ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ 28 ຄົນ ໄດ້ຮັບບາດເຈັບ ຍ້ອນລະເບີດ ຢູ່ບາງກອກ (ວີດີໂອ/ສະໄລດ໌)


ຕຳຫຼວດໄທ ກວດກາເບິ່ງ ບ່ອນເກີດລະເບີດ ໃກ້ໆກັບ
ອະນຸສາວະລີ ໄຊສະໝໍລະພູມ ທີ່ບາງກອກ,
ວັນທີ 19 ມັງກອນ 2014.
ຕຳຫຼວດໄທ ກວດກາເບິ່ງ ບ່ອນເກີດລະເບີດ ໃກ້ໆກັບ ອະນຸສາວະລີ ໄຊສະໝໍລະພູມ ທີ່ບາງກອກ, ວັນທີ 19 ມັງກອນ 2014.
ສູນ​ສຸກ​ເສີນ​ແຫ່ງ​ນຶ່ງ​ຂອງ​ໄທ ທີ່​ບາງກອກ​ ກ່າວ​ວ່າ ຢ່າງ​ໜ້ອຍ​
ມີ 28 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ທີ່​ແຕກ​ຂຶ້ນສອງ​ຄັ້ງ
ໃກ້ໆ​ກັບ​ຄ້າຍ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແຫ່ງນຶ່ງ ​ແລະ
​ມີ 7 ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ສູນ​ກາງ​ການ​ແພດ​ເອຣະວັນ ທີ່​ຕິດຕາມຂ່າວ​ຈາກພວກ​ໂຮງ
ໝໍ​ແຫ່ງ​ຕ່າງໆ​ໃນ​ບາງກອກ ກ່າວ​ວ່າ ພວກ​ທີ່​ໄດ້​ຮັບ​ເຈັບ​ໄດ້
​ຖືກ​ສົ່ງ​ໄປ​ຍັງ​ໂຮງໝໍ​ຫຼາຍ​ແຫ່ງ​ໃນ​ທົ່ວ​ນະຄອນຫຼວງ​ໃນ​ວັນ​
ອາທິດມື້​ນີ້ ຫຼັງ​ຈາກ​ລະ​ເບີດ​ແຕກ​ຂຶ້ນຢູ່ 2 ​ແຫ່ງ ​ໃກ້ໆ​ກັບ​ຄ້າຍ​
ແຫ່ງ​ນຶ່ງຂອງ​ພວກ​ປະ​ທ້ວງ​ທີ່​ອະນຸສາວະລີ ​ໄຊ​ສະໝໍລະພູມ.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ລະ​ເບີດ​ລູກທຳອິດ​ແມ່ນ​ເປັນ​ລະ​ເບີດ​ມື
ທີ່​ແກວ່ງ​ມາ​ຈາກ​ຄົນ​ຮ້າຍຄົນ​ນຶ່ງ​ໃນ​ຈຳນວນ 6 ຄົນ ​ແລະ​ຕົກ
ໃສ່ເວ​ທີ ທີ່​ພວກ​ປະ​ທ້ວງ​ໄດ້​ປຸກ​ຂຶ້ນ​ສຳລັບການ​ໂຮມຊຸມນຸມ​ກັນ​
ນັ້ນ. ​ໄລຍະ​ນຶ່ງ​ຕໍ່​ມາ ກໍ​ໄດ້​ເກີດ​ເຫດ​ລະ​ເບີດ​ຂຶ້ນ​ອີກ​ບັ້ນ​ນຶ່ງຢູ່
​ໃກ້ໆ​ກັບ​ພວກ​ຂາຍ​ອາ​ຫານ.

Thailand Protest UPD
please wait
Embed

No media source currently available

0:00 0:01:26 0:00

​ໃນ​ລະຫວ່າງ​ດຽວ​ກັນ​ນີ້ ພວກ​ນາຍ​ແພດ​ປະກາດ​ວ່າ​ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ
​ສາຫັດ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ເມື່ອ​ວັນ​ສຸກ​ຜ່ານ​ມານັ້ນ ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ໃນ​ເຊົ້າ​
ວັນ​ເສົາ​ວານ​ນີ້. ຜູ້ກ່ຽວ​ເປັນ​ຄົນນຶ່ງໃນ​ບັນດາ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບຫຼາຍ​ສິບ​ຄົນໃນເຫດ
ລະເບີດໃນ​ຕອນ​ບ່າຍວັນ​ສຸກ​ໃນ​ລະຫວ່າງ​ການເດີນ​ຂະ​ບວນຂອງ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດ
ຖະບານ ພາຍ​ໃຕ້​ການ​ນຳພາ​ຂອງ​ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ​ສຸ​ເທບ ​ເທືອ​ກສຸບັນ​ນັ້ນ.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ ​ຫຼັງ​ຈາກ​ມີ​ການ​ຂີ່​ລົດກາຍມາ​ແລ້ວ​ຍິງ​ໃສ່​ພວກ​ປະ​ທ້ວງ​ຕິດ​ຕໍ່​ກັນ
ຫຼາຍ​ຄັ້ງ ທີ່ພວກປະ​ທ້ວງຖິ້ມ​ໂທດ​ໃສ່​ລັດຖະບານ​ນັ້ນ.

XS
SM
MD
LG