million payment Blatter made to Platini in 2011.Swiss prosecutors have opened a criminal investigation into the payment.

The ban will likely derail Platini's bid to succeed Blatter when elections are held in February.Both men, who have denied any wrongdoing, are expected to appeal to the FIFA appeals committee and the Court of Arbitration for Sport.

Blatter and Platini had both been provisionally banned since October because of the controversial payment.

FIFA has been embroiled in scandal after 14 FIFA officials were arrested in Zurich in May and charged in the United States with nearly 50 counts of corruption, including racketeering, wire fraud and money laundering.Swiss officials have also opened a separate criminal investigation involving FIFA's selection of Russia and Qatar to host the World Cup tournaments in 2018 and 2022 respectively.

XS
SM
MD
LG