ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 22 ຄົນ ເສຍຊີວິດ ຍ້ອນລະ​ເບີດ​ແຕກ ​​ຢູ່​ ປາກິສຖານ


ເຫດລະເບີດແຕກ ທີ່ຕະຫລາດແຫ່ງນຶ່ງ ໃນເມືອງ Parachinar ໃນວັນທີ 31 ມີນາ 2017
ເຫດລະເບີດແຕກ ທີ່ຕະຫລາດແຫ່ງນຶ່ງ ໃນເມືອງ Parachinar ໃນວັນທີ 31 ມີນາ 2017

ເຈົ້າໜ້າທີ່ປາກິສຖານເວົ້າວ່າ ລະ​ເບີດ​ຂະໜາດ​ແຮງ​ທີ່​ແຕກ​ຂຶ້ນ​ໃນ​ວັນ​ສຸກ​ມື້ນີ້ ​ໄດ້​
ພັງ​ທະລຸຕະຫລາດ ທີ່​ມີ​ຄົນ​ອັ່ງ​ອໍ​ຢູ່ໃນ​ເມືອງ​ ​ໃນ​ເຂດຊົນ​ເຜົ່າ​ແຫ່ງນຶ່ງ ຢູ່​ທາງ​ພາກ​ຕາ​
ເວັນ​ຕົກສຽງ​ເໜືອຂອງ​ປະ​ເທດ ຊຶ່ງມີ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນິສຖານ​ນັ້ນ ​ແລະໄດ້
​ເຮັດ​ໃຫ້​ຢ່າງໜ້ອຍ 22 ຄົນ​ເສຍ​ຊີວິດ​ ​ແລະ​ຫລາຍ​ກວ່າ 50 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ທີ່​ເຫັນ​ເຫດການ ​ແລະ​ນັກ​ການ​ເມືອງ​ທັງຫລາຍເວົ້າວ່າ ​ເຫດ​ລະ​ເບີດ​ແຕກ​ຢູ່​ເມືອງ Parachinar, ສູນ​ກາງ​ບໍລິຫານ ​ຂອງເຂດ​ເຄິ່ງປົກຄອງ​ຕົນ​ເອງ Kurram ​ໄດ້​ເກີດ​ຂຶ້ນ
ຢູ່​ໃກ້​ທາງ​ເຂົ້າວັດ​ຂອງຊາວ Shi’ie ທີ່ໃຊ້​ເປັນ​ບ່ອນ​ໄຫວ້​ພະ​ສໍາລັບຜູ້ຍິງ​ນັ້ນ.

ຍັງ​ບໍ່ມີໃຜ​ຮູ້​ເທື່ອ​ວ່າ​ ລົດລະ​ເບີດນີ້ ຄວບ​ຄຸມ​ຈາກ​ໄລຍະ​ໄກ​ ຫລືໃຊ້​ມື​ລະ​ເບີດ​ສະຫລະ
​ຊີບ ທີ່​ດໍາ​ເນີນ​ການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ. ຍັງ​ບໍ່ມີ​ຝ່າຍ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ ​ຕໍ່​ເຫດການ​ດັ່ງກ່າວ​ເທື່ອ.

ມີ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ​ຢ້ານ​ວ່າ ຈໍາ​ນວນ​
ຄົນ​ເສຍ​ຊີວິດ ຍັງຈະ​ເພີ້ມຂຶ້ນອີກ.

ໃນຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ​ກອງທັບເວົ້າວ່າ ​ຕົນໄດ້​ສົ່ງເຮືອ​ບິນ​ເຮ​ລິບ​ຄອບ​ເຕີ​
ຂອງ​ທະຫານ ​ໄປຍັງ​ເຂດ​ຫ່າງ​ໄກ​ສອກຫລີກ​ດັ່ງກ່າວ​ແລ້ວ ​ເພື່ອ​ຊ່ວຍ​ເຮັດ​ໃຫ້ການ
​ຂົນ​ຍ້າຍ​ເອົາ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍໄວ​ຂຶ້ນ.

ທ່ານ ນາຍົກລັດຖະມົນຕີ Nawaz Shariff​ ​ໄດ້​ກ່າວ​ປະນາມ​ການ​ໂຈມ​ຕີ​ດັ່ງ ກ່າວ ​
ແລະ​ກ່າວ​ຢືນຢັນ​ວ່າ​ຈະ​ໃຊ້ “ການ​ແກ້​ໄຂ​ບັນ​ຫາ​ແບບ​ບໍ່ຫວັ່ນ​ເກງ​ຕໍ່​ໃຜ”

​ເພື່ອ​ກໍາຈັດ​ການກໍ່ການ​ຮ້າຍ​ ໃຫ້ໝົດ​ໄປ​ຈາກ​ປະ​ເທດ​ຂອງ​ທ່ານ.

​ຖະ​ແຫລ​ງການ​ທີ່​ອ້າງ​ເຖິງ​ຄໍາເວົ້າຂອງທ່ານ Shariff ​ກ່າວ​ວ່າ “​ເຄືອ​ຂ່າຍ​ຂອງພວກ​ກໍ່
ການ​ຮ້າຍ​ ໄດ້​ຖືກ​ພັງ​ທະລາ​ຍ​ແລ້ວ ​ແລະ​ມັນ​ເປັນໜ້າທີ່​ຂອງ​ທັງ​ຊາດ​ທີ່​ຈະ​ຕ້ອງ​ສືບຕໍ່​
ເຮັດ​ສົງຄາມ​ອັນ​ນີ້ ຈົນ​ກວ່າ​ວ່າ ພວກ​ເຮົາຈະ​ເຮັດ​ໃຫ້ການ​ທໍາລາຍ​ລ້າງຜານ​ທີ່​ເກີດ​
ຈາກ​ການ​ທໍາລາຍ​ໂດຍ​ການກໍ່ການ​ຮ້າຍໝົດ​ໄປຈາກ​ຜືນ​ແຜ່ນດິນ​ ຂອງປະ​ເທດ​ເຮົາ.”

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ປາ​ກິ​ສຖານ ທ່ານ David Hale ຍັງ​ໄດ້
ປະນາມ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ດັ່ງກ່າວ.​ ທ່ານ​ເວົ້າວ່າ “ສະຫະລັດ​ຈະ​ສືບ​ຕໍ່​ເຮັດ
ວຽກຮ່ວມ​ກັບ​ປາ​ກິ​ສຖານ​ເພື່ອ​ທັບ​ມ້າງ​ແລະ​ທຳລາຍ​ຕາໜ່າງພວກ​ກໍ່​ການ​ຮ້າຍ.”

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫລະ​ຊີບ ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ Parachinar ​ໃນ​ເດືອນ
ມັງກອນ​ຜ່ານ​ມາ ທີ່​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ 23 ຄົນ​ເສຍ​ຊີວິດ​ ​ແລະ​ຫລາຍ​ກວ່າ 50 ຄົນ​
ໄດ້​ຮັບ​ບາດ​ເຈັບ.

​ເຂດ Kurram ​ເປັນ​ນຶ່ງ​ໃນ 7 ເຂດ​ຊົນ​ເຜົ່າ ​ທີ່ຢູ່​ໃນການ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ກາງ
​ປາ​ກິ​ສຖານ ຊຶ່ງ​ສ່ວນ​ຫລາຍ​ແລ້ວ​ແມ່ນນອນ​ຢູ່​ໃນ​ແລວ​ຊາຍ​ແດນ​ກັບ​ອັຟກາ​ນິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຂຶ້ນ

Pakistan Blast
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG